ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ອຳນວຍການ ສັນຕິບານກາງ ສຫລ ເຕືອນ ກ່ຽວກັບ ການແຊກແຊງ ເຂົ້າໃນການເລືອກຕັ້ງ ຂອງຣັດເຊຍ


ການໂຄສະນາຫາສຽງ ຊັກຊວນຜູ້ມີສິດປ່ອນບັດ ຢູ່ໃນບັນດາລັດທີ່ພວມມີການແຂ່ງຂັນກັນ ພວມດຳເນີນໄປໃນຊຸມເດືອນສຸດທ້າຍຂອງການເລືອກຕັ້ງ.
ການໂຄສະນາຫາສຽງ ຊັກຊວນຜູ້ມີສິດປ່ອນບັດ ຢູ່ໃນບັນດາລັດທີ່ພວມມີການແຂ່ງຂັນກັນ ພວມດຳເນີນໄປໃນຊຸມເດືອນສຸດທ້າຍຂອງການເລືອກຕັ້ງ.

ຜູ້ອຳນວຍການອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ທ່ານຄຣິສໂຕເຟີ ເວຣ ໄດ້ເຕືອນສະມາຊິກສະພາສະຫະລັດໃນວັນພະຫັດວານນີ້ວ່າ ຣັດເຊຍບໍ່ໄດ້ລົດລະ ໃນຄວາມພະຍາຍາມທີ່ຈະປ່ຽນແປງຜົນການເລືອກຕັ້ງປະທານາທິ ບໍດີໃນເດືອນພະຈິກຈະມາ ໂດຍພະຍາຍາມທີ່ຈະສ້າງຄວາມເສຍຫາຍ ໃຫ້ແກ່ການໂຄສະນາຫາສຽງຂອງຜູ້ສະໝັກເປັນປະທານາທິບໍດີພັກເດໂມແຄຣັດ ຄືອະ ດີດປະທານາທິບໍດີໂຈ ໄບເດັນ ໃນການໃຫ້ການ ທີ່ປາກົດວ່າ ບໍ່ຄ່ອຍເປັນທີ່ຖືກໃຈປານໃດຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ.

ທ່ານເວຣ ໃຫ້ການຕໍ່ຄະນະກຳມະການຮັກສາຄວາມປອດໄພພາຍໃນ ຂອງສະພາຕ່ຳ ໂດຍກ່າວເຖິງການປະຕິບັດງານ ທີ່ມີອິດທິພົນຂອງວັງເຄຣັມລິນນັ້ນວ່າ “ມີ ຄວາມຫ້າວຫັນຫຼາຍທີ່ສຸດ” ຢູ່ໃນສື່ສັງຄົມ ໃນສື່ມວນຊົນທີ່ລັດຖະບານຣັດເຊຍຄວບຄຸມ ແລະໂດຍຜ່ານ ຕົວແທນຕ່າງໆ.

ຈຸດປະສົງຂອງການປະຕິບັດງານທີ່ມີອິດທິພົນເຫລົ່ານີ້ "ຕົ້ນຕໍ ແມ່ນເພື່ອເຮັດໃຫ້ຮອງປະທານາ ທິບໍດີໄບເດັນ ເສື່ອມເສຍ ແລະໃນສິ່ງທີ່ຣັດເຊຍເຫັນວ່າ ຂ້ອນຂ້າງຈະເປັນການສ້າງຕັ້ງທີ່ຕໍ່ຕ້ານຣັດເຊຍ".

ການຕີລາຄາຢ່າງເປີດເຜີຍຂອງທ່ານ ເວຣ ຕໍ່ການດຳເນີນງານທີ່ອິດທິພົນຂອງ ຣັດເຊຍແມ່ນເປັນຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ການໂຄສະນາຫາສຽງ ຂອງປະທານາທິບໍດີໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍ. ມັນຍັງສອດຄ່ອງກັບການປະເມີນຜົນແບບເປີດເຜີຍທີ່ບໍ່ຄ່ອຍມີທີ່ດໍາເນີນໄປໃນຕົ້ນເດືອນສິງຫາຜ່ານມາ ໂດຍເຈົ້າໜ້າທີ່ຂັ້ນສູງຕໍ່ຕ້ານການສືບລັບຂອງປະເທດ ທ່ານວິລລຽມ ອີແວນນີນາ.

[[https://www.voanews.com/2020-usa-votes/official-us-adversaries-taking-sides-wielding-influence-ahead-election]]

ແຕ່ທ່ານອີແວນນີນາ ຍັງກ່າວເຕືອນວ່າ ພວກປະຕິບັດງານທີ່ເຊື່ອມໂຍງກັບຣັດເຊຍແມ່ນ "ຊອກຫາທາງຊຸກຍູ້" ການສະໝັກແຂ່ງຂັນເປັນປະທານາທິບໍດີຂອງທ່ານທຣໍາ ຊຶ່ງເປັນບາງສິ່ງບາງຢ່າງທີ່ທ່ານເວຣ ຫົວໜ້າຂອງອົງການ FBI ບໍ່ໄດ້ເວົ້າໃນເວລາທີ່ຖືກຖາມກ່ຽວກັບການແຊກແຊງຣັດເຊຍ.

ທ່ານທຣໍາ ເຊິ່ງເປັນທີ່ຮູ້ຈັກວ່າ ບອກໃຫ້ເຈົ້າໜ້າທີ່ສືບລັບແລະເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍປະຕິບັດໜ້າທີ່ຢູ່ໃນສື່ສັງຄົມອອນລາຍ ໄດ້ຕອບໃນຕອນແລງວັນພະຫັດວານນີ້ ໂດຍເອີ້ນຜູ້ອຳນວຍການອົງການ FBI ແບບອອກແຕ່ຊື່ຕົ້ນຂອງທ່ານ.

ທ່ານທຣໍາຂຽນວ່າ "ແຕ່ ຄຣິສ ເຈົ້າບໍ່ເຫັນການເຄື່ອນໄຫວໃດໆ ຈາກຈີນ ເຖິງແມ່ນວ່າ ມັນຈະເປັນໄພຂົ່ມຂູ່ທີ່ໃຫຍ່ກວ່າຣັດເຊຍ ຣັດເຊຍ ຣັດເຊຍ ຕັ້ງຫລາຍເທົ່າກໍຕາມ." ທ່ານທຣໍາຂຽນຕື່ມອີກວ່າ “ທັງສອງປະເທດຫັ້ນແຫລະຈະເຮັດເຊັ່ນນັ້ນ ທັງມີປະເທດອື່ນອີກ ທີ່ສາມາດແຊກແຊງເຂົ້າໃນການເລືອກຕັ້ງປີ 2020 ໂດຍທີ່ມີການປ່ອນບັດ ທີ່ເປັນໄປໄດ້ສູງທັງນັ້ນເລີຍວ່າ ຈະມີການສົ່ງບັດເຫລືອ (ບັດປອມ?) ການສໍ້ໂກງບັດລົງຄະແນນສຽງ. ກວດເບິ່ງແມະ!”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG