ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ກ່າວຢ້ຳວ່າ ທ່ານໄດ້ 'ດຳເນີນງານ ແບບບໍ່ໜ້າເຊື່ອ' ໃນການຮັບມື ໄວຣັສໂຄໂຣນາ


ປະທານາທິບໍດີດໍໂນລ ທຣຳ ເສັດສິ້ນການໂຄສະນາຫາສຽງ ທີ່ເມືອງມິນເດັນ ລັດເນວາດາ ເມື່ອວັນທີ 12 ກັນຍາ 2020.
ປະທານາທິບໍດີດໍໂນລ ທຣຳ ເສັດສິ້ນການໂຄສະນາຫາສຽງ ທີ່ເມືອງມິນເດັນ ລັດເນວາດາ ເມື່ອວັນທີ 12 ກັນຍາ 2020.

ຍັງມີເວລາອີກ 7 ອາທິດກ່ອນໜ້າການເລືອກຕັ້ງແຫ່ງຊາດຂອງສະຫະລັດ ປະທານາທິບໍດີດໍໂນລ ທຣຳ ກ່າວຢ້ຳວ່າ ທ່ານໄດ້ “ດຳເນີິນວຽກງານທີ່ບໍ່ໜ້າເຊື່ອ” ໃນການຮັບມືກັບໂຣກລະບາດໄວຣັສໂຄໂຣນາ ແລະເຮັດໃຫ້ປະເທດຊາດ ມີຜູ້ຈຳນວນຜູ້ເສຍຊີວິດໜ້ອຍທີ່ສຸດ.

ທ່ານທຣຳທີ່ໄດ້ໂຄສະນາຫາສຽງຢູ່ລັດເນວາດາ ໃນມື້ວັນເສົາຜ່ານມານີ້ ກ່າວວ່າ ສະຫະລັດ “ໃກ້ຈະເຖິງຈຸດ” ໃນການຮັບມື ກັບໄວຣັສໂຄໂຣນາແລ້ວ ຊຶ່ງເປັນຄວາມຄິດທີ່ໄດ້ຮັບການໂຕ້ແຍ້ງ ໂດຍນັກຊ່ຽວຊານແຖວໜ້າຂອງປະເທດ ທ່ານແອນໂທນີ ຟາວຈີ. ຢູ່ທີ່ບ່ອນ ໂຄສະນາຫາສຽງນັ້ນ ທ່ານທຣຳ ໄດ້ກ່າວເຖິງຈຳ ນວນພວກທີ່ເສຍຊີວິດ ຊຶ່ງໃນເວລານີ້ ມີເກືອບ 194,000 ຄົນແລ້ວ ໂດຍເວົ້າວ່າ “ຄືມີປະມານ 180,000 ຄົນ.”

ເຖິງແມ່ນໃນຂະນະທີ່ມີການບັນທຶກວ່າ ມີປະມານ 35,000 ກໍລະນີຕິດເຊື້ອໃໝ່ແລະ 1,000 ຄົນເສຍຊີວິດໃນແຕ່ລະມື້ ຢູ່ໃນສະຫະລັດນັ້ນ ທ່ານທຣຳໄດ້ຂຽນລົງໃນທວີດເຕີ້ເມື່ອວັນອາທິດວານນີ້ວ່າ “ທີ່ຈິງແລ້ວພວມຫຼຸດລົງຢ່າງສະໝ່ຳສະເໝີແລະຢ່າງວ່ອງໄວ. ຈຳນວນຜູ້ເສຍຊີວິດແລະເຂົ້າໂຮງໝໍໄດ້ຫຼຸດລົງຢ່າງຫຼວງຫຼາຍ ແລະແມ່ນແຕ່ກໍລະນີຕິດເຊື້ອກໍໄດ້ຫຼຸດລົງ ໃນຂະນະທີ່ໄດ້ມີການກວດຫຼາຍກວ່າປະເທດອື່ນໃດໃນໂລກ ມາຮອດເວລານີ້.”

https://twitter.com/realDonaldTrump/status/1305152163329368065

ພວກຜູ້ຊ່ວຍຂອງທ່ານທຣຳໄດ້ພາກັນອອກມາປົກປ້ອງໃນລາຍການໂອ້ລົມທາງໂທລະພາບ ໃນວັນອາທິດວານນີ້ກ່ຽວກັບວ່າ ເປັນຫຍັງທ່ານບໍ່ໄດ້ໃຫ້ຄວາມສຳຄັນຢ່າງເປັນການເປີດເຜີຍໃນຕົ້ນປີ 2020 ຕໍ່ໄພຂົ່ມຂູ່ຂອງເຊື້ອໄວຣັສດັ່ງກ່າວຕໍ່ປະຊາຊົນອາເມຣິກັນ ໃນຂະນະທີ່ທ່ານໄດ້ຖືກເຕືອນໂດຍພວກຜູ້ຊ່ວຍໃນດ້ານສືບລັບ ກ່ຽວກັບໄພອັນຕະລາຍຂອງເຊື້ອໄວຣັສ ອີງຕາມການບັນທຶກສຽງຂອງທ່ານທຣຳທີ່ໄດ້ໂອ້ລົມກັບນັກຂ່າວ ບອບ ວູດເຫວີດ ຢູ່ໃນປື້ມຫົວໃໝ່ ທີ່ມີຊື່ວ່າ
“Rage” ທີ່ຈະນຳອອກຈຳໜ່າຍໃນອາທິດນີ້.

ສ່ວນຜູ້ທ້າທາຍທ່ານທຣຳຈາກພັກເດໂມແຄຣັດຮອງປະທານາທິບໍດີໂຈ ໄບເດັນບໍ່ໄດ້ໂຄສະນາຫາສຽງໃນມື້ວັນເສົາແລ້ວ ແຕ່ໄດ້ກ່າວກ່ອນໜ້ານັ້ນວ່າ ການກ່າວແບບສັບສົນທີ່ພາໃຫ້ເຂົ້າໃຈຜິດຕໍ່ປະຊາຊົນຂອງທ່ານທຣຳ “ແມ່ນການທໍລະຍົດແບບເປັນຕາຍຕໍ່ປະຊາຊົນອາເມຣິກັນ. ມັນຍິ່ງໄປກວ່າເປັນເລື້ອງທີ່ໜ້າລັງກຽດ ມັນເປັນການປະຖິ້ມໜ້າທີ່ ມັນເປັນເລື້ອງທີ່ໜ້າອັບອາຍ.”

ທ່ານໄບເດັນກ່າວຕື່ມວ່າ “ທ່ານຮູ້ວ່າມັນຮ້າຍແຮງສ່ຳໃດ. ທ່ານຮູ້ແລະກໍໄດ້ຕັ້ງໃຈທີ່ບໍ່ໃຫ້ຄວາມສຳຄັນກັບມັນ. ຍິ່ງໄປກວ່ານັ້ນ ທ່ານໄດ້ຕົວະ.”

ທັງທ່ານທຣຳ ແລະທີ່ປຶກສາ ທາງດ້ານການຄ້າ ທ່ານພີເທີ ນາວາໂຣ ໄດ້ກ່າວປ້ອງກັນທ່າທີຂອງປະທານາທິບໍດີກ່ຽວກັບເລື້ອງໄວຣັສໂຄໂຣນາໃນຕົ້ນປີ 2020 ເວລາທ່ານໄດ້ປຽບທຽບໄວຣັສດັ່ງກ່າວວ່າ ບໍ່ມີຫຍັງຮ້າຍແຮງ ໄປກວ່າໄຂ້ຫວັດ ໃຫຍ່ຕາມລະດູການ. ທ່ານນາວາໂຮ ກ່າວຕໍ່ໂທລະພາບ CNN ວ່າ “ປະທານາທິບໍດີແມ່ນຖືກຕ້ອງທີ່ສຸດ ສິ່ງທີ່ທ່ານຈຳເປັນຕ້ອງໄດ້ເຮັດກໍຄືຕ້ອງຫງຽບຢູ່ໂດຍຫວັງວ່າສິ່ງດີໆຈະເກີິດຂຶ້ນ ແຕ່ກໍກະກຽມຮັບມື ກັບສິ່ງທີ່ຮ້າຍແຮງສຸດ” ໂດຍຫາທາງກຳຈັດເຊື້ອໄວຣັສ. “ນັ້ນຄືສິ່ງທີ່ທ່ານໄດ້ກະທຳ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG