ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ເລືອກສະມາຊິກ ສະພາສູງ ຄາມາລາ ແຮຣິສ ເປັນຜູ້ລົງສະໝັກ ຮ່ວມກັບທ່ານ


ສະມາຊິກສະພາສູງຄາມາລາ ແຮຣິສ ປະກາດການໂຄສະນາຫາສຽງເລືອກຕັ້ງເປັນປະທານາທິບໍດີຂອງທ່ານນາງ ໃນການໂຮມຊຸມນຸມທີ່ Frank H. Ogawa Plaza ຢູ່ນະຄອນໂອກແລນ ລັດຄາລີຟໍເນຍ ເມື່ອວັນທີ 27 ມັງກອນ 2019.
ສະມາຊິກສະພາສູງຄາມາລາ ແຮຣິສ ປະກາດການໂຄສະນາຫາສຽງເລືອກຕັ້ງເປັນປະທານາທິບໍດີຂອງທ່ານນາງ ໃນການໂຮມຊຸມນຸມທີ່ Frank H. Ogawa Plaza ຢູ່ນະຄອນໂອກແລນ ລັດຄາລີຟໍເນຍ ເມື່ອວັນທີ 27 ມັງກອນ 2019.

ຜູ້ທີ່ຄາດວ່າຈະຖືກສະເໜີຊື່ ເປັນຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານໂຈ ໄບເດັນ ແລະຜູ້ທີ່ຫາກໍມີການປະກາດໃໝ່ໆ ໃຫ້ເປັນຜູ້ລົງສະໝັກແຂ່ງຂັນຮ່ວມກັບທ່ານ ສະມາຊິກສະພາສູງ ຄາມາລາ ແຮຣິສ ມີກຳນົດທີ່ຈະໄປປາກົດໂຕຮ່ວມກັນເປັນເທື່ອທຳອິດໃນວັນພຸດມື້ນີ້ ໃນຂະນະທີ່ບຸກຄົນທັງສອງພວມຊອກຫາຊ່ອງທາງທີ່ຈະເອົາຊະນະປະທານາທິບໍດີດໍໂນລ ທຣຳແລະຮອງປະທານາທິບໍດີໄມຄ໌ ເພັນສ໌ ໃນການເລືອກຕັ້ງທົ່ວໄປຂອງສະຫະລັດໃນເດືອນພະຈິກທ້າຍປີນີ້.

ຄະນະໂຄສະນາຫາສຽງຂອງທ່ານໄບເດັນ ແລະທ່ານນາງແຮຣິສກ່າວວ່າ ບຸກຄົນທັງສອງຈະໄປຖະແຫຼງທີ່ເມືອງວິລມິງຕັນ ໃນລັດເດລາແວ ກ່ຽວກັບ “ການເຮັດວຽກຮ່ວມກັນ ເພື່ອຟື້ນຟູຈິດວິນຍານຂອງປະເທດຊາດ ແລະຕໍ່ສູ້ເພື່ອຄອບຄົວຄົນເຮັດວຽກເຮັດການ ເພື່ອນຳພາປະເທດກ້າວເດີນໄປຂ້າງໜ້າ.”

ທ່ານໄບເດັນໄດ້ປະກາດແຕ່ງຕັ້ງທ່ານນາງແຮຣິສ ໃນວັນອັງຄານວານນີ້ ຊຶ່ງໄດ້ເຮັດໃຫ້ທ່ານນາງເປັນແມ່ຍິງຄົນຜິວດຳ ແລະແມ່ຍິງອາເມຣິກັນເຊື້ອສາຍເອເຊຍໃຕ້ຜູ້ທຳອິດ ທີ່ໄດ້ຖືກສະເໜີຊື່ເປັນຜູ້ສະໝັກຮ່ວມ ໃນການເລືອກຕັ້ງ ປະທານາທິບໍດີຂອງປະເທດ.

ທ່ານໄບເດັນ ກ່າວໃນທວີດເຕີ້ ໃນຕອນບ່າຍຂອງວັນອັງຄານວານນີ້ວ່າ “ຂ້າພະເຈົ້າຮູ້ສຶກເປັນກຽດອັນຍິ່ງໃຫຍ່ ທີ່ໄດ້ປະກາດວ່າ ຂ້າພະເຈົ້າໄດ້ເລືອກເອົາ ທ່ານນາງແຮຣິສ ນັກຕໍ່ສູ້ທີ່ບໍ່ເຄີຍຢ້ານໃຜ ສຳລັບຄົນທຳມະດາສາມັນແລະເປັນນຶ່ງໃນບັນດາລັດຖະກອນທີ່ດີເດັ່ນສຸດຂອງປະເທດ ເປັນຜູ້ລົງສະໝັກແຂ່ງຂັນຮ່ວມກັບຂ້າພະເຈົ້າ.”

ຫຼັງຈາກໄດ້ຮັບຄະແນນສຽງພຽງພໍ ໃນການເລືອກຕັ້ງຂັ້ນຕົ້ນ ເພື່ອຖືກສະເໜີຊື່ໃຫ້ເປັນຜູ້ສະໝັກຂອງພັກ ໃນຕົ້ນປີນີ້ ທ່ານໄບເດັນ ທີ່ມີອາຍຸ 77 ປີ ໄດ້ຕັ້ງໃຈທີ່ຈະເລືອກເອົາແມ່ຍິງ ມາເປັນຮອງປະທານາທິບໍດີ. ມີການຄາດຄະເນກັນຢ່າງກວ້າງຂວາງວ່າ ທ່ານຈະເລືອກເອົາແມ່ຍິງຄົນຜິວດຳ ລົງສະໝັກແຂ່ງຂັນຮ່ວມກັບທ່ານ. ມີຊື່ພວກແມ່ຍິງທີ່ຄຸ້ນໜ້າຄຸ້ນຕາແລະມີຊື່ສຽງຈຳນວນນຶ່ງ ໄດ້ຖືກກ່າວເຖິງຢູ່ໃນວົງການຂ່າວ ທີ່ອາດຈະເປັນຜູ້ລົງສະໝັກແຂ່ງຂັນຮ່ວມກັບທ່ານ.

ແຕ່ມິດຕະພາບ ລະຫວ່າງທ່ານໄບເດັນ ແລະທ່ານນາງແຮຣິສ ແມ່ນມີມາເປັນເວລາດົນນານແລ້ວ ຢ້ອນຄືນໄປເຖິງໄລຍະທີ່ທ່ານນາງເປັນຫົວໜ້າພະແນກຍຸຕິທຳຂອງລັດຄາລີຟໍເນຍ ຊຶ່ງໃນເວລາດຽວກັນມື້ລາງລູກຊາຍຂອງທ່ານໄບເດັນ ທ່ານໂບ ໄບເດັນ ຍັງເຮັດວຽກເປັນຫົວໜ້າພະແນກຍຸຕິທຳຂອງລັດເດລາແວ.

ທ່ານໂຈ ໄບເດັນ ຂຽນລົງໃນທວີດເຕີ້ ໃນວັນອັງຄານວານນີ້ວ່າ “ທ່ານນາງໄດ້ເຮັດວຽກຢ່າງໃກ້ຊິດກັບໂບ. ຂ້າພະເຈົ້າໄດ້ຕິດຕາມເບິ່ງ ໃນຂະນະທີ່ພວກເຂົາເຈົ້າໄດ້ເຮັດວຽກກ່ຽວກັບທະນາຄານໃຫຍ່ໆ ຊ່ວຍຍົກລະດັບພວກຄົນທີ່ເຮັດວຽກເຮັດການ ແລະປົກປ້ອງພວກແມ່ຍິງແລະເດັກນ້ອຍ ຈາກການຖືກຂົ່ມເຫັງ. ຂ້າພະເຈົ້າຮູ້ສຶກພາກພູມໃຈໃນເວລານັ້ນ ແລະກໍຮູ້ສຶກພາກພູມໃຈ ໃນເວລານີ້ ທີ່ໄດ້ມີທ່ານນາງ ເປັນຄູ່ຮ່ວມ ໃນການໂຄສະນາຫາສຽງນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG