ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ສະໂລເວເນຍ ຈະເຊັນຄຳປະກາດຮ່ວມ ກ່ຽວກັບ ຂໍ້ຕົກລົງ 5 ຈີ


ຮູບທຸງຊາດອັງກິດ ແລະໂທລະສັບສະຫຼາດ ກັບຕາໜ່າງ 5 ຈີ ຂອງຫົວເຫວີຍ.
ຮູບທຸງຊາດອັງກິດ ແລະໂທລະສັບສະຫຼາດ ກັບຕາໜ່າງ 5 ຈີ ຂອງຫົວເຫວີຍ.

ໃນອີກດ້ານນຶ່ງນັ້ນ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໃນວັນພະຫັດມື້ນີ້ ພົບປະກັບພວກຜູ້ນຳໃນສະໂລເວເນຍ ບ່ອນທີ່ທ່ານມີກຳນົດຈະລົງໃນຄຳປະກາດຮ່ວມ ວ່າດ້ວຍເທັກໂນໂລຈີ 5 ຈີ.

ໃນຮອບປີທີ່ແລ້ວ ບັນດາປະເທດຕ່າງໆ ໃນຢູໂຣບ ຮວມທັງໂປແລນ ແອັສໂທເນຍ ແລະສາທາລະນະລັດເຊັກສ໌ ໄດ້ເຊັນຂໍ້ຕົກລົງ ກັບສະຫະລັດ ໂດຍໃຫ້ຄຳໝັ້ນສັນຍາການສະໜອງເທັກໂນໂລຈີ 5 ຈີຈະບໍ່ຖືກຄວບຄຸມໂດຍລັດຖະບານຕ່າງປະເທດໂດຍປາສະຈາກການກວດສອບໂດຍຄະນະຕຸລາການທີ່ເປັນອິດສະຫຼະ ຊຶ່ງໃນພາກປະຕິບັດແລ້ວແມ່ນຍົກເວັ້ນບໍລິສັດຕ່າງໆຂອງຈີນ.

ການເດີນທາງໄປຢ້ຽມຢາມສະໂລເວເນຍ ຂອງທ່ານພອມພຽວ ແມ່ນເປັນການຢ້ຽມຢາມ ໂດຍລັດຖະມົນຕີການຕ່າງປະເທດສະຫະລັດເທື່ອທຳອິດ ນັບແຕ່ປີ 2011 ເປັນຕົ້ນມາ.

ໝາຍກຳນົດຂອງທ່ານໃນວັນພະຫັດມື້ນີ້ ແມ່ນຮວມທັງການພົບປະກັບນາຍົກ ລັດຖະມົນຕີສະໂລເວເນຍ ທ່ານຈາເນັສ ຢານຊາ (Janet Jansa) ລັດຖະມົນຕີການຕ່າງປະເທດ ແອນຊີ ໂລກາ (Anze Logar) ແລະປະທານາທິບໍດີ ບໍຣຸດ ພາຮໍ (Borut Pahor).

ກະຊວງການຕ່າງປະເທດສະຫະລັດກ່າວວ່າ ບັນຫາສຳຄັນ ທີ່ຈະຖືກຍົກຂຶ້ນມາຫາລືກັນ ຈະແມ່ນເລື້ອງພະລັງງານນິວເຄລຍ ການຮວມໂຕຂອງບັນປະເທດໃນເຂດພາກຕາເວັນຕົກແຫຼມບອລກັນ ແລະເລື້ອງພະລັງງານ.

ໃນວັນພຸດວານນີ້ ທ່ານພອມພຽວ ໄດ້ທຳການຢ້ຽມຢາມສາທາລະນະລັດເຊັກສ໌ ແລະກ່າວຢູ່ທີ່ນັ້ນວ່າ ພະລັງເສດຖະກິດຂອງຈີນ ໃນດ້ານນຶ່ງນັ້ນ ແມ່ນເປັນໄພຂົ່ມຂູ່ຕໍ່ໂລກ ໃຫຍ່ກວ່າສະຫະພາບໂຊຫວຽດ ໃນສະໄໝສົງຄາມເຢັນອີກ.

ທ່ານພອມພຽວກ່າວຢູ່ໃນຄຳປາໄສຕໍ່ສະພາສູງຂອງສາທາລະນະລັດເຊັກສ໌ວ່າ “ບັນຫາທ້າທາຍ ໃນການຕ້ານຢັນ ໄພຂົ່ມຂູ່ຂອງພັກຄອມມູນິສຈີນ ຫຼື CCP ໃນບາງດ້ານແລ້ວ ແມ່ນມີຄວາມຫຍຸ້ງຍາກຫຼາຍ. ພັກຄອມມູນິສຈີນແມ່ນມີການພົວ ພັນຢູ່ໃນເສດຖະກິດຂອງພວກເຮົາ ໃນການເມືອງຂອງພວກເຮົາ ໃນສັງຄົມຂອງພວກເຮົາ ໃນວິທີທີ່ສະຫະພາບໂຊຫວຽດບໍ່ເຄີຍມີເລີຍ.”

ການໃຫ້ຄວາມເຫັນຂອງທ່ານພອມພຽວ ມີຂຶ້ນຫຼັງຈາກເອກອັກຄະລັດຖະທູດຈີນປະຈຳນະຄອນຫຼວງລອນດອນ ໄດ້ກ່າວຫາສະຫະລັດໃນເດືອນແລ້ວນີ້ວ່າ ເປັນຜູ້ຍຸຍົງໃຫ້ເກີດບັນຫາຂັດແຍ້ງກັບປັກກິ່ງ ກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດໃນເດືອນພະຈິກປີນີ້.

ຄວາມສຳພັນລະຫວ່າງສະຫະລັດ ກັບຈີນ ໄດ້ຊຸດໂຊມລົງຢ່າງຮ້າຍແຮງໃນປີນີ້ຍ້ອນບັນຫາຕ່າງໆ ເຊັ່ນການຄຸ້ມຄອງໄວຣັສໂຄໂຣນາ ຂອງປັກກິ່ງ ການປາບປາມໃນດ້ານຄວາມໝັ້ນຄົງຢູ່ຮົງກົງ ແລະກິດຈະກຳຕ່າງໆໃນທະເລຈີນໃຕ້ທີ່ຍັງມີການຂັດແຍ້ງກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG