ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ສະມາຊິກສະພາສູງ ມີກຳນົດ ຈະສອບຖາມ ທ່ານນາງບາແຣັດ ເພື່ອຮັບຮອງ ເອົາການແຕ່ງຕັ້ງ ໃຫ້ເປັນຜູ້ພິພາກສາສານສູງສຸດ


ທ່ານນາງເອມີ ຄອນນີ ບາແຣັດ ທີ່ຖືກສະເໜີແຕ່ງຕັ້ງ ໃຫ້ເປັນຜູ້ພິພາກສາສານສູງສຸດ ໄປຮອດບ່ອນຮັບຟັງຄຳໃຫ້ການ ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານນາງ ຢູ່ສະພາສູງ ເມື່ອວັນທີ 12 ຕຸລາ 2020.

ສະມາຊິກຂອງຄະນະກຳມະການຕຸລາການສະພາສູງ ມີກຳນົດທີ່ຈະສອບຖາມຜູ້ທີ່ໄດ້ຖືກສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດຂອງສະຫະລັດ ທ່ານນາງເອມີ ຄອນນີ ບາແຣັດກ່ຽວກັບຫຼາຍບັນຫາໃນວັນອັງຄານມື້ນີ້ໃນລະຫວ່າງ ມື້ທີສອງຂອງການຮັບຟັງຄຳໃຫ້ການ ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານນາງ.

ຫົວຂໍ້ຕ່າງໆທີ່ຄາດກັນວ່າຈະມີການສອບຖາມໃນມື້ນີ້ ແມ່ນຮວມທັງເລື້ອງການຮັກສາສຸຂະພາບ ທ່າທີຂອງທ່ານນາງ ກ່ຽວກັບຕົວຢ່າງທາງດ້ານກົດໝາຍທີ່ມີກ່ອນ ແລະບົດບາດຂອງສານ ທີ່ອາດຈະມີຂຶ້ນ ໃນການຕັດສິນຕໍ່ການທ້າທາຍດ້ານກົດໝາຍກ່ຽວກັບການເລືອກຕັ້ງໃນເດືອນພະຈິກຈະມານີ້.

ສະມາຊິກສະພາສູງແຕ່ລະທ່ານ ຈະມີເວລາ 30 ນາທີ ເພື່ອຖາມທ່ານນາງບາແຣັດໃນວັນອັງຄານມື້ນີ້ ແລະການສອບຖາມທີ່ຄ້າຍຄືກັນນີ້ ຈະມີຂຶ້ນອີກໃນວັນພຸດມື້ອື່ນ.

ປະທານຄະນະກຳມະການ ທ່ານລິນຊີ ແກຣມ ໄດ້ຕັ້ງກຳນົດໃຫ້ມີການລົງຄະແນນສຽງໃນຂັ້ນຕົ້ນເພື່ອຮັບຮອງເອົາການແຕ່ງຕັ້ງທ່ານນາງບາແຣັດ ໃສ່ວັນພະຫັດ ຊຶ່ງນັ້ນຈະອຳນວຍໃຫ້ມີການລົງຄະແນນສຽງຂັ້ນສຸດທ້າຍໃສ່ອາທິດໜ້າ ແລະການລົງຄະແນນສຽງໂດຍສະພາສູງຄົບຄະນະທີ່ຄອບງຳໂດຍພັກຣີພັບບລີກັນກ່ອນທ້າຍເດືອນນີ້.

ການຮັບຟັງຄຳໃຫ້ການເພື່ອຮັບຮອງເອົາການແຕ່ງຕັ້ງເລີ້ມຂຶ້ນໃນວັນຈັນວານນີ້ໂດຍທີ່ທ່ານນາງບາແຣັດໄດ້ແຈ້ງໃຫ້ຄະນະກຳມະການຊາບວ່າ ສານ “ບໍ່ຄວນທີ່ຈະພະຍາຍາມ” ເພື່ອກຳນົດນະໂຍບາຍ ແລະຄວນຈະປ່ອຍໃຫ້ປະທານາທິບໍດີແລະລັດຖະສະພາສະຫະລັດເປັນຜູ້ເຮັດ.

ທ່ານນາງບາແຣັດ ໄດ້ສະແດງໃຫ້ເຫັນເຖິງການຕີິຄວາມໝາຍແບບຈຳກັດ ກ່ຽວກັບບົດບາດຂອງສານສູງສຸດ ໂດຍກ່າວວ່າ ມັນ “ບໍ່ໄດ້ອອກແບບມາເພື່ອແກ້ໄຂທຸກໆບັນຫາ ຫຼືເຮັດໃຫ້ຖືກຕ້ອງທຸກໆຄວາມຜິດ ໃນຊີວິດທາງດ້ານສັງຄົມທີ່ກ່ຽວກັບສາທາລະນະຊົນຂອງພວກເຮົາ.”

ສະມາຊິກສະພາສູງດາຍແອນ ຟາຍສະຕາຍນ໌ (Diane Finestein) ຜູ້ນຳພັກເດໂມແຄຣັດ ຢູ່ໃນຄະນະກຳມະການຕຸລາການ ໃຫ້ສັນຍານໃນທັນທີວ່າ ພັກເດໂມແຄຣັດທີ່ກຳສຽງສ່ວນນ້ອຍຢູ່ໃນສະພາສູງ ມີແຜນການທີ່ຈະຕັ້ງຄຳຖາມຢ່າງດຸເດືອດຕໍ່ທ່ານນາງບາແຣັດກ່ຽວກັບການຂັດແຍ້ງໃນດ້ານນະໂຍບາຍທີ່ສຳຄັນໆ - ຄືທັດສະນະຂອງທ່ານນາງກ່ຽວກັບການຕັດສິນຂອງສານສູງສຸດໃນປີ 2012 ທີ່ໄດ້ເຫັນພ້ອມ ຕໍ່ຄວາມຖືກຕ້ອງທາງດ້ານກົດໝາຍ ຂອງກົດໝາຍວ່າດ້ວຍປະກັນໄພລາຄາຖືກ ຊຶ່ງເປັນລະບົບຮັກສາສຸຂະພາບແຫ່ງຊາດ ທີ່ມີຜົນຕໍ່ຊາວອາເມຣິກັນຫຼາຍໆລ້ານຄົນນັ້ນ ເປັນການຕັດສິນທີ່ຜິດພາດ.

ສານກຳລັງພິຈາລະນາກ່ຽວກັບການທ້າທາຍຄັ້ງໃໝ່ຕໍ່ກົດໝາຍປະກັນໄພສຸຂະພາບລາຄາຖືກ ໃນວັນທີ 10 ພະຈິກ ຊຶ່ງເປັນເວລາທີ່ທ່ານນາງບາແຣັດອາດຈະເປັນຜູ້ພິກພາກສາຄົນນຶ່ງ ຂອງຜູ້ພິພາກສາທັງໝົດ 9 ທ່ານ ທີ່ຈະຕັດສິນວ່າ ຈະຕ່າວປີ້ນກົດໝາຍດັ່ງກ່າວ ຫຼືອະນຸຍາດໃຫ້ມັນດຳເນີນຕໍ່ໄປຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG