ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ທັນວາ ໒໐໒໕

ລາວ ແມ່ນນຶ່ງໃນປະເທດ ທີ່ຕິດໜີ້ຈີນ ຫຼາຍໂພດ


ປະຕູທາງເຂົ້າອຸໂມງ ທາງລົດໄຟລາວ-ຈີນ ທີ່ບໍ່ເຕັນ.
ປະຕູທາງເຂົ້າອຸໂມງ ທາງລົດໄຟລາວ-ຈີນ ທີ່ບໍ່ເຕັນ.
please wait

No media source currently available

0:00 0:01:51 0:00
ລິງໂດຍກົງ


ລາວແມ່ນປະເທດນຶ່ງ ທີ່ກູ້ຢືມເງິນຈາກຈີນຫຼືຕິດໜີ້ຈີນຫຼາຍໂພດ. ທ່ານກູ ຢາງ ສາສະດາ ຈານ ທີ່ອອກກະສຽນແລ້ວ ຈາກມະຫາວິທະຍາໄລ ລັດຄາລີຟໍເນຍ ທີ່ສແຕນນິສລາວສ໌ ກ່າວວ່າ ຈິງຢູ່ດອກເບ້ຍມັນບໍ່ສູງ ແຕ່ວ່າຈຳນວນເງິນທີ່ເປັນໜີ້ນັ້ນ ມັນຫຼາຍໂພດ. ສາສະດາຈານກູ ຢາງ ກ່າວກ່ຽວກັບເລື້ອງນີ້ຕື່ມວ່າ:

please wait

No media source currently available

0:00 0:00:15 0:00
ລິງໂດຍກົງ


ສາສະດາຈານກູ ຢາງ ກ່າວວ່າ ນອກນັ້ນແລ້ວ ຈີນຍັງອາດຈະກົດດັນໃຫ້ລາວ ສະໜັບສະໜຸນນະໂຍບາຍຂອງເຂົາເຈົ້າ ກ່ຽວກັບເລື້ອງຕ່າງໆ ຮວມທັງເລື້ອງຮົງກົງ ແລະທະເລຈີນໃຕ້ນຳດ້ວຍ.

please wait

No media source currently available

0:00 0:00:10 0:00
ລິງໂດຍກົງ


ອີງຕາມສູນກາງເພື່ອການພັດທະນາຂອງໂລກ ຫຼື CGD ທີ່ມີສໍານັກງານຕັ້ງຢູ່ນະຄອນ ຫຼວງວໍຊິງຕັນແລ້ວ ລາວແມ່ນນຶ່ງໃນຈຳນວນ 10 ປະເທດທີ່ຕິດໜີ້ຈີນຫຼາຍທີ່ສຸດ.

ສຳລັບໜີ້ສິນຂອງລາວນັ້ນ ສ່ວນນຶ່ງກໍແມ່ນມາຈາກ ໂຄງການນຶ່ງແລວທາງນຶ່ງເສັ້ນທາງ ຫຼື BRI ທີ່ຮວມທັງການສ້າງທາງລົດໄຟຄວາມໄວສູງເຊື່ອມຕໍ່ພາກ ໃຕ້ຂອງຈີນຫານະຄອນຫຼວງວຽງຈັນ ຊຶ່ງມີມູນຄ່າໃນການກໍ່ສ້າງ​ 6 ຕື້ກວ່າໂດລາ.

ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດຂອງລາວໃຫ້ຄວາມເຫັນວ່າ ການມີລົດໄຟຄວາມໄວສູງ ເຊື່ອມຕໍ່ຈາກຈີນ ຫານະຄອນຫຼວງວຽງຈັນນັ້ນ ຈະສົ່ງຜົນດີ ສຳລັບການພັດທະນາຂອງລາວ ໃນອະນາຄົດຕໍ່ໜ້າ.

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG