ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳລັງໂຊມາເລຍ ທັບມ້າງ ການປິດລ້ອມໂຮງແຮມ ໂດຍມືປືນ ຢູ່ໂມກາດິສຊູ


ເຈົ້າໜ້າທີ່ການແພດ ແລະຜູ້ຄົນ ຊ່ວຍແມ່ຍິງຄົນນຶ່ງທີ່ໄດ້ຮັບບາດເຈັບ ເວລາລະເບີດລົດຂະໜາດແຮງແຕກຂຶ້ນ ທີ່ປ້ອມຍາມ ຢູ່ໂຮງແຮມເອລີດ ຂະນະທີ່ທ່ານນາງຖືກສົ່ງໄປຮອດໂຮງໝໍ ໃນນະຄອນຫຼວງໂມກາດິສຊູ ເມື່ອວັນທີ 16 ສິງຫາ 2020.
ເຈົ້າໜ້າທີ່ການແພດ ແລະຜູ້ຄົນ ຊ່ວຍແມ່ຍິງຄົນນຶ່ງທີ່ໄດ້ຮັບບາດເຈັບ ເວລາລະເບີດລົດຂະໜາດແຮງແຕກຂຶ້ນ ທີ່ປ້ອມຍາມ ຢູ່ໂຮງແຮມເອລີດ ຂະນະທີ່ທ່ານນາງຖືກສົ່ງໄປຮອດໂຮງໝໍ ໃນນະຄອນຫຼວງໂມກາດິສຊູ ເມື່ອວັນທີ 16 ສິງຫາ 2020.

ກຳລັງຮັກສາຄວາມສະຫງົບຂອງໂຊມາເລຍໄດ້ຕໍ່ສູ້ກັບພວກຫົວຮຸນແຮງ ເປັນເວ ລາດົນກວ່າ 4 ຊົ່ວໂມງ ໃນວັນອາທິດວານນີ້ ກ່ອນທີ່ຈະສາມາດ ຢຸດເຊົາການໂຈມຕີແລະການປິດລ້ອມໂຮງແຮມແຄມຫາດແຫ່ງນຶ່ງ.

ທ່ານອິສແມລ ມຸກຕາ (Ismail Mukhtar) ໂຄສົກຂອງປະຊວງຖະແຫລງຂ່າວກ່າວວ່າ ມີ 11 ຄົນເສຍຊີວິດ ນຶ່ງໃນນັ້ນ ແມ່ນເຈົ້າໜ້າທີ່ຮັກສາຄວາມປອດໄພ. ກ່ອນໜ້ານັ້ນ ໜ່ວຍບໍລິການລົດໂຮງໝໍລາຍງານວ່າ ຕົນໄດ້ຂົນພວກເຄາະຮ້າຍທີ່ໄດ້ຮັບບາດເຈັບເກືອບ 30 ຄົນອອກຈາກທີ່ນັ້ນ.

ເຈົ້າໜ້າທີ່ແລະພວກທີ່ເຫັນເຫດການກ່າວຕໍ່ວີໂອເອພະແນກພາສາໂຊມາເລຍວ່າ ກ່ອນເວລາ 6 ໂມງແລງ ຕາມເວລາທ້ອງຖິ່ນ ມີລະເບີດລົດສະຫຼະຊີບແຕກຂຶ້ນຢູ່ນອກ ໂຮງແຮມເອລີດ (Elite) ໃນເຂດຫາດຊາຍລີໂດ ບ່ອນທີ່ປະຊາຊົນມັກພາກັນໄປທ່ຽວຫຼິ້ນ. ບຶດນຶ່ງຕໍ່ມາ ກໍມີພວກມືປືນ 4 ຄົນບຸກເຂົ້າໄປໃນໂຮງແຮມດັ່ງກ່າວ.

ກຳລັງຮັກສາຄວາມສະຫງົບທີ່ໄປຮອດບ່ອນເກີດເຫດໃນທັນທີຫຼັງຈາກການໂຈມເລີ້ມຂຶ້ນ ກໍເລີ້ມເຂົ້າຮັບໜ້າທີ່ ໃນການຂັບໄລ່ມືປືນ ອອກຈາກໂຮງແຮມ ແທນພວກຍາມ ຮັກສາຄວາມສະຫງົບຂອງໂຮງແຮມ.

ທ່ານມຸກຕາກ່າວວ່າ ພວກມືປືນທັງ 4 ທີ່ບຸກໂຈມຕີໂຮງແຮມດັ່ງກ່າວໄດ້ຖືກຍິງຕາຍ.

ທະຫານໄດ້ຊ່ອຍເອົາພວກແຂກ ທີ່ພັກຢູ່ໃນໂຮງແຮມ ຫຼາຍກວ່າ 200 ຄົນ ຮວມທັງເຈົ້າຂອງ ທ່ານອັບດຸນລາຮີ ໂມຮຳເໝັດ ນົວ ຊຶ່ງເປັນສະມາຊິກສະພາແຫ່ງຊາດແລະອະດີດລັດຖະບານ ອອກໄປຈາກຈາກໂຮງແຮມ.

ຫົວໜ້າສະຫະພັນນັກຂ່າວໂຊມາເລຍ ທ່ານໂມຮຳເໝັດ ອີບຣາຮິມ ໂມອາລີມູ ແມ່ນຮວມຢູ່ໃນບັນດາພວກທີ່ນັ່ງເບິ່ງເຫດການຢູ່ນອກໂຮງແຮມເອລີດ ເວລາເຫດລະເບີດເກີດຂຶ້ນ.

ທ່ານກ່າວຕໍ່ວີໂອເອ ພະແນກພາສາໂຊມາເລຍວ່າ ທ່ານໄດ້ເດີນທາງໄປຮອດໂຮງແຮມ 15 ນາທີກ່ອນເກີດເຫດລະເບີດ ພ້ອມກັບທ່ານອັບດີຣາຊັກ ອັບດີ ອັບດຸລລາຮີເພື່ອນຂອງທ່ານທີ່ເຮັດວຽກໃຫ້ແກ່ສະຖານີວິທະຍຸຂອງລັດຖະບານ. ທ່ານໂມອາລີມູກ່າວຕໍ່ວີໂອເອ ພະແນກພາສາໂຊມາເລຍວ່າ ທ່ານອັບດຸລລາຮີ ໄດ້ຖືກພວກຫົວຮຸນແຮງຍິງຕາຍ ຫຼັງຈາກສຽງປືນໄດ້ແຕກຂຶ້ນ.

ສ່ວນທ່ານອັບດີຣາຊັກ ອາເດັນ ອອສມານ ຍາມຮັກສາຄວາມສະຫງົບຢູ່ໂຮງ ແຮມທີ່ຕັ້ງຢູ່ໃກ້ຄຽງ ກ່າວວ່າ ທ່ານໄດ້ຍິນສຽງລະເບີດຂະໜາດແຮງດັງຂຶ້ນທີ່ໄດ້ເຮັດໃຫ້ບໍລິເວນດັ່ງກ່າວສັ່ນສະເທືອນໄປໝົດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG