ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ດໍໂນລ ທຣຳ ກ່າວຍົກຍ້ອງ ພະນັກງານແພດ ແລະໂຈມຕີ ທ່ານໄບເດັນ ຂະນະທີ່ກອງປະຊຸມໃຫຍ່ ພັກຣີພັບບລີກັນ ໄຂຂຶ້ນ


ປະທານາທິບໍດີດໍໂນລ ທຣຳ ແລະຮອງປະທານາທິບໍດີໄມຄ໌ ເພັນສ໌ ຢືນຢູ່ເທິງເວທີ ໃນມື້ທຳອິດ ຂອງກອງປະຊຸມໃຫຍ່ແຫ່ງຊາດ ພັກຣີພັບບລີກັນ ທີ່ເມືອງຊາລັອດ ລັດຄາໂຣໄລນາເໜືອ ເມື່ອວັນທີ 24 ສິງຫາ ປີ 2020. (AP Photo/Andrew Harnik)
ປະທານາທິບໍດີດໍໂນລ ທຣຳ ແລະຮອງປະທານາທິບໍດີໄມຄ໌ ເພັນສ໌ ຢືນຢູ່ເທິງເວທີ ໃນມື້ທຳອິດ ຂອງກອງປະຊຸມໃຫຍ່ແຫ່ງຊາດ ພັກຣີພັບບລີກັນ ທີ່ເມືອງຊາລັອດ ລັດຄາໂຣໄລນາເໜືອ ເມື່ອວັນທີ 24 ສິງຫາ ປີ 2020. (AP Photo/Andrew Harnik)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳໄດ້ເປັນຈຸດສູນກາງໃນກອງປະຊຸມໃຫຍ່ແຫ່ງຊາດຂອງພັກຣີພັບບລີກັນໃນຄືນວັນຈັນວານນີ້ແລະໄດ້ໃຫ້ສັນຍານໃນທັນທີ ກ່ຽວກັບການກ່າວປ້ອງກັນໃນການຮັບມືກັບໂຣກລະບາດໄວຣັສໂຄໂຣນາແລະວິກິດການເສດຖະກິດທີ່ຕາມມາ ແມ່ນສຳຄັນສຸດ ໃນການໄດ້ຮັບໄຊຊະນະເພື່ອເຂົ້າຮັບຕຳແໜ່ງເປັນສະໄໝທີສອງ.

ໃນຄືນທຳອິດຂອງການຖ່າຍທອດທາງໂທລະພາບທົ່ວປະເທດ ກອງປະຊຸມໃຫຍ່ແຫ່ງຊາດຂອງພັກຣີພັບບລີກັນນັ້ນ ປະທານາທິບໍດີທຣຳ ໄດ້ຕ້ອນຮັບ ພວກພະ ນັກງານແພດທີ່ທຳນຽບຂາວຜູ້ຊຶ່ງມີຄວາມເຫັນຂັດກັນກັບຊາວອາເມຣິກັນຫຼາຍໆ ຄົນນັ້ນ ໄດ້ກ່າວຊົມເຊີຍການຮັບມືກັບໂຣກລະບາດໄວຣັສໂຄໂຣນາ.

“ພວກທ່ານເປັນກຸ່ມທີ່ບໍ່ໜ້າເຊື່ອ” ນັ້ນຄືຄຳເວົ້າຂອງປະທານາທິບໍດີທຣຳທີ່ໄດ້ກ່າວຕໍ່ພະນັກງານ ແພດຫຼາຍໆຄົນ ແລະຜູ້ທີ່ລອດຊີວິດມາໄດ້ສອງຄົນ ຈາກໂຄ ວິດ-19 ທີ່ໄດ້ສັງຫານຜູ້ຄົນໄປແລ້ວ ຫຼາຍກວ່າ 177,000 ຄົນ ຢູ່ໃນສະຫະລັດ ອີງຕາມໂຕເລກຂອງມະຫາວິທະຍາໄລຈອນສ໌ ຮອບກິນສ໌ ຊຶ່ງຫຼາຍກວ່າ ປະເທດອື່ນໃດໃນໂລກ.

ທ່ານທຣຳ ກ່າວຕໍ່ກຸ່ມພະນັກງານແພດທີ່ຫ້ອງກ້ຳຕາເວັນອອກຂອງທຳນຽບຂາວວ່າ “ພວກເຮົາຕ້ອງໄດ້ເຮັດໃຫ້ເຊື້ອໄວຣັສຈີນດັ່ງກ່າວນີ້ສິ້ນຊາກໄປ” ຊຶ່ງເປັນທີ່ປາກົດວ່າ ເປັນການຮັບຮູ້ກ່ຽວກັບການລະບາດຂອງເຊື້ອໄວຣັສທີ່ບໍ່ຍອມຢຸດເຊົາດັ່ງກ່າວ ຍັງເປັນໄພຂົ່ມຂູ່ຕໍ່ການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງເປັນສະໄໝທີ 2 ຂອງທ່ານນຳດ້ວຍ. ບໍ່ມີຜູ້ໃດຢູ່ໃນກຸ່ມ ພະນັກງານການແພດ ໃສ່ໜ້າກາກ ຫຼືຢູ່ຫ່າງກັນດັ່ງທີ່ພວກນັກຊ່ຽວຊານໄດ້ແນະນຳໃຫ້ປະຕິບັດ.

ໃນເວລາຕໍ່ມາ ຢູ່ທີ່ຫ້ອງການທູດຂອງທຳນຽບຂາວ ປະທານາທິບໍດີທຣຳກໍໄດ້ໃຫ້ ການຕ້ອນຮັບຕໍ່ພວກທີ່ຖືກຄຸມຂັງຢູ່ໃນຕ່າງປະເທດ 6 ຄົນ ຊຶ່ງທັງໝົດນີ້ ໄດ້ຖືກປ່ອຍພວກນັກການທູດສະຫະລັດໄດ້ດຳເນີນງານ ໃນລະຫວ່າງທີ່ທ່ານທຣຳເປັນປະທານາທິບໍດີ.

ທ່ານໄມໂກ ໄວທ໌ ຖືກຄຸມຂັງ ເປັນເວລາ 2 ປີຢູ່ອີຣ່ານ ກ່າວຕໍ່ປະທານາທິບໍດີ ທຣຳວ່າ “ທ່ານສາມາດປ່ອຍຂ້າພະເຈົ້າອອກຈາກຄຸກ ມັນເປັນເລື້ອງ ທີ່ໜ້າປະທັບໃຈຫຼາຍ.”

ພັກເດໂມແຄຣັດໄດ້ນຳອອກເຜີຍແຜ່ການໂຄສະນາເຍາະເຍີ້ຍກອງປະຊຸມໃຫຍ່ຂອງພັກຣີພັບບລີກັນ ຄືກັນກັບທີ່ພັກຣີພັບບລີກັນໄດ້ເຮັດເວລາພັກເດໂມແຄຣັດຈັດກອງປະຊຸມໃຫຍ່ໃນອາທິດແລ້ວນີ້.

ຜູ້ບັນລະຍາຍກ່າວຢູ່ໃນການໂຄສະນາ 30 ວິນາທີວ່າ “ຍິນດີຕ້ອນຮັບສູ່ກອງປະຊຸມໃຫຍ່ RNC ກອງປະຊຸມໃຫຍ່ ຄວາມວຸ້ນວາຍແຫ່ງຊາດ ຂອງພັກຣີພັບບລີກັນ” ຊຶ່ງເລີ້ມຕົ້ນດ້ວຍທັດສະນີຍະພາບ ໃນເຂດໃຈກາງເມືອງຊາລັອດ. “ຍ້ອນທ່ານທຣຳກຳລັງປະຊຸມກ່ຽວກັບເລື້ອງໂຄວິດ ດ້ວຍການຂາດຄວາມສາມາດ ໃນການທີ່ວຽກເຮັດງານທຳໄດ້ຖືກທຳລາຍ ແລະການບໍລິຫານຜິດພາດທີ່ຮ້າຍແຮງ ພວກນັກຮຽນແລະນາຍຄູໄດ້ຖືກປະປ່ອຍໃຫ້ກຸ້ມຕົນເອງ ພວກທີ່ຕົກການໄດ້ຖືກປະປ່ອຍໂດຍປາສະຈາກເສັ້ນຊີວິດ ພວກພໍ່ຕູ້ແມ່ຕູ້ ໄດ້ຖືກປະປ່ອຍ ໃຫ້ຕາຍຕາມລຳພັງເສດຖະກິດໄດ້ຖືກປະປ່ອຍໃຫ້ໄດ້ຮັບຄວາມເສຍຫາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG