ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລບານອນ ໄວ້ອາໄລ ໃຫ້ພວກເຄາະຮ້າຍ ຈາກເຫດລະເບີດ ຢູ່ເບຣຸດ


ປະຊາຊົນພາກັນໂຮມຊຸມນຸມເພື່ອໄວ້ອາໄລໃຫ້ພວກເຄາະຮ້າຍຈາກເຫດລະເບີດໃນອາທິດແລ້ວ ໃກ້ທ່າກຳປັ່ນນະຄອນເບຣຸດ ເມື່ອວັນທີ 11 ສິງຫາ 2020.
ປະຊາຊົນພາກັນໂຮມຊຸມນຸມເພື່ອໄວ້ອາໄລໃຫ້ພວກເຄາະຮ້າຍຈາກເຫດລະເບີດໃນອາທິດແລ້ວ ໃກ້ທ່າກຳປັ່ນນະຄອນເບຣຸດ ເມື່ອວັນທີ 11 ສິງຫາ 2020.

ສຽງລະຄັງຈາກໂບດແຫ່ງຕ່າງໆດັງກ້ອງຂຶ້ນ ແລະວັດສາສະໜາອິສລາມກໍໄດ້ຮຽກຮ້ອງພວກທີ່ເຫຼື້ອມໄສໄປສວດມົນພາວະນາ ໃນວັນອັງຄານວານນີ້ ໃນຂະນະທີ່ນະຄອນຫຼວງເບຣຸດ ລະນຶກເຖິງວັນຄົບຮອບນຶ່ງອາທິດ ຂອງເຫດລະເບີດຮ້າຍແຮງທີ່ເຮັດໃຫ້ຫຼາຍໆພັນຄົນເສຍຊີວິດ ແລະໄດ້ຮັບບາດເຈັບ ພ້ອມທັງໄດ້ທຳລາຍເຂດໃຈກາງນະຄອນຫຼວງດັ່ງກ່າວນຳດ້ວຍ.

ມີການສະຫງົບສະຕິອາລົມ ໃນເວລາ 15 ໂມງ 9 ນາທີ ຕາມເວລາມາດຕະຖານສາກົນ ອັນເປັນເວລາທີ່ເກີດເຫດລະເບີດ ຊຶ່ງເປັນນຶ່ງໃນຫຼາຍໆພິທີ ທີີ່ມີແຜນຈັດຂຶ້ນ ເພື່ອລະນຶກເຖິງເຫດລະເບີດດັ່ງກ່າວ.

ການເດີນຂະບວນປະທ້ວງ ຍັງດຳເນີນຢູ່ຕໍ່ມາເປັນມື້ທີ 3 ລຽນຕິດ ຫຼັງຈາກລັດຖະບານໄດ້ລາອອກໃນວັນຈັນແລ້ວ. ພວກປະທ້ວງຫຼາຍຮ້ອຍຄົນໄດ້ໄປໂຮມຊຸມນຸມກັນອີກ ຢູ່ນອກສະພາແຫ່ງຊາດ ໂດຍພາກັນຮ້ອງຄຳຂວັນຕໍ່ຕ້ານພວກຜູ້ນຳພັກການເມືອງ ແລະແກວ່ງກ້ອນຫີນເຂົ້າໃສ່. ກຳລັງຮັກສາຄວາມສະຫງົບໄດ້ຍິງລະເບີດນ້ຳຕາ ເພື່ອເປັນການຕອບໂຕ້ຄືນ.

ການດຳເນີນຄວາມພະຍາຍາມຢູ່ຫຼັງສາກເລີ້ມຂຶ້ນໃນວັນອັງຄານວານນີ້ເພື່ອສ້າງຕັ້ງລັດຖະບານຊຸດໃໝ່. ປະຊາຊົນຈຳນວນຫຼວງຫຼາຍ ທວງໃຫ້ມີການສ້າງຕັ້ງຄະນະລັດຖະບານທີ່ເປັນອິດສະຫຼະ ທີ່ບໍ່ໄດ້ຮັບການສະໜັບສະໜຸນຈາກພັກການເມືອງໃດໆທີ່ມີການກ່າວຫາວ່າໄດ້ບໍລິຫານງານວຽກງານຂອງປະເທດຢ່າງຜິດພາດ. ຊາວເລບານອນຈຳນວນຫຼວງຫຼາຍຍັງຮຽກຮ້ອງໃຫ້ມີການສືບສວນທີ່ເປັນອິດສະຫຼະ ກ່ຽວກັບເຫດລະເບີດ ຍ້ອນເຂົາເຈົ້າບໍ່ເຊື່ອໝັ້ນໃນການສືບສວນຂອງພວກເຈົ້າໜ້າທີ່ທ້ອງຖິ່ນ.

ເຈົ້າໜ້າທີ່ເລບານອນໄດ້ປະຕິເສດຕໍ່ການຮຽກຮ້ອງທີ່ຢາກໃຫ້ນາໆຊາດເປັນຜູ້ສືບ ສວນ. ກ່ອນລາອອກນັ້ນ ລັດຖະບານໄດ້ສົ່ງເລື້ອງນີ້ໄປໃຫ້ສະພາຍຸຕິທຳສູງສຸດຊຶ່ງເປັນອົງການຕຸລາການສູງສຸດຂອງປະເທດ ໃນມື້ວັນຈັນແລ້ວ.

ນາຍົກລັດຖະມົນຕີເລບານອນໄດ້ປະກາດ ລາອອກໃນຄືນວັນຈັນຜ່ານມາ ຫຼັງຈາກທີ່ໄດ້ເກີດເຫດລະເບີດຮ້າຍແຮງໃນອາທິດແລ້ວ ທີ່ທ່າກຳປັ່ນ ນະຄອນ ຫຼວງເບຣຸດ ແລະການປະທ້ວງຂອງປະຊາຊົນທີ່ຕິດຕາມມາ.

ນາຍົກລັດຖະມົນຕີຮັສຊານ ດີອາບ ກ່າວຢູ່ໃນການຖະແຫຼງຂ່າວສົດທາງໂທລະພາບວ່າ “ພວກເຮົາຢາກເປີດປະຕູໃຫ້ມີການກູ້ໄພແຫ່ງຊາດ ຊຶ່ງເປັນການຊ່ວຍເຫຼືອທີ່ຊາວເລບານອນສາມາດເຂົ້າຮ່ວມ ເພື່ອບັນລຸຈຸດປະສົງ. ດັ່ງນັ້ນ ໃນມື້ນີ້ຂ້າພະເຈົ້າຂໍປະກາດລາອອກຂອງລັດຖະບານຊຸດນີ້. ຂໍໃຫ້ພະເຈົ້າປົກປ້ອງຄຸ້ມຄອງປະເທດເລບານອນດ້ວຍເຖີດ.”

ທ່ານດີອາບ ໄດ້ສ້າງຕັ້ງລັດຖະບານຂອງທ່ານໃນເດືອນມັງກອນປີນີ້ ຫຼັງຈາກໄດ້ເກີດວິກິດການທາງດ້ານການເມືອງທີ່ແກ່ຍາວມາເປັນເວລາດົນນານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG