ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳມາທິການ ຈະຫາທາງ ບໍ່ໃຫ້ມີການຖົກຖຽງ ແບບບໍ່ເປັນລະບຽບ ໃນການໂຕ້ວາທີເທື່ອຕໍ່ໄປ


ການໂຕ້ວາທີ ລະຫວ່າງປະທານາທິບໍດີດໍໂນລ ທຣຳ ແລະຜູ້ທ້າຊິງຕຳແໜ່ງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ທີ່ເມືອງຄລີບແລນ ລັດໂອຮາຍໂອ ເມື່ອວັນທີ 29 ກັນຍາ 2020.
ການໂຕ້ວາທີ ລະຫວ່າງປະທານາທິບໍດີດໍໂນລ ທຣຳ ແລະຜູ້ທ້າຊິງຕຳແໜ່ງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ທີ່ເມືອງຄລີບແລນ ລັດໂອຮາຍໂອ ເມື່ອວັນທີ 29 ກັນຍາ 2020.

ກຳມາທິການໂຕ້ວາທີຂອງປະທານາທິບໍດີ ກ່າວວ່າ ຕົນຕັ້ງໃຈທີ່ຈະເພີ້ມຄວາມເຄັ່ງຄັດກ່ຽວກັບກົດລະບຽບ ກ່ອນທີ່ປະທານາທິບໍດີດໍໂນລ ທຣຳ ແລະຜູ້ທ້າຊິງຕຳແໜ່ງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ໂຕ້ວາທີກັນຕື່ມອີກ ຫຼັງຈາກພວກທ່ານໄດ້ປະເຊີນໜ້າກັນໃນຮອບທຳອິດ ເມື່ອວັນອັງຄານຜ່ານມາ ຊຶ່ງໄດ້ຖືກວິພາກວິຈານກັນຢ່າງກວ້າງຂວາງວ່າເປັນການໂຕ້ວາທີທາງການເມືອງທີ່ຂີ້ຮ້າຍທີ່ສຸດໃນປະຫວັດສາດ.

ຜູ້ສະໝັກປະທານາທິບໍດີທັງສອງ ໄດ້ລົບກວນກັນເລື້ອຍໆ ຫຼືເວົ້າຂຶ້ນໃນຂະນະເວລາດຽວກັນ ກັບຜູ້ດຳເນີນການ ທ່ານຄຣິສ ວອລເລສ ນັກຂ່າວຂອງໂທລະພາບຟອກສ໌ ທີ່ໄດ້ຕໍ່ວ່າທ່ານທຣຳ ຍ້ອນບໍ່ໄດ້ປະຕິບັດຕາມກົດລະບຽບ ທີ່ອະນຸຍາດໃຫ້ຜູ້ສະໝັກປະທານາທິບໍດີທັງສອງ ຕອບຄຳຖາມແບບບໍ່ມີການລົບກວນ.

ຄະນະກຳມາທິການອິດສະຫຼະ ທີ່ເປັນຜູ້ຈັດແຈງການໂຕ້ວາທີ ກ່າວວ່າ ກົດລະບຽບດັ່ງກ່າວຈຳເປັນຕ້ອງໄດ້ເພີ້ມໂຄງສ້າງ “ເພື່ອຄ້ຳປະກັນໃຫ້ມີການຫາລືກັນທີ່ມີວິໄນຫຼາຍຂຶ້ນ” ຫຼັງຈາກໄດ້ເກີດຄວາມວຸ້ນວາຍໃນການໂຕ້ວາທີເມື່ອວັນອັງຄານຜ່ານມາ ທີ່ເມືອງຄລີບແລນ ລັດໂອຮາຍໂອ. ກຳມາທິການກ່າວວ່າ ຕົນຈະອອກຂໍ້ຈຳກັດໃໝ່ຈຳນວນນຶ່ງກ່ອນການໂຕ້ວາທີເທື່ອທີ 2 ແລະທີ 3 ລະຫວ່າງທ່ານທຣຳ ແລະທ່ານໄບເດັນ ທີ່ກຳນົດໃສ່ວັນທີ 15 ແລະ 22 ຕຸລານີ້.

ພວກຕ້ອງຕິບາງຄົນຕໍ່ການໂຕ້ວາທີເທື່ອທຳອິດ ລະຫວ່າງຜູ້ສະໝັກທັງສອງໄດ້ສະເໜີແນະວ່າ ໃຫ້ຕັດໄມໂກຣໂຟນ ຂອງທ່ານທຣຳ ຫຼືທ່ານໄບເດັນ ເວລາອີກຝ່າຍນຶ່ງກຳລັງເວົ້າຢູ່.

ທ່ານທຣຳ ໃນລະຫວ່າງການໂຮມຊຸມນຸມທາງການເມືອງໃນແລງວັນພຸດວານນີ້ທີ່ສະໜາມບິນເມືອງດູລຸທ (Duluth) ໃນລັດມິນເນໂຊຕ້າ ປະກາດວ່າ ທ່ານເປັນຜູ້ຊະນະໃນໂຕ້ວາທີ ແລະໄດ້ຕ້ອງຕິຜູ້ດຳເນີນການໂຕ້ວາທີ ໂດຍກ່າວວ່າ “ຂ້າພະເຈົ້າໄດ້ໂຕ້ວາທີ 2 ຄົນເມື່ອຄືນແລ້ວນີ້” ຄືທ່ານໄບເດັນ ແລະທ່ານວອລເລສ.

ປະທານາທິບໍດີເວົ້າວ່າ ຄູ່ແຂ່ງຂອງທ່ານອາດຈະບໍ່ໄປປາກົດໂຕ ໃນການໂຕ້ວາທີເທື່ອໜ້າ.

ທ່ານທຣຳກ່າວທີ່ລັດມິນເນໂຊຕ້າ ຊຶ່ງເປັນລັດທີ່ພວມມີການຕໍ່ສູ້ກັນຢ່າງດຸເດືອດໃນພາກຕາເວັນຕົກຕອນກາງຂອງສະຫະລັດ ທີ່ທ່ານໄດ້ເສຍໄຊຢ່າງຫວຸດຫວິດໃນປີ 2016 ແຕ່ກໍຫວັງວ່າຈະໄດ້ຮັບໄຊຊະນະໃນການແຂ່ງຂັນກັບທ່ານໄບເດັນໂດຍກ່າວວ່າ “ເວລານີ້ຂ້າພະເຈົ້າເຂົ້າໃຈແລ້ວວ່າ ເປັນຫຍັງລາວຈຶ່ງຍົກເລີກໃນການໂຕ້ວາທີ. ເບິ່ງດຸວ່າແມ່ນຫຍັງຈະເກີດຂຶ້ນ. ນັ້ນບໍ່ແມ່ນການເຄື່ອນໄຫວທີ່ດີເລີຍສຳລັບລາວ.”

ສ່ວນຜູ້ທີ່ໄດ້ຮັບການແຕ່ງຕັ້ງຂອງພັກເດໂມແຄຣັດກ່າວຕໍ່ພວກນັກຂ່າວທີ່ລັດໂອຮາຍໂອ ຊຶ່ງເປັນອີກລັດນຶ່ງ ທີ່ຈະປ່ຽນໄປເຂົ້າທາງຝ່າຍໃດກໍໄດ້ນັ້ນ ໂດຍກ່າວໃນວັນພຸດວານນີ້ວ່າ “ຂ້າພະເຈົ້າຫວັງວ່າ” ຈະໄດ້ໂຕ້ວາທີກັບທ່ານທຣໍາອີກ.

ທ່ານໄບເດັນ ໄດ້ກ່າວເຖິງການໂຕ້ວາທີ ຂອງປະທານາທິບໍດີ ໃນຄືນກ່ອນນີ້ວ່າ “ເປັນຄວາມອັບອາຍຂ້າໜ້າແຫ່ງຊາດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG