ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ມີຜູ້ເສຍຊີວິດ ກາຍ 200,000 ຄົນແລ້ວ ຍ້ອນໂຄວິດ-19


ການເອົາຕົວຢ່າງເລືອດ ຈາກຜູ້ທີ່ເຂົ້າຮ່ວມ ທີ່ສະຖາບັນການແພດ Mayra Fernandez ຂອງມະຫາວິທະຍາໄລໄມອາມີມິລເລີ ເມື່ອວັນທີ 2 ກັນຍາ 2020.
ການເອົາຕົວຢ່າງເລືອດ ຈາກຜູ້ທີ່ເຂົ້າຮ່ວມ ທີ່ສະຖາບັນການແພດ Mayra Fernandez ຂອງມະຫາວິທະຍາໄລໄມອາມີມິລເລີ ເມື່ອວັນທີ 2 ກັນຍາ 2020.

ພວກອາສາສະໝັກພາກັນປັກທຸງຊາດນ້ອຍຂອງສະຫະລັດຈຳນວນ 20,000 ອັນໃສ່ບໍລິເວນເດີ່ນຂອງອະນຸສາວະລີຈອຣ໌ຈວໍຊິງຕັນ ທີ່ນະຄອນຫຼວງຂອງສະຫະລັດໃນວັນອັງຄານວານນີ້ ຊຶ່ງເປັນມື້ທີ່ຈຳນວນຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19​ ຮອດ 200,000 ຄົນ.

ທຸງຊາດແຕ່ອັນ ແມ່ນຕາງໜ້າໃຫ້ຜູ້ເຄາະຮ້າຍ 10 ຄົນ ຊຶ່ງໄດ້ເລີ້ມເສຍຊີິວິດເວລາເຊື້ອໄວຣັສດັ່ງກ່າວມາຮອດສະຫະລັດໃນຕົ້ນປີນີ້.

ໃນລະຫວ່າງພິທີ ທີ່ຫຼາຍສາສະໜາຈັດຮ່ວມກັນ ຢູ່ທີ່ອະນຸສາວະລີດັ່ງກ່າວ ເພື່ອລະນຶກເຖິງໂອກາດອັນໜ້າເສົ້າສະຫຼົດໃຈນີ້ ປະທານສະພາຕ່ຳສະຫະລັດ ທ່ານນາງແນນຊີ ເພໂລຊີ ກ່າວວ່າ ຈຳນວນຜູ້ເສຍຊີວິດຫຼວງຫຼາຍນີ້ ແມ່ນ “ສາມາດປ້ອງກັນໄດ້” ແລະຮຽກຮ້ອງໃຫ້ສະຫະລັດ ຮັບເອົາວິທະຍາສາດ ເພື່ອປ້ອງກັນການສູນເສຍໃນອະນາຄົດ.

ໃນເດືອນເມສາຜ່ານມາ ຫົວໜ້ານັກຊ່ຽວຊານດ້ານພະຍາດຕິດແປດຂອງສະຫະລັດ ດຣ. ແອນໂທນີ ຟາວຈີ ກ່າວວ່າ ຈຳນວນຜູ້ເສຍຊີວິດ ມີທ່າທາງວ່າ “ຈະຢູ່ໃນລະຫວ່າງ 60,000 ຄົນ” ໃນຂະນະທີ່ປະທານາທິບໍດີດໍໂນລ ທຣຳ ຜູ້ຊຶ່ງຕັ້ງແຕ່ຕອນເລີ້ມຕົ້ນ ກ່າວວ່າ ໄວຣັສໂຄໂຣນາ ແມ່ນມີລັກສະນະຄ້າຍຄືກັນກັບໄຂ້ຫວັດໃຫຍ່ຕາມລະດູການ ແລະໃນເດືອນພຶດສະພາຜ່ານມາເວົ້າວ່າ ຈຳນວນຜູ້ເສຍຊີວິດອາດຢູ່ໃນລະຫວ່າງ 75,000 ຫາ 100,000 ຄົນ.

ໃນເວລານີ້ ພວກນັກວິເຄາະດ້ານການແພດ ທີ່ມະຫາວິທະຍາໄລວໍຊິງຕັນ ກ່າວວ່າ ຈຳນວນຜູ້ເສຍຊີວິດອາດຈະສູງເຖິງ 410,000 ຄົນ ພາຍໃນທ້າຍປີນີ້.

ສະຫະລັດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ ແຕ່ບາງປະເທດໃນຢູໂຣບແລະລາຕິນອາເມຣິກາ ແມ່ນໄດ້ບັນທຶກຈຳນວນຜູ້ເສຍຊີວິດຫຼາຍກວ່າເມື່ອສົມທຽບຈຳນວນພົນລະເມືອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG