ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບາງທີອາດແມ່ນລົດ ຖານຍິງລູກສອນໄຟ ທີ່ແນມເຫັນ ຢູ່ບ່ອນຊ້ອມສວນສະໜາມ ຂອງເກົາຫຼີເໜືອ


ຜູ້ຊາຍຄົນນຶ່ງພວມເບິ່ງໂທລະພາບ ການຍິງລູກສອນໄຟຂອງເກົາຫຼີເໜືອ ຢູ່ສະຖານີລົດໄຟໃຕ້ດິນແຫ່ງນຶ່ງ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ເມື່ອວັນທີ 29 ມີນາ 2020.​
ຜູ້ຊາຍຄົນນຶ່ງພວມເບິ່ງໂທລະພາບ ການຍິງລູກສອນໄຟຂອງເກົາຫຼີເໜືອ ຢູ່ສະຖານີລົດໄຟໃຕ້ດິນແຫ່ງນຶ່ງ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ເມື່ອວັນທີ 29 ມີນາ 2020.​

ເກົາຫຼີເໜືອພວມກະກຽມທີ່ຈະຈັດການເດີນສວນສະໜາມຄັ້ງໃຫຍ່ໃນເດືອນໜ້ານີ້. ພວກນັກວິເຄາະບາງຄົນຄາດວ່າ ພຽງຢາງຈະນຳເອົາອາວຸດ ຊະ ນິດໃໝ່ຈຳນວນນຶ່ງອອກມາສະແດງ. ບິລ ກາລໂລ ນັກຂ່າວຂອງວີິໂອເອມີລາຍງານຫຼ້າສຸດວ່າ ອາວຸດເຫຼົ່ານັ້ນ ມີຫຍັງແດ່ ດັ່ງໄພສານ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ວັນທີ 10 ຕຸລາ ເປັນວັນພັກທີ່ສຳຄັນໃນເກົາຫຼີເໜືອ. ມັນເປັນວັນສະເຫຼີມສະຫຼອງຄົບຮອບ 75 ປີຂອງພັກກຳມະກອນ ຊຶ່ງເປັນພັກລັດຖະບານທີ່ປົກຄອງປະເທດຢູ່ໃນເວລານີ້ ແລະເກົາຫຼີເໜືອພວມກະກຽມທີ່ຈະຈັດການສວນສະໜາມຄັ້ງໃຫຍ່.

ຮູບຈາກດາວທຽມພານິດສະແດງໃຫ້ເຫັນວ່າ ເກົາຫຼີເໜືອໄດ້ຝຶກແອບມາໄດ້ຫຼາຍອາທິດແລ້ວ ໃນການສວນສະໜາມທີ່ສະຖານຝຶກແຫ່ງນຶ່ງ ຢູ່ນອກນະຄອນຫຼວງພຽງຢາງ. ໃນວັນອັງຄານຜ່ານມານີ້ ເວັບໄຊ 38 ນອດ ລາຍງານວ່າ ສ່ວນນຶ່ງຂອງການກະກຽມ ປາກົດວ່າ ແມ່ນໄດ້ກ່ຽວຂ້ອງ ກັບ “ຍານພາຫະນະທີ່ພົວພັນກັບລູກສອນໄຟ.”

ອົງການດັ່ງກ່າວຍັງບໍ່ຮູ້ຢ່າງຄັກແນ່ເທື່ອວ່າ ແມ່ນເປັນຍານພາຫະນະແນວໃດກແທ້ ແຕ່ກໍເວົ້າວ່າ ມັນເປັນຍານພາຫະນະທີ່ໃຫຍ່ພໍສຳລັບຂົນລູກສອນໄຟຂ້າມທະວີບ ຊຶ່ງໝາຍຄວາມວ່າ ອາດຈະເປັນຖານຍິງເຄື່ອນທີ່ເພື່ອສົ່ງລູກສອນໄຟຂ້າມທະວີບ ຫຼື ICBM.

ພວກນັກວິເຄາະບາງຄົນທຳນາຍວ່າ ເກົາຫຼີເໜືອອາດນຳເອົາລູກສອນໄຟຂ້າມທະວີບຫຼື ICBM ຊະນິດໃໝ່ທີ່ໃຊ້ເຊື້ອໄຟແທ່ງ ອອກມາສະແດງໃນການສວນສະໜາມດັ່ງກ່າວ. ສ່ວນອີກບາງຄົນເວົ້າວ່າ ໃນໄວໆນີ້ພຽງຢາງອາດຈະນຳເອົາລູກສອນໄຟຂີປະນາວຸດຂ້າມທີ່ຍິງຈາກກຳປັ່ນດຳນ້ຳ ອອກມາສະແດງກໍເປັນໄດ້.

ທັງສອງຢ່າງນີ້ ແມ່ນຈະເພີ້ມອົງປະກອບຊະນິດໃໝ່ໃຫ້ແກ່ຄັງອາວຸດ ທີ່ບໍ່ສາມາດທຳນາຍໄດ້ຂອງເກົາຫຼີເໜືອ. ລູກສອນໄຟທີ່ຍິງດ້ວຍເຊື້ອໄຟແທ່ງຈະສາມາດເຄື່ອນຍ້າຍໄດ້ງ່າຍຂຶ້ນ ແລະໃຊ້ເວລາໜ້ອຍລົງໃນການກະກຽມເພື່ອຈະຍິງ. ລູກສອນໄຟທີ່ຍິງຈາກກຳປັ່ນດຳນ້ຳ ກໍເປັນອາວຸດເຄື່ອນທີ່ອີກຊະນິດນຶ່ງ ທີ່ງ່າຍສຳລັບອຳພາງຫຼືເຊື່ອງບໍ່ໃຫ້ຝ່າຍກົງກັນຂ້າມຮູ້.

ການສະແດງອາວຸດທາງທະຫານທີ່ສຳຄັນດັ່ງກ່າວ ອາດເບິ່ງກັນວ່າເປັນການທ້າທາຍອີກຢ່າງນຶ່ງ ບໍ່ເທົ່າໃດອາທິດ ກ່ອນໜ້າການເລືອກຕັ້ງປະທານາທິບໍດີຂອງສະຫະລັດ. ປະທານາທິບໍດີດໍໂນລ ທຣຳກ່າວວ່າ ທ່ານ “ບໍ່ມີບັນຫາຫຍັງ” ກັບການຍິງລູກສອນໄຟໄລຍະໃກ້ຂອງເກົາຫຼີເໜືອ ແຕ່ທ່ານອາດຈະມີຄວາມເຫັນຄັດຄ້ານຕໍ່ການເຄື່ອນໄຫວທີ່ໃຫຍ່ໄປກວ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນສາອັງກິດ

XS
SM
MD
LG