ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມຕໍ່ຕ້ານລັດຖະບານ ຫາລືກັນ ເພື່ອລັກພາໂຕ ຜູ້ປົກຄອງລັດເວີຈີເນຍ ອີງຕາມຄຳໃຫ້ການ ຂອງເຈົ້າໜ້າທີ່ສັນຕິບານກາງ


ຜູ້ປົກຄອງລັດເວີຈີເນຍ ທ່ານຣາຟ ນໍທຳ ແລະພັນລະຍາຂອງທ່ານ ທ່ານນາງ ແພມເມີລາ ນໍທຳ ປະກາດວ່າ ທ່ານຈະບໍ່ລາອອກ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຮິສມອນ ເມື່ອວັນທີ 2 ກຸມພາ 2019.
ຜູ້ປົກຄອງລັດເວີຈີເນຍ ທ່ານຣາຟ ນໍທຳ ແລະພັນລະຍາຂອງທ່ານ ທ່ານນາງ ແພມເມີລາ ນໍທຳ ປະກາດວ່າ ທ່ານຈະບໍ່ລາອອກ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຮິສມອນ ເມື່ອວັນທີ 2 ກຸມພາ 2019.

ເຈົ້າໜ້າທີ່ຄົນນຶ່ງຂອງອົງການສັນຕິບານກາງ ຫຼື FBI ສະຫະລັດ ໄດ້ໃຫ້ການຕໍ່ສານໃນວັນອັງຄານວານນີ້ວ່າ ສະມາຊິກຂອງກຸ່ມຫົວຮຸນແຮງຕໍ່ຕ້ານລັດຖະບານໄດ້ຫາລືກັນກ່ຽວກັບການລັກພາໂຕທ່ານຣາຟ ນໍທຳ (Ralph Northam) ຜູ້ປົກຄອງລັດເວີຈີເນຍທີ່ສັງກັດພັກເດໂມແຄຣັດໃນການປະຊຸມກັນເມື່ອສີ່ເດືອນກ່ອນ.

ທ່ານຣິີເຈີດ ແທຣັສຄ໌ (Richard Trask) ຊຶ່ງເປັນສ່ວນນຶ່ງ ໃນການສືບສວນ ທີ່ເປັນຜົນພາໃຫ້ມີການຈັບກຸມຜູ້ຊາຍ 6 ຄົນທີ່ໄດ້ຖືກກ່າວຫາໃນອາທິດແລ້ວນີ້ວ່າວາງແຜນລັກພາໂຕຜູ້ປົກຄອງລັດມິຊິແກນ ທີ່ສັງກັດພັກເດໂມແຄຣັດ ທ່ານນາງເກຣັດເຊັນ ວິດເມີ (Gretchen Whitmer) ກ່າວວ່າ ພວກເຂົາ ໄດ້ຫາລືກັນກ່ຽວການລັກພາໂຕທ່ານນໍທຳ ຢູ່ທີ່ລັດໂອຮາຍໂອ ໃນເດືອນມິຖຸນາຜ່ານມານີ້.

ທ່ານແທຣັສຄ໌ບໍ່ໄດ້ກ່າວເຖິງຊື່ ຂອງທ່ານນໍທຳ ໃນລະຫວ່າງການໃຫ້ການຕໍ່ສານລັດຖະບານກາງທີ່ເມືອງແກຣນຣາປີດ (Grand Rapids) ໃນລັດມິຊິແກນ ແຕ່ທ່ານກໍເວົ້າວ່າ ສະມາຊິກຂອງກຸ່ມຕໍ່ຕ້ານລັດຖະບານຈາກຫຼາຍໆລັດ ໄດ້ໄປຮ່ວມການປະຊຸມ ຊຶ່ງໃນລະຫວ່າງນັ້ນ ມີສະມາຊິກຈຳນວນນຶ່ງໄດ້ກ່າວເຖິງຄວາມບໍ່ພໍໃຈກັບການບໍລິຫານງານຂອງຜູ້ປົກຄອງລັດ ກ່ຽວກັບເລື້ອງໄວຣັສໂຄໂຣນາ.

ທ່ານແທຣັສຄ໌ ກ່າວຕື່ມວ່າ “ພວກເຂົາໄດ້ຫາລືກັນກ່ຽວກັບເປົ້າໝາຍຕ່າງໆທີ່ຈະລົງມື ເພື່ອໂຈມຕີຜູ້ປົກຄອງລັດ ໂດຍສະເພາະແລ້ວແມ່ນບັນຫາຕ່າງໆກັບຜູ້ປົກຄອງລັດມິຊິແກນ ແລະເວີຈີເນຍ ທີ່ໄດ້ມີຄຳສັ່ງໃຫ້ປິດລັດນັ້ນ.”

ເຈົ້າໜ້າທີ່ລັດເວີຈີເນຍທີ່ບໍ່ລະບຸຊື່ຄົນນຶ່ງທີ່ຮູ້ເລື້ອງໃນການລາຍງານກ່ຽວກັບທ່ານນໍທຳດີ ກ່າວວ່າ ທາງອົງການສັນຕິບານກາງບໍ່ໄດ້ລາຍງານໃຫ້ທ່ານຊາບ ກ່ຽວກັບໄພຂົ່ມຂູ່ໃດໆທີ່ອາດມີຂຶ້ນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG