ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສັງເກດການ ກ່າວວ່າ ການປະຕິເສດຂອງຈີນ ບໍ່ຮັບຮູ້ເສັ້ນແບ່ງເຂດແດນ ຢູ່ຊ່ອງແຄບໄຕ້ຫວັນ ມີແຕ່ຈະສ້າງຄວາມເຄັ່ງຕຶງ ທີ່ບໍ່ຈຳເປັນ


ໃນຮູບນີ້ ທີ່ນຳອອກເຜິຍແຜ່ໂດຍກະຊວງປ້ອງກັນໄຕ້ຫວັນ ສະແດງໃຫ້ເຫັນ ເຮືອບິນຖິ້ມລະເບີດຂອງຈີນ ພວມບິນຢູ່ໃກ້ໆເຂດນ່ານຟ້າທີ່ໃຫ້ລະບຸໂຕຂອງໄຕ້ຫວັນ ໃນມື້ວັນສຸກແລ້ວ.
ໃນຮູບນີ້ ທີ່ນຳອອກເຜິຍແຜ່ໂດຍກະຊວງປ້ອງກັນໄຕ້ຫວັນ ສະແດງໃຫ້ເຫັນ ເຮືອບິນຖິ້ມລະເບີດຂອງຈີນ ພວມບິນຢູ່ໃກ້ໆເຂດນ່ານຟ້າທີ່ໃຫ້ລະບຸໂຕຂອງໄຕ້ຫວັນ ໃນມື້ວັນສຸກແລ້ວ.

ຈີນບໍ່ໄດ້ສະແດງຮ່ອງຮອຍໃດໆໃຫ້ເຫັນ ເຖິງການຫຼຸດຜ່ອນໃນການຂົ່ມຂູ່ທາງທະຫານຕໍ່ໄຕ້ຫວັນ ຫຼັງຈາກມີລາຍງານກ່ຽວກັບການບິນລ່ວງລ້ຳຂອງເຮືອບິນຂົນສົ່ງທະຫານ ເຂົ້າໄປໃນເຂດອາກາດຂອງໄຕ້ຫວັນ ຊຶ່ງຈີນຖືວ່າເປັນແຂວງທີ່ທໍລະຍົດຂອງຕົນ.

ລາຍງານກ່າວວ່າ ເຮືອບິນຂອງຈີນໄດ້ບິນເຂົ້າໄປໃນເຂດປ້ອງກັນທາງອາກາດທີ່ໃຫ້ລະບຸໂຕຂອງໄຕ້ຫວັນ ADIZ ແຕ່ບໍ່ໄດ້ບິນຂ້າມ ອັນທີ່ເອີ້ນວ່າ ເສັ້ນແບ່ງເຂດແດນໃນຊ່ອງແຄບໄຕ້ຫວັນ ຊຶ່ງເປັນເສັ້ນທີ່ແບ່ງຈີນ ຢ່າງບໍ່ເປັນທາງການ ອອກຈາກໄຕ້ຫວັນ ທີ່ປົກຄອງຕົນເອງ. ຍັງບໍ່ທັນມີຄວາມເຫັນໃດໆ ຈາກພວກເຈົ້າໜ້າທີ່ປ້ອງກັນປະເທດຂອງໄຕ້ຫວັນເທື່ອກ່ຽວກັບລາຍງານການບິນລ່ວງລະລໍ້າດັ່ງກ່າວ.

ເມື່ອໄວໆມານີ້ ຈີນໄດ້ເພີ້ມທະວີການເຄື່ອນໄຫວທາງດ້ານທະຫານຢູ່ອ້ອມແອ້ມເກາະໄຕ້ຫວັນ ຮວມທັງການສົ່ງເຮືອບິນລົບອາຍພົ່ນບິນຂ້າມຊາຍແດນ ຊຶ່ງໄທເປຖືວ່າ “ເປັນສັນຍາລັກໃນການປ້ອງກັນ ບໍ່ໃຫ້ເກີດການປະເຊີນໜ້າທາງທະຫານ” ກັບຈີນແຜ່ນດິນໃຫຍ່.

ເຖິງແມ່ນເຈົ້າໜ້າທີ່ໄຕ້ຫວັນ ບໍ່ໄດ້ບອກໃຫ້ຝ່າຍຈີນ “ຖອຍກັບໄປ” ແຕ່ເວລານີ້ ປັກກິ່ງເວົ້າວ່າ ເສັ້ນດັ່ງກ່າວບໍ່ມີອີກແລ້ວ ໃນຂະນະທີ່ຕົນຖືວ່າໄຕ້ຫວັນເປັນສ່ວນນຶ່ງຂອງດິນແດນຕົນ. ປັກກິ່ງບໍ່ໄດ້ປະຕິເສດເຖິງຄວາມເປັນໄປໄດ້ ໃນການທີ່ຈະໃຊ້ກຳລັງເພື່ອທ້ອນໂຮມດິນແດນທັງສອງເຂົ້າກັນ.

ພວກນັກວິເຄາະເຕືອນວ່າ ການບິນລ່ວງລ້ຳແລະການສົ່ງເຮືອບິນທະຫານບິນເຂົ້າໄປໃນນ່ານຟ້າຂອງໄຕ້ຫວັນ ມີແຕ່ຈະໄດ້ຮັບຜົນໃນທາງກົງກັນຂ້າມ ໃນຂະນະທີ່ພາໃຫ້ເກີດຄວາມເຄັ່ງຕຶງທີ່ບໍ່ຈຳເປັນຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG