ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຕໍ່ຕ້ານ ສໍ້ລາດບັງຫຼວງ ປາກິສຖານ ຈັບ ແລະຟ້ອງ ຜູ້ນຳຝ່າຍຄ້ານ


 ທ່ານເຊບາສ ຊາຣິຟ ນ້ອງຊາຍຂອງອະດີດນາຍົກລັດຖະມົນຕີ ນາວາສ ຊາຣິຟ ແລະພວກຜູ້ນຳຂອງສັນນິບາດມຸສລິມປາກິສຖານນາວາສ ຫຼື PML-N ພວມຍ່າງໄປກັບທະນາຍ ແລະພວກສະໜັບສະໜຸນ ຫຼັງຈາກສານສູງໄດ້ປະຕິເສດຕໍ່ການຂໍປະກັນໂຕ ທີ່ນະຄອນລາຮໍ ເມື່ອວັນທີ 28 ກັນຍາ 2020.
ທ່ານເຊບາສ ຊາຣິຟ ນ້ອງຊາຍຂອງອະດີດນາຍົກລັດຖະມົນຕີ ນາວາສ ຊາຣິຟ ແລະພວກຜູ້ນຳຂອງສັນນິບາດມຸສລິມປາກິສຖານນາວາສ ຫຼື PML-N ພວມຍ່າງໄປກັບທະນາຍ ແລະພວກສະໜັບສະໜຸນ ຫຼັງຈາກສານສູງໄດ້ປະຕິເສດຕໍ່ການຂໍປະກັນໂຕ ທີ່ນະຄອນລາຮໍ ເມື່ອວັນທີ 28 ກັນຍາ 2020.

ພວກເຈົ້າໜ້າທີ່ຕໍ່ຕ້ານການສໍ້ລາດບັງຫຼວງຂອງປາກິສຖານ ໃນວັນຈັນວານນີ້ໄດ້ຈັບກຸມຜູ້ນຳພັກຝ່າຍຄ້ານຢູ່ໃນສະພາ ທ່ານເຊບາສ ຊາຣິຟ (Shehbaz Sharif) ຫຼັງຈາກສານສູງໄດ້ປະຕິເສດການຂໍປະກັນໂຕ ໃນຂໍ້ຫາຟອກເງິນ.

ທ່ານຊາຣິຟ ປະທານພັກສັນນິບາດມຸສລິມປາກິສຖານ (PML-N) ໄດ້ຖືກຄວບຄຸມຕົວອອກໄປຈາກສານ ໃນນະຄອນລາຮໍ ທາງພາກຕາເວັນອອກຂອງປາກິສຖານ. ພັນລະຍາ ພ້ອມດ້ວຍລູກ ແລະລູກສາວ ກໍຖືກກ່າວຫາ ໃນຄະດີນີ້ ເຊັ່ນດຽວກັນ.

ບໍ່ດົນຫຼັງຈາກທ່ານຖືກຈັບ ທ່ານຊາຣິຟກໍໄດ້ປະຕິເສດວ່າ ທ່ານບໍ່ໄດ້ເຮັດຫຍັງຜິດ ໃນຖານະຫົວໜ້າບໍລິຫານຂອງແຂວງປັນຈາບ ຊຶ່ງເປັນແຂວງທີ່ມີພົນລະເມືອງຫຼາຍທີ່ສຸດຂອງປາກິສຖານ.

ອ້າຍຂອງທ່ານ ນາຍົກລັດຖະມົນຕີນາວາ ຊາຣິຟໄດ້ຖືກຂັບໄລ່ໃນປີ 2017 ຫຼັງຈາກສານໄດ້ຕັດສິນໃຫ້ທ່ານຈຳຄຸກ 7 ປີ ຍ້ອນມີຊັບສິນຫຼາຍກວ່າລາຍໄດ້ທີ່ຮູ້.

ອະດີດນາຍົກລັດຖະມົນຕີຊາຣິຟ ພວມຮັບການປິ່ນປົວ ຢູ່ທີ່ນະຄອນຫຼວງລອນດອນ ບ່ອນທີ່ຄອບຄົວຊາຣິຟ ມີຊັບສິນລາຄາແພງຢູ່ທີ່ນັ້ນ ຊຶ່ງເປັນຄະດີທີ່ທາງສານໄດ້ຟ້ອງຮ້ອງພວກເຂົາເຈົ້າ ຢູ່ທີ່ປາກິສຖານ.

ການເຄື່ອນໄຫວທາງດ້ານກົດໝາຍ ຕໍ່ທ່ານຊາຣິຟໃນວັນຈັນວານນີ້ ມີຂຶ້ນບໍ່ເທົ່າ ໃດຊົ່ວໂມງ ຫຼັງຈາກທ່ານອາຊິຟ ອາລີ ຊາດາຣີ (Asif Ali Zardari) ອະດີດປະທານາທິບໍດີຂອງປະເທດແລະຜູ້ນຳພັກຝ່າຍຄ້ານອີກພັກນຶ່ງ ໄດ້ຖືກຟ້ອງໃນຂໍ້ຫາຟອກເງິນເຊັ່ນດຽວກັນ.

ນ້ອງສາວຂອງທ່ານຊາດາຣີ ນາງຟາວາລ ທາລປູຣະ (Farval Talpur) ແລະອີກ 13 ຄົນໄດ້ຖືກຟ້ອງ ໃນລະຫວ່າງການຮັບຟັງຄຳໃຫ້ການຕໍ່ສານທີ່ນະຄອນອິສລາມາບັດໃນວັນຈັນວານນີ້. ພວກທີ່ຖືກຟ້ອງທັງໝົດ ຕ່າງກໍໄດ້ປະຕິເສດວ່າເຂົາເຈົ້າບໍ່ໄດ້ເຮັດຫຍັງຜິດ.

ພວກເຈົ້າໜ້າທີ່ຕໍ່ຕ້ານສໍ້ລາດບັງຫຼວງ ກ່າວວ່າ ຂໍ້ກ່າວຫາຕ່າງໆທີ່ມີການຟ້ອງຮ້ອງແມ່ນນັບແຕ່ຟອກເງິນ ຕະຫຼອດທັງການມີບັນຊີເງິນຝາກໃນທະນາຄານທີ່ບໍ່ຖືກຕ້ອງແລະບໍລິສັດປອມ.

ບັນຫາເລື້ອງການຟອກເງິນເກີດຂຶ້ນໃນລະຫວ່າງທີ່ທ່ານຊາດາຣີຮັບໜ້າທີ່ເປັນປະທານາ ທິບໍດີຂອງປະເທດ ແຕ່ປີ 2008 ຫາ 2013. ພັກປະຊາຊົນປາກິສຖານ ຫຼື PPP ຂອງທ່ານ ເປັນຜູ້ນຳພາລັດຖະບານປະສົມ ທີ່ປົກຄອງປະເທດໃນເວລານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG