ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໄກຕາ ແຫ່ງປະເທດມາລີ ປະກາດລາອອກ


ຮູບປະທານາທິບໍດີອີບຣາຮິມ ບູບາກາ ໄກຕາ ທີ່ກອງປະຊຸມສຸດຍອດ 5 ຈີ ໃນເຂດຊາແຮລ ເມື່ອວັນທີ 30 ມິຖຸນາ ປີ 2020.
ຮູບປະທານາທິບໍດີອີບຣາຮິມ ບູບາກາ ໄກຕາ ທີ່ກອງປະຊຸມສຸດຍອດ 5 ຈີ ໃນເຂດຊາແຮລ ເມື່ອວັນທີ 30 ມິຖຸນາ ປີ 2020.

ປະທານາທິບໍດີມາລີ ທ່ານອີບຣາຮິມ ບູບາກາ ໄກຕາ (Ibrahim Boubacar Kaita) ໄດ້ລາອອກໃນຄືນວັນອັງຄານວານນີ້ ບໍ່ເທົ່າໃດຊົ່ວໂມງຫຼັງຈາກທ່ານ ໄດ້ຖືກຈັບ ໂດຍພວກທະຫານທີ່ກໍ່ກະບົດ ຫຼັງຈາກໄດ້ເກີດຄວາມວຸ້ນວາຍທາງດ້ານການເມືອງມາເປັນເວລາຫຼາຍໆເດືອນ ຢູ່ໃນປະເທດອາຟຣິກາຕາເວັນຕົກດັ່ງກ່າວ.

ທ່ານໄກຕາ ທີ່ເບິ່ງຄືວ່າອິດເມື່ອຍນັ້ນ ແມ່ນໃສ່ໜ້າກາກ ຊຶ່ງເປັນການຮັບຮູ້ເຖິງການແຜ່ລະບາດຂອງໄວຣັສໂຄໂຣນາ ໄດ້ປາກົດຕົວທາງໂທລະພາບຂອງລັດຖະບານ ປະກາດການລາອອກຂອງທ່ານ ເພື່ອຫລີກລ່ຽງຈາກການນອງເລືອດໃດໆ.

ຜູ້ນຳທີ່ຖືກໂຄ່ນລົ້ມອາຍຸ 75 ປີທ່ານນີ້ ກ່າວວ່າ ຖ້າ “ບາງອົງປະກອບ” ຂອງກອງທັບຕ້ອງການທີ່ຍຸຕິການເປັນປະທານາທິບໍດີຂອງທ່ານ ດ້ວຍ “ການແຊກແຊງຂອງພວກເຂົາເຈົ້າແລ້ວ ຂ້າພະເຈົ້າມີທາງເລືອກບໍ?” ນອກນັ້ນທ່ານໄກຕາຍັງໄດ້ປະກາດວ່າ ລັດຖະບານຂອງທ່ານແລະສະພາແຫ່ງຊາດຈະຖືກຍຸບ.

ຄຳປາໄສໃນການລາອອກຂອງທ່ານໄກຕາໄດ້ສະຫຼຸບກ່ຽວກັບວັນແຫ່ງຄວາມວຸ້ນວາຍທີ່ເລີ້ມຂຶ້ນເວລາພວກທະຫານເຂົ້າຢຶດເອົາອາວຸດຈາກຄ້າຍທະຫານແຫ່ງນຶ່ງໃນເມືອງກາຕີ (Kati) ແລະບຸກໄປຍັງນະຄອນຫຼວງບາມາໂກ. ນັກຂ່າວຄົນນຶ່ງຂອງປະເທດມາລີ ກ່າວຕໍ່ພະແນກພາສາຝຣັ່ງໄປຍັງອາຟຣິກາຂອງວີໂອເອວ່າພວກທະຫານ “ໄດ້ອອກອາລະວາດ ຢຶດເອົາຄັງອາວຸດ ໄດ້ຮັບປືນ ແລ້ວກໍຍິງຂຶ້ນເທິງອາກາດ ອອກໄປ ແລະກໍຕັດຂາດ ບໍ່ໃຫ້ຜູ້ໃດເຂົ້າໄປຄ້າຍ.”

ພວກປະທ້ວງຕໍ່ຕ້ານລັດຖະບານຈຳນວນນຶ່ງ ໄດ້ໄປເຕົ້າໂຮມກັນ ໃນເຂດຈະຕຸລັດ ຢູ່ໃຈກາງນະຄອນຫຼວງບາມາໂກ ເພື່ອສະແດງການສະໜັບສະໜຸນ ຕໍ່ພວກທະຫານ ໃນຂະນະທີ່ພວກທະຫານພວມເດີນທາງໄປຈັບທ່ານໄກຕາຢູ່ທີ່ເຮືອນຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG