ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄມຄ໌ ເພັນສ໌ ຜູ້ນິຍົມແນວທາງເດີມ ທີ່ຈົງຮັກພັກດີ ຕໍ່ ປ. ທຣຳ


ຮອງປະທານາທິບໍດີໄມຄ໌ ເພັນນ໌ ໂບກມື ຫຼັງຈາກກ່າວຄຳປາໄສ ໃນຄືນທຳອິດຂອງກອງປະຊຸມໃຫຍ່ແຫ່ງຊາດພັກຣີພັບບລີກັນ ເມື່ອວັນທີ 24 ສິງຫາ ປີ 2020 ທີ່ເມືອງຊາລັອດ ລັດຄາໂຣໄລນາເໜືອ.
ຮອງປະທານາທິບໍດີໄມຄ໌ ເພັນນ໌ ໂບກມື ຫຼັງຈາກກ່າວຄຳປາໄສ ໃນຄືນທຳອິດຂອງກອງປະຊຸມໃຫຍ່ແຫ່ງຊາດພັກຣີພັບບລີກັນ ເມື່ອວັນທີ 24 ສິງຫາ ປີ 2020 ທີ່ເມືອງຊາລັອດ ລັດຄາໂຣໄລນາເໜືອ.

ຮອງປະທານາທິບໍດີໄມຄ໌ ເພັນສ໌ ຊຶ່ງເປັນບຸກຄົນສຳຄັນໃນຄືນວັນພຸດວານນີ້ ທີ່ກອງປະຊຸມໃຫຍ່ແຫ່ງຊາດພັກຣີພັບບລີກັນ ແມ່ນພັນທະມິດທີ່ຈົງຮັກພັກດີຂອງປະທານາທິບໍດີດໍໂນລ ທຣຳ ໃນລະຫວ່າງການຂຶ້ນດຳລົງຕຳແໜ່ງມາເປັນເວລາເກືອບ 4 ປີໃນຖານະຜູ້ນຳຂອງລັດຖະບານອາເມຣິກາ.

ທ່ານເພັນສ໌ໄດ້ກ່າວຄຳປາໄສ ຈາກຄ້າຍຟອດແມັກເຮັນຣີ ທີ່ນະຄອນບາລຕິມໍ ໃນລັດແມຣີແລນ ບ່ອນທີ່ທະຫານອາເມຣິກັນ ໄດ້ຕໍ່ສູ້ປ້ອງກັນປະເທດສະຫະລັດທີ່ເກີດໃໝ່ຈາກການໂຈມຕີຂອງອັງກິດໃນປີ 1814 ຊຶ່ງໄດ້ກະຕຸກຊຸກຍູ້ໃຫ້ມີການແຕ່ງເພງຊາດຂອງສະຫະລັດ “The Star-Spangled Banner.” ມັນເປັນບ່ອນທີ່ຖືກກັບເນື້ອໄນໃນການຈັດກອງປະຊຸມໃຫຍ່ຂອງພັກຣີພັບບລີກັນ ເພື່ອ “ເປັນກຽດແກ່ປະຫວັດສາດອັນຍິ່ງໃຫຍ່ຂອງອາເມຣິກາ.”

ທ່ານເພັນສ໌ ຊຶ່ງເປັນບຸກຄົນທີ່ຂ້ອນຂ້າງບໍ່ມີໃຜຄ່ອຍຮູ້ຈັກໃນລະດັບປະເທດເມື່ອສິີ່ປີກ່ອນ ເວລາທ່ານທຣຳ ນັກການເມືອງທີ່ບໍ່ມີປະສົບພະການຫຼາຍປານໃດໃນເວລານັ້ນ ໄດ້ເລືອກເອົາທ່ານ ເປັນຜູ້ຮ່ວມລົງສະໝັກແຂ່ງຂັນເລືອກຕັ້ງ. ໃນຂະ ນະນັ້ນ ທ່ານເພັນສ໌ເປັນຜູ້ປົກຄອງລັດອິນດຽນນາ ໃນພາກຕາເວັນຕົກຕອນກາງຂອງສະຫະລັດ ຫຼັງຈາກໄດ້ເປັນສະມາຊິກສະພາຕ່ຳ ມາໄດ້ 6 ສະໄໝ ຊຶ່ງໃນໄລຍະ 16 ປີດັ່ງກ່າວທ່ານໄດ້ເສີມສ້າງປະຫວັດນະໂຍບາຍນິຍົມແນວທາງເດີມ
ຢ່າງເຂັ້ມແຂງ ແຕ່ກໍໄດ້ປະເຊີນກັບຄວາມຫຍຸ້ງຍາກ ໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງເປັນຜູ້ປົກຄອງລັດຕື່ມອີກ.

ທ່ານທຣຳ ຊຶ່ງໃນເວລານັ້ນ ແມ່ນຕ້ອງການໃບຮັບຮອງໃນດ້ານນິຍົມແນວທາງເດີມຂອງທ່ານເພັນສ໌ ເພື່ອເສີມສ້າງຄວາມເສຍປຽບໃນໂອກາດທີ່ຈະຖືກເລືອກແຂ່ງກັບຜູ້ສະໝັກ ຂອງພັກເດໂມແຄຣັດ ທ່ານນາງຮິລລາຣີ ຄລິນຕັນ. ທ່ານເພັນສ໌ ໄດ້ແຕ່ງງານກັບພັນລະຍາຂອງທ່ານ ທ່ານນາງແຄເຣັນ ທີ່ເປັນນາຍຄູມາໄດ້ 35 ປີ ຊຶ່ງເປັນຂົ້ວທີ່ກົງກັນຂ້າມກັບທ່ານທຣຳນັກພັດທະນາທີ່ເຂັ້ມແຂງ ຈາກນິວຢອກ ແລະເຈົ້າຂອງລາຍ reality TV show ທີ່ແຕ່ງງານກັບພັນລະຍາຄົນທີສາມ.

ຍິ່ງໄປກວ່ານັ້ນ ທ່ານເພັນສ໌ໄດ້ເສີມສ້າງຄວາມສຳພັນ ແບບທີ່ບໍ່ເຄີຍມີມາກ່ອນກັບພວກທີ່ນັບຖືສາສະໜາຄຣິສຕຽນ ຊຶ່ງສ່ວນໃຫຍ່ເປັນຜູ້ມີສິດປ່ອນບັດ ພັກຣີພັບບລີກັນນິຍົມແນວທາງເດີມທີ່ອາດປະກອບເປັນນຶ່ງສ່ວນສີ່ຂອງຄະນະຜູ້ແທນໃນການເລືອກປະທານາທິບໍດີທັງໝົດຂອງສະຫະລັດ. ໃນການໄດ້ຮັບໄຊຊະນະແບບບໍ່ຄາດຝັນປີ 2016 ນັ້ນທ່ານທຣຳໄດ້ຮັບຄະແນນສຽງສ່ວນໃຫຍ່ຈາກການປ່ອນບັດຂອງພວກທີ່ນັບຖືສາສະໜາຄຣິສຕຽນ ຊຶ່ງມີຄວາມສຳຄັນກໍຍ້ອນມີທ່ານເພັນສ໌ຮວມຢູ່ໃນຜູ້ລົງສະໝັກແຂ່ງຂັນຂອງພັກ.

ໃນການເປັນນັກການເມືອງສະໄໝຕົ້ນໆຂອງທ່ານນັ້ນ ທ່ານເພັນສ໌ໄດ້ພັນລະນາທ່ານເອງວ່າ “ເປັນຜູ້ນັບຖືສາສະໜາຄຣິສຕຽນ ນິຍົມແນວທາງເດີມ ແລະສະມາຊິກພັກຣີພັບບລີກັນ ຕາມລຳດັບນັ້ນ.”

ປັດຈຸບັນນີ້ຫຼັງຈາກໄດ້ເຂົ້າຮັບຕຳແໜ່ງເປັນບຸກຄົນໝາຍເລກສອງຢູ່ທຳນຽບຂາວແລ້ວ ທ່ານເພັນສ໌ອາດຈະຮັບເອົາລັກສະນະພິເສດອັນທີສີ່ ເຂົ້າໄວ້ຢູ່ໃນຊີວະປະ ຫວັດຂອງທ່ານ ນັ້ນກໍຄືຄວາມຈົງຮັກພັກດີເປັນພິເສດ ຕໍ່ທ່ານທຣຳ ໃນຂະນະທີ່ພວກທ່ານທັງສອງພວມຊອກຫາຊ່ອງທາງເພື່ອໃຫ້ໄດ້ເຂົ້າຮັບຕຳແໜ່ງຕື່ມອີກໃນວັນທີ 3 ພະຈິກຈະມາເຖິງນີ້ ແຂ່ງກັບຜູ້ສະໝັກຂອງພັກເດໂມແຄຣັດ ອະດີດຮອງປະທານາທິບໍດີໂຈ ໄບເດັນ ແລະຜູ້ລົງສະໝັກ ເປັນຮອງປະທານາທິບໍດີຮ່ວມກັບທ່ານ ສະມາຊິກສະພາສູງຄາມາລາ ແຮຣິສຈາກລັດຄາລີຟໍເນຍ. ທ່ານ
ເພັນສ໌ ແລະທ່ານນາງແຮຣິສມີກຳນົດທີ່ຈະໂຕ້ວາທີກັນ ໃນວັນທີ 7 ຕຸລາ ໂດຍທ່ານທຣຳ ແລະທ່ານໄບເດັນ ໂຕ້ວາທີກັນ 3 ເທື່ອ ເລີ້ມແຕ່ທ້າຍເດືອນກັນຍາເປັນຕົ້ນໄປ. ທ່ານເພັນສ໌ ບໍ່ເຄີຍພາດໂອກາດຈັກເທື່ອເລີຍໃນການກ່າວຊົມເຊີຍຜູ້ທີ່ເປັນນາຍຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG