ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ 2 ຄົນຖືກຍິງ ໃນລະຫວ່າງການປະທ້ວງ ຕຳຫຼວດຍິງແມ່ຍິງຜິວດຳຢູ່ເມືອງລູວິລ


ໍຕຳຫຼວດປະທະກັບພວກປະທ້ວງທີ່ເມືອງລູວິລ ເມື່ອວັນພຸດທີ່ 23 ກັນຍາ ປີ 2020.
ໍຕຳຫຼວດປະທະກັບພວກປະທ້ວງທີ່ເມືອງລູວິລ ເມື່ອວັນພຸດທີ່ 23 ກັນຍາ ປີ 2020.

ຄະນະຕຸລາການໃຫຍ່ ຫຼື Grand Jury ໃນເມືອງລູວິລ ລັດເຄັນຕັກກີ ໃນວັນພຸດວານນີ້ ໄດ້ກ່າວຫາອະດີິດນາຍຕຳຫຼວດຄົນນຶ່ງວ່າ ມີຄວາມຜິດຮ້າຍແຮງລະດັບນຶ່ງທີ່ໄດ້ຍິງປືນເຂົ້າໄປໃສ່ຫ້ອງພັກທີ່ຢູ່ໃກ້ຄຽງຂອງແມ່ຍິງທີ່ມີຊື່ວ່ານາງບຣີອອນນາ ເທເລີ (Breonna Taylor) ທີ່ໄດ້ເສຍຊີວິດໃນລະຫວ່າງການບຸກເຂົ້າໄປກວດຄົ້ນຫາຢາເສບຕິດທີ່ຜິດພາດ ໃນເດືອນມີນາຜ່ານມາ.

ຄະນະຕຸລາການໃຫຍ່ ໄດ້ຕັດສິນວ່າ ນາຍຕຳຫຼວດອີກ 2 ຄົນແມ່ນມີເຫດຜົນພຽງພໍ ທີ່ໄດ້ໃຊ້ອາວຸດເຂົາເຈົ້າ ແລະໄດ້ພົ້ນໃນທຸກຂໍ້ຫາ ຂອງການກະທຳຜິດ.ບໍ່ມີເຈົ້າໜ້າທີ່ຄົນໃດ ໄດ້ຖືກກ່າວຫາວ່າ ມີການພົວພັນໂດຍກົງກັບການເສຍຊີວິດຂອງນາງເທເລີ. ພວກເຈົ້າໜ້າທີ່ ທີ່ມີສ່ວນພົວພັນທັງ 3 ແມ່ນເປັນຄົນຜິວຂາວ.

ທະນາຍຄວາມ ຂອງຄອບຄົວນາງເທເລີ ທ່ານ ເບັນ ຄຣຳ (Ben Crump) ກ່າວວ່າ “ໃນຂະນະທີ່ພວກເຮົາບໍ່ໄດ້ຮັບໂດຍເຕັມໃນສິ່ງທີ່ພວກເຮົາຕ້ອງການນີ້ໄດ້ນຳເອົາພວກເຮົາຫຍັບເຂົ້າໄປໃກ້ຫຼາຍຂຶ້ນ” ກັບຄວາມຍຸຕິທຳສຳລັບຄອບ ຄົວເທເລີ. ແຕ່ໃນການສົ່ງຂໍ້ຄວາມທາງທວີດເຕີ້ເທື່ອທີສອງນັ້ນທ່ານຄຣຳກ່າວວ່າ ຄວາມຈິງທີ່ວ່າ ບໍໍ່ມີຜູ້ໃດຖືກກ່າວຫາໂດຍກົງ ໃນການເສຍຊີວິດຂອງນາງເທເລີນັ້ນ ແມ່ນ “ເປັນທີ່ໜ້າໂກດແຄ້ນແລະຮູ້ສຶກເຈັບປວດຫຼາຍ.”

ໃນຕອນເລີ້ມຕົ້ນ ຫຼາຍພັນຄົນໄດ້ໂຮມຊຸມນຸມແບບສັນຕິເພື່ອປະທ້ວງຕໍ່ການຕັດ ສິນຂອງຄະນະຕຸລາການ ໃນເມືອງທີ່ມີປະຊາຊົນ​ 600,000 ຄົນ. ແຕ່ການປະທ້ວງໄດ້ກາຍເປັນຄວາມຮຸນແຮງ ໃນຕອນແລງ ຂອງວັນພຸດວານນີ້ ໂດຍທີ່ຕຳຫຼວດແລະພວກປະທ້ວງໄດ້ປະທະກັນ ແລະພວກປະທ້ວງໄດ້ພາກັນຈູດໄຟເຜົາໃນເຂດໃຈກາງເມືອງລູວິລ ອີງຕາມລາຍງານຂອງສື່ມວນຊົນທ້ອງຖິ່ນ.

ໃນຕອນເດິກຂອງຄືນວັນພຸດນາຍຕຳຫຼວດ 2 ຄົນໃນເມືອງລູວິລໄດ້ຖືກຍິງແລະກໍໄດ້ຮັບບາດເຈັບບໍ່ຮ້າຍແຮງເຖິງແກ່ຊີວິດ ອີງຕາມຄຳເວົ້າ ຂອງໂຄສົກກົມຕຳຫຼວດໃນເຂດເມືອງລູວິລ ແລະໂຄສົກຍັງກ່າວຕື່ມວ່າ ຕຳຫຼວດໄດ້ຈັບ ”ຜູ້ຕ້ອງສົງໄສຄົນນຶ່ງ.”

ປະມານ 5 ໂມງແລງ ຕາມເວລາໃນທ້ອງຖິ່ນ ຕຳຫຼວດໄດ້ປະກາດວ່າ ການປະທ້ວງນັ້ນເປັນການກໍ່ຈະລາຈົນແລະໄດ້ສັ່ງໃຫ້ພວກປະທ້ວງ “ສະຫຼາຍຕົວໃນທັນທີ.” ຕຳຫຼວດໄດ້ນຳໃຊ້ລະເບີດມືທີ່ມີສຽງດັງແລະສົ່ງແສງຈ້າເພື່ອຂັບໄລ່ພວກປະທ້ວງອອກໄປຈາກເຂດໃຈກາງເມືອງໃນເວລາຕໍ່ມາຂອງຄືນວັນພຸດ.

ເຈົ້າເມືອງລູວິລ ທ່ານເກຣັກ ຟິສເຊີ (Greg Fischer) ໄດ້ສັ່ງບໍ່ໃຫ້ປະຊາຊົນອອກນອກເຮືອນເປັນເວລາ 72 ຊົ່ວໂມງເລີ້ມແຕ່ 9 ໂມງແລງຂອງຄົນວັນພຸດເປັນຕົ້ນໄປແລະສ່ວນໃຫຍ່ຂອງເຂດໃຈກາງເມືອງໄດ້ຖືກປິດຕໍ່ການສັນຈອນໄປມາ.

ໜັງສືພິມ Louisville Courier ລາຍງານວ່າ ມີພວກປະທ້ວງເກືອບ 30 ຄົນໄດ້ຖືກຈັບໃນຕອນແລງວັນພຸດວານນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG