ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນວັນອາທິດວານນີ້ວ່າ ທ່ານຈະທວງໃຫ້ຜູ້ທ້າທາຍຈາກພັກເດໂມແຄຣັດ ໃນການເລືອກຕັ້ງແຫ່ງຊາດ ໃນວັນທີ 3 ພະຈິກຈະມາ ຄືອະດີດຮອງປະທານາທິບໍດີໂຈ ໄບເດັນ ທຳການກວດດ້ານຢາເສບຕິດກ່ອນ ຫຼືຫຼັງຈາກການໂຕ້ວາທີ ໃນແລງວັນອັງຄານມື້ອື່ນນີ້ ໂດຍສະເໜີແນະວ່າການໂຕ້ວາທີທາງການເມືອງ ທີ່ບໍ່ມີຄວາມສະໝ່ຳສະເໝີໃນເທື່ອກ່ອນເມື່ອຕົ້ນປີນີ້ ແມ່ນເປັນຍ້ອນທ່ານໃຊ້ຢາ.
ການກ່າວຫາແບບບໍ່ເປັນທາງການຂອງທ່ານທຣຳ ທີ່ເລີ້ມຂຶ້ນຫວ່າງບໍ່ເທົ່າໃດອາທິດທີ່ຜ່ານມານີ້ ມີຂຶ້ນໃນຂະນະທີ່ທ່ານຍັງສືບຕໍ່ມີຄະແນນນຳຫຼັງທ່ານໄບເດັນໃນການຢັ່ງຫາງສຽງແຫ່ງຊາດ ຄືກັນກັບທີ່ໄດ້ມີມາເປັນເວລາຫຼາຍໆເດືອນນັ້ນ. ທ່ານທຣຳພວມປະເຊີນໜ້າກັບຄວາມເປັນໄປໄດ້ ໃນການທີ່ຈະກາຍເປັນປະທານາທິບໍດີຄົນທີສາມ ຂອງສະຫະລັດ ໃນຮອບສີ່ທົດສະວັດຜ່ານມາ ທີ່ໄດ້ເສຍໄຊໃນການລົງສະໝັກແຂ່ງຂັນເອົາຕຳແໜ່ງຕື່ມ.
ທ່ານທຣຳກ່າວຢູ່ໃນທວີດເຕີ້ວ່າ “ຂ້າພະເຈົ້າຈະຮຽກຮ້ອງຢ່າງແຂງຂັນໃຫ້ມີການກວດຢາເສບຕິດ ຕໍ່ໂຈ ໄບເດັນ ທີ່ເປັນຄົນຂີ້ຫຼັບ ກ່ອນຫຼືຫລັງຈາກການໂຕ້ວາທີໃນຄືນວັນອັງຄານ. ແນ່ນອນ ຂ້າພະເຈົ້າກໍເຫັນດ້ວຍ ທີ່ຈະໃຫ້ກວດຄືກັນ. ການໂຕ້ວາທີຂອງລາວໄດ້ຖືກບັນທຶກໄວ້ແບບບໍ່ສະໝ່ຳສະເໝີຖ້າຈະເວົ້າແບບຄ່ອຍໆເນາະ ມີແຕ່ຢາເສບຕິດເທົ່ານັ້ນ ທີ່ພາໃຫ້ເກີດຄວາມບໍ່ສະໝ່ຳສະເໝີ??”
ທ່ານໄບເດັນໄດ້ທຳການໂຕ້ວາທີຫຼາຍໆຄັ້ງ ກັບຜູ້ສະໝັກເປັນປະທານາທິບໍດີຄົນອື່ນໆຂອງພັກເດໂມແຄຣັດເລີ້ມແຕ່ປີກາຍນີ້ມາຈົນຮອດປີ 2020. ບາງຄັ້ງທ່ານໂຕ້ວາທີໄດ້ບໍ່ຄ່ອຍດີປານໃດ ກັບຜູ້ສະໝັກຄົນອື່ນໆ 10 ຄົນ ທີ່ຢູ່ເທິງເວທີ ແຕ່ແນວໃດກໍຕາມ ການສະແດງຂອງທ່ານໄດ້ເລີ້ມດີຂຶ້ນໃນການໂຕ້ວາທີແບບສອງຕໍ່ສອງ ໃນເດືອນມີນາຜ່ານມາ ກັບສະມາຊິກສະພາສູງເບີນີ ແຊນເດີສ໌ຈາກລັດເວມອນ ຊຶ່ງເປັນຄູ່ແຂ່ງຄົນສຸດທ້າຍຂອງທ່ານໄບເດັນ ທີ່ໄດ້ຖອນຕົວອອກຈາກການແຂ່ງຂັນ ແລະຍອມຮັບໃຫ້ມີການສະເໜີແຕ່ງຕັ້ງໃຫ້ທ່ານໄບເດັນເປັນຜູ້ສະໝັກຂອງພັກ.
ໃນເດືອນແລ້ວນີ້ ທ່ານທຣຳກ່າວວ່າ “ຂ້າພະເຈົ້າໝາຍຄວາມວ່າ ພວກເຈົ້າເຫັນການໂຕ້ວາທີບາງເທື່ອເຫຼົ່ານັ້ນທີ່ມີຜູ້ຄົນເປັນຈຳນວນຫຼວງຫຼາຍຢູ່ເທິງເວທີ ລາວແມ່ນ ຂ້າພະເຈົ້າໝາຍຄວາມວ່າ ຂ້າພະເຈົ້າເຄີຍເວົ້າວ່າ ‘ມັນເປັນໄປໄດ້ຈັ່ງໃດທີ່ລາວຈະດຳເນີນການຕໍ່ໄປ.’”
“ທີ່ຈິງແລ້ວ ການໂຕ້ວາທີທີ່ດີທີ່ສຸດແມ່ນກັບເບີນີ. ພວກເຮົາຈະຂໍຮຽກຮ້ອງໃຫ້ມີການກວດຢາເສບຕິດ ອີກຢ່າງນຶ່ງ ຍ້ອນການໂຕ້ວາທີຂອງລາວ ແມ່ນກັບເບີນີ.”
ທ່ານທຣຳກ່າວສະຫລຸບວ່າ “ມັນບໍ່ແມ່ນວ່າ ລາວເປັນວິນສ໌ຕັນ ເຊີຊີລ ຍ້ອນວ່າລາວບໍ່ແມ່ນ ແຕ່ມັນເປັນສິ່ງທຳມະດາ ການໂຕ້ວາທີທີ່ໜ້າເບື່ອ. ພວກທ່ານຮູ້ດີ ບໍ່ມີຫຍັງທີ່ໜ້າຕື່ນເຕັ້ນເກີດຂຶ້ນ. ຖ້າເຈົ້າກັບຄືນໄປແລະເບິ່ງການໂຕ້ວາທີຫຼາຍໆເທື່ອ ລາວເຮັດບໍ່ໄດ້ດີເລີຍ. ລາວບໍ່ໄດ້ແມ່ນແຕ່ມີຄວາມຕໍ່ເນື່ອງກັນເລີຍ ແລະກັບເບີແລ້ວ ລາວຊ້ຳພັດມີ.”
ທ່ານທຣຳ ຊຶ່ງໃນເວລານີ້ມີອາຍຸ 74 ປີ ໄດ້ຕັ້ງຄຳຖາມຢູ່ເລື້ອຍໆກ່ຽວກັບຄວາມສະຫຼຽວສະຫຼາດຂອງທ່ານໄບເດັນ ທີ່ມີອາຍຸ 77 ປີແລ້ວນັ້ນ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ