ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ບັນຊາການ ສຫລ ກ່າວວ່າ ການເກັບສະສົມ ອາວຸດນິວເຄລຍຂອງຈີນ ແມ່ນສິ່ງທີ່ປັກກິ່ງ ຈະເຮັດ ໃນຂັ້ນຕໍ່ໄປ


ຜູ້ບັນຊາການກຳລັງຍຸດທະສາດ ສຫລ ຄົນໃໝ່ ພົນເຮືອເອກ Charles A. Richard ຖະແຫຼງໃນພິທີມອບຮັບໜ້າທີ່ ຢູ່ຖານທັບອາກາດ Offutt ໃນລັດເນບຣາສກ້າ ເມື່ອວັນທີ 18 ພະຈິກ 2019.
ຜູ້ບັນຊາການກຳລັງຍຸດທະສາດ ສຫລ ຄົນໃໝ່ ພົນເຮືອເອກ Charles A. Richard ຖະແຫຼງໃນພິທີມອບຮັບໜ້າທີ່ ຢູ່ຖານທັບອາກາດ Offutt ໃນລັດເນບຣາສກ້າ ເມື່ອວັນທີ 18 ພະຈິກ 2019.

ຜູ້ບັນຊາການ ທີ່ຮັບຜິດຊອບໃນເລື້ອງຄັງອາວຸດນິວເຄລຍ ຂອງສະຫະລັດ ໄດ້ເຕືອນກ່ຽວກັບການເກັບສະສົມອາວຸດນິວເຄລຍທີ່ເພີ້ມຈຳນວນຂຶ້ນຂອງຈີນແມ່ນ “ສິ່ງທີິ່ຈະເຮັດ” ໃນ “ຂັ້ນຕໍ່ໄປ” ຂອງປັກກິ່ງ.

ໃນການຖະແຫຼງຕໍ່ພວກນັກຂ່າວທີ່ທຳນຽບຫ້າແຈໃຈວັນຈັນວານນີ້ ຫົວໜ້າຜູ້ບັນຊາການກຳລັງຍຸດທະສາດສະຫະລັດ ພົນເຮືອເອກ Charles Richards ກ່າວວ່າ ໃນຂະນະທີ່ສະຫະລັດ ບໍ່ໄດ້ມີຄວາມຜິດພາດຄາດເຄື່ອນປະໄວ້ເພື່ອຈະປັບ ປຸງໂຄງສ້າງ ໃນດ້ານກຳລັງນິວເຄລຍຂອງຕົນ ຈີນ ມີປະຫວັດພິສູດໃຫ້ເຫັນວ່າພວມເສີມສ້າງກຳລັງທະຫານຂອງຕົນ ຢ່າງສະໝ່ຳສະເໝີມາ. ທ່ານໄດ້ຍົກເອົາຕົວຢ່າງກ່ຽວກັບການທີ່ປັກກິ່ງໄດ້ສ້າງກຳປັ່ນຫຼາຍກວ່າ 250 ລຳ ສຳລັບໜ່ວຍຍາມຝັ່ງທີ່ຕັ້ງຂຶ້ນໃໝ່ຂອງຈີນ ໃນຮອບ 7 ປີທີ່ຜ່ານມາ.

ທ່ານ Richards ກ່າວວ່າ “ເວລາຈີນ ຕັ້ງໃຈທີ່ຈະເຮັດສິ່ງໃດສິ່ງນຶ່ງ ພວກເຂົາ ເຈົ້າແມ່ນມີຄວາມປະທັບໃຈຫຼາຍໃນຄວາມສາມາດຂອງພວກເຂົາທີ່ຈະເຮັດສິ່ງນັ້ນໃຫ້ສຳເລັດ. ກຳລັງຍຸດທະສາດ ຂອງພວກເຂົາເຈົ້າແມ່ນສິ່ງທີ່ຈະຕ້ອງໄດ້ເຮັດໃນຂັ້ນຕໍ່ໄປ ແມ່ນບໍ ແລະຂ້າພະເຈົ້າກຳລັງພະຍາຍາມທີ່ຈະເອົາທ່າທີຂອງພວກເຮົາ ເພື່ອຮັບມືກັບໄພຂົ່ມຂູ່ທີ່ພວກເຮົາຈະປະເຊີນ ບໍ່ແມ່ນໄພຂົ່ມຂູ່ທີ່ພວກເຮົາມີໃນທຸກມື້ນີ້.”

ສະຫະລັດສາມາດທຳການໂຈມຕີດ້ວຍອາວຸດນິວເຄລຍໂດຍທາງທະເລ ອາກາດ ແລະພາກພື້ນດິນ ດ້ວຍການໃຊ້ເຮືອດຳນ້ຳ ເຮືອບິນ ແລະ ລູກສອນໄຟຂີປະນາວຸດຂ້າມທະວີບ ຊຶ່ງເປັນຄວາມສາມາດທີ່ມັກກ່າວເຖິງ ພາຍໃຕ້ຊື່ສາມກຳລັງນິິວເຄລຍ.

ໃນຕົ້ນເດືອນນີ້ ລາຍງານຂອງທຳນຽບຫ້າແຈ ໄດ້ສະແດງຄວາມເຫັນຫ່ວງກ່ຽວກັບການຊອກສະແຫວງຫາກຳລັງນິວເຄລຍຂອງສາມເຫຼົ່າທັບ ໂດຍທຳນາຍວ່າ ປັກກິ່ງ “ຢ່າງໜ້ອຍກໍຈະເພີ້ມຂຶ້ນເປັນສອງເທົ່າ” ໃນການເກັບສະສົມຫົວລະເບີດນິວເຄລຍຂອງຕົນໃນທົດສະວັດຕໍ່ໜ້າ. ຍັງບໍ່ທັນມີການໃຫ້ຄວາມເຫັນໃດໆຂອງ ລັດຖະບານກ່ຽວກັບເລື້ອງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG