ສະມາຊິກຂອງຄະນະກຳມະການຕຸລາການສະພາສູງສະຫະລັດ ໃນວັນພະຫັດມື້ນີ້ ມີກຳນົດທີ່ຈະໄດ້ຮັບຟັງຄຳໃຫ້ການ ຈາກພວກພະຍານ ທີ່ໃຫ້ການສະໜັບສະໜຸນ ແລະຄັດຄ້ານ ຕໍ່ການສະເໜີຊື່ແຕ່ງຕັ້ງໃຫ້ທ່ານນາງເອມີ ຄອນນີ ບາແຣັດເປັນຜູ້ພິພາກສາສານສູງສຸດໃນຂະນະທີ່ກຳມະການດັ່ງກ່າວເສັດສິ້ນການຮັບຟັງຄຳໃຫ້ການ ເພື່ອຮັບຮອງເອົາການແຕ່ງຕັ້ງ.
ເປັນທີ່ຄາດກັນວ່າ ພັກເດໂມແຄຣັດຈະກ່າວອ້າງເຖິງກົດລະບຽບຂອງຄະນະກຳມະການ ເພື່ອຊຸກຍູ້ໃຫ້ມີການລົງຄະແນນສຽງຂັ້ນສຸດທ້າຍໃນການຮັບຮອງເອົາການແຕ່ງຕັ້ງທ່ານນາງບາແຣັດອອກໄປນຶ່ງອາທິດໃສ່ວັນທີ 22 ຕຸລາ. ການລົງຄະແນນສຽງຂອງສະພາສູງຄົບຄະນະ ອາດຈະມີຂຶ້ນພາຍໃນທ້າຍເດືອນນີ້.
ວັນພຸດວານນີ້ແມ່ນມື້ທີສາມ ໃນການຮັບຟັງຄຳໃຫ້ການ ຊຶ່ງພັກເດໂມແຄຣັດອີກເທື່ອນຶ່ງໄດ້ກົດດັນໃຫ້ທ່ານນາງບາແຣັດ ກ່ຽວກັບຄະດີສຳຄັນທີ່ຈະມີຂຶ້ນໃນອີກບໍ່ດົນ ຊຶ່ງຖ້າຫາກມີການຕ່າວປີ້ນອາດຈະມີຜົນກະທົບຕໍ່ການຮັກສາສຸຂະພາບຂອງຊາວອາເມຣິກັນຫຼາຍໆລ້ານຄົນ.
ທ່ານນາງບາແຣັດກ່າວຢ້ຳວ່າ ທ່ານນາງບໍ່ໄດ້ເປັນສັດຕູກັບກົດໝາຍປະກັນໄພສຸຂະພາບລາຄາຖືກ ຊຶ່ງເປັນກົດໝາຍປະກັນໄພສຸຂະພາບຂອງລັດຖະບານທ່ານໂອບາມາ ທີ່ຈະປະເຊີນກັບການທ້າທາຍຢູ່ໃນສານສູງສຸດຂອງປະເທດ ໃນວັນທີ 10 ພະຈິກນີ້.
ທ່ານນາງບາແຣັດ ກ່າວຕໍ່ສະມາຊິກສະພາສູງໃນວັນພຸດວານນີ້ວ່າ “ຜູ້ພິພາກສາຈຳເປັນຕ້ອງມີໃຈເປີດກວ້າງ ໃນທຸກໆບາດກ້າວຢູ່ຕາມເສັ້ນທາງ. ຖ້າຂ້າພະເຈົ້າ ມີພຽງແຕ່ເວົ້າວ່າຂ້າພະເຈົ້າຄຶດວ່າແນວໃດ ຂ້າພະເຈົ້າຈະຕັດສິນຄະດີນີ້ແບບໃດ ຍ້ອນຂ້າພະເຈົ້າພຽງແຕ່ເຫັນບັນຫາ ຂ້າພະເຈົ້າກໍຈະເປັນຜູ້ລັດວົງຈອນ ຊຶ່ງຂັ້ນຕອນທັງໝົດທີ່ຂ້າພະເຈົ້າຄວນສຶກສາສຳຫຼວດເບິ່ງນັ້ນ.”
ວັນພຸດວານນີ້ແມ່ນມື້ທີສອງທີ່ມີການຕັ້ງຄຳຖາມກ່ຽວກັບການສະເໜີແຕ່ງຕັ້ງຜູ້ພິພາກສາສານສູງສຸດຂອງປະທານາທິບໍດີດໍໂນລ ທຣຳ ຫຼັງຈາກໄດ້ມີການຮັບຟັງຄຳໃຫ້ການເປັນເວລາເກືອບ 12 ຊົ່ວໂມງໃນວັນອັງຄານທີ່ຜ່ານມາຊຶ່ງທ່ານນາງໄດ້ປະຕິເສດບໍ່ຍອມຕອບຄຳຖາມຂອງພວກສະມາຊິກສະພາສູງກ່ຽວກັບວ່າທ່ານນາງຈະຕັດສິນແບບໃດ ໃນການຂັດແຍ້ງທາງດ້ານກົດໝາຍ ທີ່ທ່ານນາງຈະປະເຊີນຖ້າຫາກມີການຮັບຮອງເອົາຕຳແໜ່ງທີ່ໄດ້ຫວ່າງລົງຢູ່ໃນສານສູງສຸດຂອງປະເທດ.
ທ່ານນາງບາແຣັດໄດ້ກ່າວຕໍ່ສະມາຊິກຄະນະກຳມາທິການຕຸລາການຂອງສະພາສູງ ທີ່ພວມຮັບຟັງຄຳໃຫ້ການ ກ່ຽວກັບການຮັບຮອງເອົາການແຕ່ງຕັ້ງທ່ານນາງໃນອາທິດນີ້ວ່າ ທ່ານນາງຈະບໍ່ປ່ອຍໃຫ້ເລື້ອງສ່ວນຕົວ ແລະທັດສະນະທາງດ້ານສາສະໜາ ມາເປັນຜູ້ກຳນົດວ່າທ່ານນາງຈະຕັດສິນໃຈແບບໃດກ່ຽວກັບຄະດີເຫຼົ່ານັ້ນ.
ທ່ານນາງບາແຣັດກ່າວໃນວັນອັງຄານທີ່ຜ່ານມານີ້ວ່າ “ຂ້າພະເຈົ້າບໍ່ມີແຜນການຫຍັງ ຂ້າພະເຈົ້າຈະປະຕິບັດຕາມກົດໝາຍ.”