ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຕ້ວາທີ ຜູ້ສະໝັກ ປະທານາທິບໍດີ ເທື່ອໜ້າ ຈະເປັນແບບອອນລາຍນ໌ ແລະ ປ. ທຣຳ ກ່າວວ່າ ທ່ານຈະບໍ່ເຂົ້າຮ່ວມ


ປ. ດໍໂນລ ທຣຳ (ຊ້າຍ) ແລະອະດີດຮອງປະທານາທິບໍດີໂຈ ໄບເດັນ ໃນລະຫວ່າງການໂຕ້ວາທີ ທີ່ມີຫາວິທະຍາໄລເຄສເວັສເທີນ ເມື່ອວັນທີ 29 ກັນຍາ 2020.
ປ. ດໍໂນລ ທຣຳ (ຊ້າຍ) ແລະອະດີດຮອງປະທານາທິບໍດີໂຈ ໄບເດັນ ໃນລະຫວ່າງການໂຕ້ວາທີ ທີ່ມີຫາວິທະຍາໄລເຄສເວັສເທີນ ເມື່ອວັນທີ 29 ກັນຍາ 2020.

ປະທານາທິບໍດີດໍໂນລ ທຣຳ ກ່າວວ່າ ທ່ານຈະບໍ່ເຂົ້າຮ່ວມການໂຕ້ວາທີຜູ້ສະໝັກເປັນປະທານາທິບໍດີ ທີ່ໄດ້ກຳນົດໃສ່ ວັນທີ 15 ຕຸລາ ຢູ່ນະຄອນໄມອາມີຊຶ່ງຈະອຳນວຍໃຫ້ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານໂຈ ໄບເດັນ ເຂົ້າຮ່ວມກອງປະຊຸມຕອບຄຳຖາມຂອງອົງການຂ່າວ ABC ທີ່ນະຄອນຟີລາແດລເຟຍ ໃນຕອນແລງຂອງມື້ນັ້ນ.

ປະທານາທິບໍດີທຣຳໄດ້ປະຕິເສດບໍ່ຍອມຮັບເອົາການປ່ຽນແປງໄປເປັນການໂຕ້ວາທີທາງອອນລາຍນ໌ ທີ່ໄດ້ມີການປະກາດໂດຍຄະນະກຳມາທິການໂຕ້ວາທີປະທານາທິບໍດີຂອງສະຫະລັດ ໃນຕອນເຊົ້າຂອງວັນພະຫັດວານນີ້ ຊຶ່ງໃຫ້ການອະ ທິບາຍວ່າ ການໂຕ້ວາທີແບບນີ້ແມ່ນຈຳເປັນ ຍ້ອນປະທານາທິບໍດີຖືກກວດພົບວ່າຕິດເຊື້ອໂຄວິດ-19.

ເມື່ອມີການຖາມ ກ່ຽວກັບການໂຕ້ວາທີທາງອອນລາຍນ໌ໂດຍໂທລະພາບຟັອກສ໌ທຸລະກິດ ຫຼື Fox Business ນັ້ນ ທ່ານທຣໍາກ່າວວ່າ “ຂ້າພະເຈົ້າຈະບໍ່ເສຍເວລາໃນການໂຕ້ວາທີທາງອອນລາຍນ໌ເລີຍ. ນັ້ນບໍ່ແມ່ນວິທີການ ທີ່ຈະໂຕ້ວາທີກັນ. ເຈົ້ານັ່ງຢູ່ທາງຫຼັງຄອມພິວເຕີ້ແລະກໍທຳການໂຕ້ວາທີ ມັນເປັນເລື້ອງທີ່ໜ້າຢາກຫົວ ແລະຫຼັງຈາກນັ້ນ ພວກເຂົາເຈົ້າກໍຢຸດ ບໍ່ໃຫ້ເຈົ້າເວົ້າ ເວລາໃດທີ່ພວກເຂົາຕ້ອງການ.”

ຄະນະໂຄສະນາຫາສຽງຂອງທ່ານໄບເດັນກ່າວວ່າ ອະດີດປະທານາທິບໍດີເຕັມໃຈທີ່ຈະເຂົ້າຮ່ວມການໂຕ້ວາທີທາງອອນລາຍນ໌.

ໃນຖະແຫຼງການທີ່ນຳອອກເຜີຍແຜ່ນັ້ນຄະນະໂຄສະນາຫາສຽງຂອງທ່ານໄບເດັນກ່າວວ່າ “ພວກເຮົາຫວັງວ່າ ຄະນະກຳມາທິການໂຕ້ວາທີ ຈະເລື່ອນກອງປະຊຸມຕອບຄຳຖາມຂອງທ່ານໄບເດັນແລະທ່ານທຣຳຫຼື Biden-Trump Town Hall ໄປໃສ່ວັນທີ 22 ຕຸລາ ເພື່ອວ່າປະທານາທິບໍດີຈຶ່ງຈະບໍ່ສາມາດຫຼົບຫຼີກຄວາມຮັບຜິດຊອບໄປໄດ້.”

ຄະນະໂຄສະນາຫາສຽງຂອງທ່ານທຣຳ ກໍໄດ້ອອກຖະແຫຼງການສະບັບນຶ່ງ ເຫັນພ້ອມນຳວ່າການໂຕ້ວາທີເທື່ອໜ້າຄວນມີຂຶ້ນໃນວັນທີ 22 ຕຸລາແລະການໂຕ້ວາທີເທື່ອທີ 3 ຊຶ່ງເປັນເທື່ອສຸດທ້າຍມີຂຶ້ນໃນວັນທີ 29 ຕຸລາ. ແຕ່ຄະນະໂຄສະນາຫາສຽງຂອງທ່ານໄບເດັນໄດ້ປະຕິເສດ ທີ່ຈະມີການໂຕ້ວາທີກັນຊ້າໄປໂພດ ໃນລະຫວ່າງການໂຄສະນາຫາສຽງ.

ທ່ານທຣຳພວມຟື້ນໂຕຄືນຈາກໂຄວິດ-19 ແລະໄດ້ຖືກກັກໃຫ້ຮັບການປິ່ນປົວຢູ່ທີ່ທຳນຽບຂາວ ນັບແຕ່ໄດ້ກັບຄືນມາຈາກສູນກາງການແພດທະຫານວອລເຕີ້ຣີດໃນມື້ວັນຈັນແລ້ວ.

ທ່ານໝໍຂອງປະທານາທິບໍດີ ດຣ. ສກັອດ ຄອນລີ ໄດ້ອອກຖະແຫຼງຂ່າວສະບັບນຶ່ງໃນຕອນແລງວັນພະຫັດວານນີ້ ກ່າວວ່າ ທ່ານປະທານາທິບໍດີໄດ້ສຳເລັດເສັດສິ້ນການປິ່ນປົວ ໂຄວິດ-19 ຢ່າງຄົບຖ້ວນແລ້ວ ແລະໄດ້ຕອບຮັບ ເປັນຢ່າງດີ. ທ່ານບໍ່ໄດ້ສະແດງອາການໃດໆໃຫ້ເຫັນວ່າຍັງຕິດເຊື້ອໄວຣັສດັ່ງກ່າວນັ້ນຢູ່ ແລະ ດຣ. ຄອນລີຄາດວ່າທ່ານທຣຳຈະສາມາດກັບຄືນສູ່ວຽກງານແລະພິທີການຕ່າງໆໄດ້ຢ່າງປອດໄພ ໃນວັນເສົາມື້ອື່ນນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG