ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານເພັນສ໌ ກ່າວໂຈມຕີ ທ່ານໄບເດັນ ກ່ຽວກັບເລື້ອງການໃຫ້ທຶນ ຕໍ່ຕຳຫຼວດ ທ່າມກາງ ທີ່ເກີດຄວາມວຸ້ນວາຍ ທາງເຊື້ອຊາດຜິວພັນ


ຮອງປະທານາທິບໍດີໄມຄ໌ ເພັນ ກ່າວຄຳປາໄສ ໃນຄືນທີ 3 ຂອງກອງປະຊຸມໃຫຍ່ພັກຣີພັບບລີກັນຄ້າຍຟອດແມັກເຮັນຣີ ຢູ່ບາລຕີມໍ ລັດແມຣີິແລນ ເມື່ອວັນທີ 26 ສິງຫາ 2020. (Photo by SAUL LOEB / AFP)
ຮອງປະທານາທິບໍດີໄມຄ໌ ເພັນ ກ່າວຄຳປາໄສ ໃນຄືນທີ 3 ຂອງກອງປະຊຸມໃຫຍ່ພັກຣີພັບບລີກັນຄ້າຍຟອດແມັກເຮັນຣີ ຢູ່ບາລຕີມໍ ລັດແມຣີິແລນ ເມື່ອວັນທີ 26 ສິງຫາ 2020. (Photo by SAUL LOEB / AFP)

ໂດຍທີ່ມີຄວາມວຸ້ນວາຍທາງດ້ານເຊື້ອຊາດຜິວພັນພວມເກີດຂຶ້ນໃນສະຫະລັດຢູ່ນັ້ນ ຮອງປະທານາທິບໍດີໄມຄ໌ ເພັນສ໌ ໃນຄືນວັນພຸດວານນີ້ ໄດ້ກ່າວຕໍ່ຜູ້ມີສິດປ່ອນບັດວ່າ “ພວກທ່ານຈະບໍ່ມີຄວາມປອດໄພຢູ່ໃນອາເມຣິກາ ຂອງທ່ານໂຈໄບເດັນ” ໂດຍກ່າວໂຈມຕີຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດວວ່າ ເຕັມໃຈທີ່ຈະເປັນຄູ່ຮ່ວມງານ ກັບພວກທີ່ຕ້ອງການຢາກຕັດງົບປະມານຂອງຕຳຫຼວດ.

ທ່ານເພັນສ໌ກ່າວຕໍ່ກອງປະຊຸມໃຫຍ່ແຫ່ງຊາດຂອງພັກຣີພັບບລີກັນໃນຄືນທີສາມວ່າ “ໂຈ ໄບເດັນກ່າວວ່າອາເມຣິກາແມ່ນມີການແບ່ງແຍກເຊື້ອຊາດຜິວພັນຢ່າງເປັນລະບົບ.” ແລະພວກເຈົ້າໜ້າທີ່ປະຕິບັດກົດໝາຍໃນອາເມຣິກາ ໄດ້ກ່າວວ່າ ‘ມີຄວາມລຳອຽງໂດຍປະລິຍາຍ’ ຕໍ່ພວກຊົນກຸ່ມນ້ອຍ. ແລະເມື່ອມີການຖາມວ່າ ທ່ານຈະໃຫ້ການສະໜັບສະໜຸນຕໍ່ການຕັດງົບປະມານໃຫ້ແກ່ພວກເຈົ້າໜ້າທີ່ປະຕິບັດກົດໝາຍຫຼືບໍ່ ແລະທ່ານກໍຕອບວ່າ “ແມ່ນແລ້ວ, ແນ່ນອນ.”

“ຄວາມຈິງກໍຄືວ່າ ພວກທ່ານຈະບໍ່ປອດໄພຢູ່ໃນອາເມຣິກາພາຍໃຕ້ທ່ານໂຈ ໄບເດັນ” ຊຶ່ງທ່ານເພັນສ໌ໃຫ້ຄວາມເຫັນດັ່ງກ່າວ ໃນການກ່າວຄຳປາໄສ ຈາກຄ້າຍແມັກເຮັນຣີ ໃນນະຄອນບາລຕີມໍ ບ່ອນທີ່ທະຫານສະຫະລັດໄດ້ຂັບໄລ່ການໂຈມຕີຂອງອັງກິດ ໃນປີ 1814 ຊຶ່ງເປັນຊຸູມປີທຳອິດຂອງປະເທດຊາດ. ການສູ້ລົບນີ້ໄດ້ກະຕຸກຊຸກຍູ້ໃຫ້ມີການແຕ່ງເພງຊາດອາເມຣິກັນ ທີ່ເອີ້ນວ່າ “The Star-Span-gled Banner.”

ປະທານາທິບໍດີດໍໂນລ ທຣຳ ແລະພວກສະໜັບສະໜຸນທ່ານຫຼາຍໆຄົນ ໄດ້ກ່າວຫາທ່ານໄບເດັນວ່າ ໃຫ້ການສະໜັບສະໜຸນແກ່ກຸ່ມຊີວິດຂອງພວກຄົນຜິວດຳ ມີຄວາມສຳຄັນ ແລະພວກນັກເຄື່ອນໄຫວຫົວເສລີອື່ນໆທີ່ຮຽກຮ້ອງໃຫ້ “ຕັດ” ງົບປະມານຕໍ່ກົມຕຳຫຼວດໃນທ້ອງຖິ່ນ ຊຶ່ງເປັນການກ່າວອ້າງທີ່ທ່ານໄບເດັນໄດ້ປະຕິເສດຢ່າງແຂງຂັນນັ້ນ. ແຕ່ທ່ານເພັນສ໌ ແມ່ນຖືກຕ້ອງທີ່ກ່າວວ່າ ທ່ານໄບເດັນແລະຜູ້ລົງສະໝັກຮ່ວມກັນກັບທ່ານ ຄືສະມາຊິກສະພາສູງ ຈາກລັດຄາລີຟໍເນຍ​ແມ່ນເປີດກວ້າງຕໍ່ການຫຼຸດການໃຊ້ຈ່າຍຂອງພວກຕຳຫຼວດແລະໃຊ້ເງິນທີ່ປະຢັດໄດ້ນັ້ນ ເພື່ອຊ່ວຍພະແນກການອື່ນໆຢູ່ໃນທ້ອງຖິ່ນຂອງປະຊາຄົມ ໃນການຫຼຸດຜ່ອນອາຊະຍາກຳລົງ.

ທ່ານໄບເດັນກ່າວໃນຕົ້ນເດືອນນີ້ວ່າ “ຂ້າພະເຈົ້າບໍ່ຕ້ອງການຢາກໃຫ້ຕັດງົບປະມານຂອງຕຳຫຼວດ. ຂ້າພະເຈົ້າຢາກໃຫ້ເງິນເພີ້ມຕື່ມຕໍ່ຕໍາຫຼວດ ເພື່ອຮັບມືກັບສິ່ງຕ່າງໆທີ່ພວກເຂົາເຈົ້າຕ້ອງການເປັນທີ່ສຸດ ຈາກການໃຫ້ເປັນທີ່ແນໃຈວ່າ ພວກເຂົາເຈົ້າມີຊ່ອງທາງໃຫ້ປະຊາຄົມ ມີສ່ວນປະກອບໃນການຄຸ້ມຄອງ ທີ່ພວກເຂົາ ເຈົ້າມີຢູ່ເຊັ່ນກັນໃນພະແນກພະນັກງານສັງຄົມສົງເຄາະ ຈິດຕະວິທະຍາ ຜູ້ຄົນຜູ້ຊຶ່ງໃນຄວາມຈິງແລ້ວສາມາດຮັບມືກັບບັນຫາທີ່ຮ້າຍແຮງຕ່າງໆ ທີ່ພວກຕຳຫຼວດຕ້ອງມີສີ່ປະລິນຍາບັດເພື່ອຮັບມືນຳນັ້ນ.”

ທ່ານເພັນສ໌ໄດ້ຮັບເອົາການສະເໜີຊື່ແຕ່ງຕັ້ງຢ່າງເປັນທາງການໃຫ້ທ່ານເປັນບຸກ ຄົນໝາຍເລກ 2 ໃນລັດຖະບານທ່ານທຣຳຖ້າພວກທ່ານຫາກຊະນະການເລືອກຕັ້ງໃນວັນທີ 3 ພະຈິກຈະມານີ້. ໂດຍມີພັນລະຍາຂອງທ່ານ ທ່ານນາງແຄເຣັນແລະຜູ້ສະໜັບສະໜຸນປະມານ 130 ຄົນຢືນຟັງຢູ່ນັ້ນ ທ່ານເພັນສ໌ ປະກາດວ່າທ່ານ ແລະທ່ານທຣຳ “ຈະຢືນຢູ່ກັບ ພວກທີ່ເຂົ້າຂ້າງຕຳຫຼວດແລະພວກເຮົາຈະບໍ່ຕັດງົບປະມານຂອງຕຳຫຼວດ ບໍ່ແມ່ນດຽວນີ້ ແລະກໍຕະຫຼອດໄປ.” ຝຸງຊົນ ຊຶ່ງ
ຫຼາຍໆຄົນເປັນພວກນັກລົບເກົ່າ ທີ່ຖືກຈັດໃຫ້ນັ່ງຢູ່ໃກ້ໆກັນນັ້ນ ແລະກໍບໍ່ໄດ້ໃສ່ໜ້າກາກ ຕາມທີ່ພວກນັກຊ່ຽວຊານດານການແພດແນະນຳ ເພື່ອບໍ່ໃຫ້ໄວຣັສໂຄ ໂຣນາແຜ່ລະບາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG