ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈົດໝາຍ ທີ່ຫາກໍໄດ້ຮັບໃໝ່ໆ ລະຫວ່າງ ປ. ທຣຳ ແລະທ່ານກິມ ອາດເປີດເຜີຍໃຫ້ຮູ້ ຄວາມສຳພັນ ລະຫວ່າງພວກທ່ານຕື່ມ


ຮູບນີ້ ຖ່າຍເມື່ອວັນທີ 30 ມິຖຸນາ 2019 ຊຶ່ງຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ຊ້າຍ) ແລະຜູ້ນຳ ສຫລ ປະທານາທິບໍດີ ດໍໂນລ ທຣຳ ພວມຈັບມືກັນ.
ຮູບນີ້ ຖ່າຍເມື່ອວັນທີ 30 ມິຖຸນາ 2019 ຊຶ່ງຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ຊ້າຍ) ແລະຜູ້ນຳ ສຫລ ປະທານາທິບໍດີ ດໍໂນລ ທຣຳ ພວມຈັບມືກັນ.

ສອງປີກວ່າໆຜ່ານມາແລ້ວ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວເຖິງການມີຄວາມສຳພັນອັນໃກ້ຊິດ ແລະການຕິດຕໍ່ກັນທາງຈົດໝາຍເລື້ອຍໆ ກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ. ປື້ມໃໝ່ຫົວນຶ່ງ ອາດຈະເປີດເຜີຍໃຫ້ຮູ້ວ່າ ຄວາມສຳພັນດັ່ງກ່າວນີ້ ໃກ້ຊິດກັນຫຼາຍປານໃດ.

ໃນປື້ມຫົວໃໝ່ຂອງທ່ານ ທີ່ມີຊື່ວ່າ Rage ຫຼືຄວາມຮູ້ສຶກຢ່າງຮຸນແຮງນັ້ນ ທ່ານບອບ ວູດເຫວີດ (Bob Woodward) ນັກຂ່າວການເມືອງອະວຸໂສຂອງສະຫະລັດ ໄດ້ຮັບຈົດໝາຍ 25 ສະບັບ ທີ່ຂຽນຕິດຕໍ່ກັນລະຫວ່າງປະທານາທິບໍດີທຣຳແລະທ່ານກິມ​ ອີງຕາມຄໍາບັນລະຍາຍຂອງປື້ມທີ່ຂຽນລົງໃນອາເມຊອນໃນຕອນແລງວັນພຸດວານນີ້.

ຍັງບໍ່ທັນເປັນທີ່ຈະແຈ້ງວ່າ ເນື້ອໄນຂອງຈົດໝາຍລະຫວ່າງທ່ານທຣຳແລະທ່ານກິມ ຈະມີການເປີດເຜີຍໜ້ອຍຫຼາຍປານໃດ ຊຶ່ງປື້ມດັ່ງກ່າວມີກຳນົດຈະນຳອອກຈຳໜ່າຍ ໃນວັນທີ 15 ກັນຍາຈາມານີ້. ແຕ່ຄຳບັນລະຍາຍສະແດງໃຫ້ເຫັນວ່າ ຢ່າງໜ້ອຍເນື້ອໄນບາງສ່ວນຂອງຈົດໝາຍຕິດຕໍ່ ຈະຮວມຢູ່ໃນນັ້ນ.

ຄຳບັນລະຍາຍຂອງອາເມຊອນ ກ່າວວ່າ “ທ່ານກິມໄດ້ພັນລະນາເຖິງຄວາມຜູກພັນອັນແໜ້ນແຟ້ນ ລະຫວ່າງພວກຜູ້ນຳທັງສອງ ຄືກັນກັບຢູ່ໃນ “ຮູບເງົາແຫ່ງຄວາມເຟີ້ຝັນ” ໃນຂະນະທີ່ພວກຜູ້ນຳທັງ ສອງພົວພັນກັນທາງດ້ານການທູດພິ ເສດແບບຟ້ອນຈັງຫວະສະໂລ.”

ເຖິງແມ່ນການເຈລະຈາທາງດ້ານນິວເຄລຍລະຫວ່າງສະຫະລັດກັບເກົາຫຼີເໜືອໄດ້ແຕກຫັກລົງແລ້ວກໍຕາມ ທ່ານທຣຳຍັງຢືນຢັດຢູ່ເລື້ອຍໆວ່າ ທ່ານຍັງສືບຕໍ່ “ມີຄວາມສຳພັນອັນຍິ່ງໃຫຍ່” ກັບທ່ານກິມ ແລະພວກທ່ານຍັງສອງຍັງຂຽນໜັງສືແບບສ່ວນຕົວຫາກັນຢູ່. ໃນຈຸດນຶ່ງນັ້ນ ທ່ານທຣຳກ່າວວ່າ ທ່ານເອງແລະທ່ານກິມ “ມີຄວາມຮັກຕໍ່ກັນ.”

ສະຫະລັດແລະເກົາຫຼີເໜືອໄດ້ເປີດເຜີຍວ່າ ມີການຂຽນຈົດໝາຍສ່ວນຕົວຫາກັນ ລະຫວ່າງທ່ານທຣຳ ແລະທ່ານກິມ 10 ເທື່ອ ແຕ່ມາຈົນຮອດປັດຈຸບັນນີ້ ຍັງບໍ່ເຄີຍມີການລາຍງານມາກ່ອນວ່າ ບຸກຄົນທັງສອງໄດ້ຂຽນຈົດໝາຍຫາກັນຢ່າງໜ້ອຍ 25 ເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG