ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໐ ພຶດສະພາ ໒໐໒໕

ສະມັດຊາໃຫຍ່ ສະຫະປະຊາຊາດ ເປີດສະໄໝປະຊຸມ ປະຫວັດສາດ ໃນວັນອັງຄານມື້ນີ້


ເຈົ້າໜ້າທີ່ຮັກສາຄວາມປອດໄພ ສປຊ ເຂົ້າໄປໃນສຳນັກງານໃຫຍ່ ໂດຍທາງເຂົ້າພິເສດຂອງພວກຜູ້ຕາງໜ້າ ໃນວັນຈັນ ທີ 21 ກັນຍາ.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ສປຊ ເຂົ້າໄປໃນສຳນັກງານໃຫຍ່ ໂດຍທາງເຂົ້າພິເສດຂອງພວກຜູ້ຕາງໜ້າ ໃນວັນຈັນ ທີ 21 ກັນຍາ.

ນັບເປັນເທື່ອທຳອິດ ໃນປະຫວັດສາດ 75 ປີທີ່ບັນດາຜູ້ນຳຂອງປະເທດສະມາຊິກ 193 ປະເທດ ໃນອົງການສະຫະປະຊາຊາດ ຈະກ່າວຄຳປາໄສປະຈຳປີຕໍ່ກອງປະຊຸມສະມັດຊາໃຫຍ່ໂດຍທາງວີດີໂອເທບ ແທນທີ່ຈະແມ່ນໂດຍສ່ວນບຸກຄົນ ຍ້ອນໂຣກລະບາດໂຄວິດ-19.

ກອງປະຊຸມໃຫຍ່ສະຫະປະຊາຊາດ ໃນວັນອັງຄານມື້ນີ້ ຈະເລີ້ມຕົ້ນດ້ວຍຄຳປາໄສ ຂອງປະທານາທິບໍດີບຣາຊີລ ທ່ານແຈ ໂບລໂຊນາໂຣ ເພື່ອປະຕິບັດຕາມປະເພນີທີ່ເຄີຍເຮັດກັນມາເປັນເວລາຫຼາຍໆທົດສະວັດຊຶ່ງໄດ້ຈັດຕັ້ງກັນໃນຊຸມປີ 1940 ຕິດຕາມໂດຍ ປະທານາທິບໍດີດໍໂນລ ທຣໍາ ແຫ່ງສະຫະລັດໃນຖານະທີ່ເປັນປະເທດເຈົ້າພາບ ຂອງອົງການສະຫະປະຊາຊາດ. ສ່ວນຜູ້ນຳທີ່ສຳຄັນຄົນອື່ນໆຂອງໂລກ ທີ່ຄຳປາໄສຂອງພວກທ່ານ ຈະນຳອອກມາສາຍໃນວັນອັງຄານມື້ນີ້ ກໍຈະມີປະທານາທິບໍດີຣີເຊັບ ຕາຍຢິບ ເອີດວນ ແຫ່ງເທີກີ ທ່ານສີ ຈິ້ນຜິງ ປະທານປະເທດຈີນ ປະທານາທິບໍດີວລາດີເມຍ ປູຕິນ ແຫ່ງຣັດເຊຍ ແລະ ປະ ທານາທິບໍດີ ເອັມມານູແອລ ມາກຣົງ ແຫ່ງຝຣັ່ງ.

ພວກທີ່ໄປຮ່ວມ ຊຶ່ງແບ່ງກັນອອກເປັນຈຸໆ ຢູ່ໃນຫ້ອງໂຖງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອເບິ່ງຄຳປາໄສທາງວີດີໂອເທບ ກໍຈະມີຜູ້ຕາງໜ້າພຽງຜູ້ດຽວ ຈາກແຕ່ລະປະເທດສະມາຊິກ ບວກສະຫະພາບຢູໂຣບ ຜູ້ຕາງໜ້າວັງວາຕິກັນ ຜູ້ສັງເກດການທີ່ບໍ່ແມ່ນສະມາຊິກຈາກປາແລສໄຕນ໌ ເພື່ອຮັກສາໄລຍະຢູ່ຫ່າງກັນໃນຫ້ອງປະຊຸມ.

ນອກນັ້ນ ຍັງມີນ້ຳຢາລ້າງມືຕັ້ງໄວ້ເປັນໄລຍະໆ ຢູ່ຂອບທາງຍ່າງ ແລະຄະນະຜູ້ຕາງໜ້າຈະຕ້ອງໃສ່ໜ້າກາກຫຼືເຄື່ອງປົກໜ້າ ແຕ່ຈະບໍ່ມີການກວດອຸນຫະພູມ.

ອົງການສະຫະປະຊາຊາດໄດ້ສະຫຼອງຂີດໝາຍຄົບຮອບ 75 ປີໃນວັນຈັນວານນີ້ ທ່າມກາງທີ່ມີການລະບາດຂອງໄວຮັສໂຄໂຣນາຢູ່ໃນທົ່ວໂລກ ຊຶ່ງໄດ້ເອົາຊີວິດຜູ້ຄົນໄປແລ້ວ ຫຼາຍກວ່າ 960,000 ຄົນ ແລະລົ້ມປ່ວຍ ຫຼາຍກວ່າ 31 ລ້ານ 2 ແສນຄົນຢູ່ໃນທົ່ວໂລກ ອີງຕາມຂໍ້ມູນທີ່ເກັບກຳໂດຍສູນກາງໄວຣັສໂຄໂຣນາມະ ຫາວິທະຍາໄລຈອນສ໌ ຮອບກິນສ໌.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG