ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະເປນ ແຊງໜ້າອັງກິດ ເປັນປະເທດ ມີຜູ້ຕິດໂຄວິດ-19 ຫຼາຍທີ່ສຸດ ໃນຢູໂຣບ


ປະຊາຊົນທີ່ໃສ່ໜ້າກາກ ພວມລໍຖ້າກວດພະຍາດໂຄວິດ-19 ທີ່
ວິລລາຟຣັງກາ ແດລ ປາເນເດສ (Vilafranca del Penedes) ໃນແຂວງບາເຊໂລນາ ປະເທດສະເປນ ໃນວັນຈັນ ທີ 10 ສິງຫາ 2020.
ປະຊາຊົນທີ່ໃສ່ໜ້າກາກ ພວມລໍຖ້າກວດພະຍາດໂຄວິດ-19 ທີ່ ວິລລາຟຣັງກາ ແດລ ປາເນເດສ (Vilafranca del Penedes) ໃນແຂວງບາເຊໂລນາ ປະເທດສະເປນ ໃນວັນຈັນ ທີ 10 ສິງຫາ 2020.

ກໍລະນີຕິດພະຍາດໂຄວິດ-19 ທີ່ໄດ້ຮັບການຢືນຢັນແລ້ວຢູ່ໃນທົ່ວໂລກ ແມ່ນມີກາຍ 20 ລ້ານຄົນໃນຄືນວັນຈັນວານນີ້ແລະສະເປນໄດ້ແຊງໜ້າປະເທດອັງກິດໃນການມີກໍລະນິີຜູ້ຕິດພະຍາດໂຄວິດ-19 ຫຼາຍທີ່ສຸດ ໃນຢູໂຣບຕາເວັນຕົກ.

ສ່ວນນຶ່ງນັ້ນ ພວກນັກຊ່ຽວຊານດ້ານການແພດ ຂອງສະເປນບາງຄົນ ໄດ້ຖິ້ມໂທດໃສ່ການທີ່ລັດຖະບານບໍ່ມີຜູ້ຕິດຕາມເບິ່ງພວກເປັນໂຄວິດ-19 ພຽງພໍ.

ທ່ານອິລເດຟອນໂຊ ເຮີນານເດັສ ອາກວາໂດ (Ildefonso Hernandez Aquado) ອາຈານສອນວິຊາສາທາລະນະສຸກທີ່ມະຫາວິທະຍາໄລ Alicante’s Miguel Hernandez ກ່າວວ່າ “ບາງເຂດຍັງບໍ່ທັນເຂົ້າໃຈວ່າ ນີ້ແມ່ນກະແຈ ສຳລັບໄລຍະຫຼາຍໆເດືອນທີ່ໄດ້ມີການປິດເມືອງ ແລະໃນໄລຍະຍາວ.”

ນອກນັ້ນແລ້ວ ທ່ານຍັງໄດ້ຖິ້ມໂທດໃສ່ ສັງຄົມຂອງສະເປນ ທີ່ມີຄວາມກະຕືລືລົ້ນ ໃນການສະເຫຼີມສະຫຼອງວັນພັກແລະເຫດການສຳຄັນຕ່າງໆ ດ້ວຍການເຕົ້າໂຮມກັນຂະໜາດໃຫຍ່ ໂດຍກ່າວວ່າ “ນີ້ແມ່ນປະເທດທີ່ຍັງບໍ່ເຂົ້າໃຈກ່ຽວກັບການຈັດພິທີສະຫຼອງຫຼືວັນພັກ ຖ້າທ່ານບໍ່ໄດ້ມີການແບ່ງປັນໃຫ້ກັບພວກເຂົາ.”

ລັດຖະບານໄດ້ກ່າວປ້ອງກັນ ການຮັບມືຂອງຕົນກັບພະຍາດໂຄວິດ-19.

ລັດຖະບານກ່າວຢູ່ໃນຖະແຫຼງການສະບັບນຶ່ງ ຫຼັງຈາກໄດ້ມີການຕັ້ງຄຳຖາມກ່ຽວກັບນະໂຍບາຍຂອງຕົນ ໂດຍກ່າວວ່າ “ໄດ້ມີການເອົາມາດຕະການທີ່ເໝາະສົມ ເພື່ອຄວບຄຸມ ການລະບາດຂອງໂຄວິດ-19 ໃນການປະສານງານ” ກັບຂົງເຂດຕ່າງໆ. ຂໍ້ມູນສະແດງໃຫ້ເຫັນວ່າ ພວກເຮົາໄດ້ເຮັດວຽກຢ່າງຂຸ້ນຂ້ຽວໃນການຕິດຕາມຫາແລະກວດເບິ່ງເຊື້ອໄວຣັສດັ່ງກ່າວນີ້.”

ອີງຕາມມະຫາວິທະຍາໄລຈອນສ໌ ຮອບກິນສ໌ ແລ້ວ ສະເປນມີຜູ້ຕິດພະຍາດໂຄວິດ-19 ເກືອບ 323,000 ກໍລະນີ ໃນຂະນະທີ່ປະເທດອັງກິດ ມີຈຳນວນຜູ້ຕິດພະຍາດດັ່ງກ່າວສູງ 313,000 ກໍລະນີ. ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 28 ພັນຄົນຍ້ອນພະຍາດດັ່ງກ່າວຢູ່ໃນສະເປນ ແລະຫຼາຍກວ່າ 46 ພັນຄົນຢູ່ໃນອັງກິດ.

ສະເປນ ໄດ້ກາຍເປັນຈຸດ ທີ່ມີການລະບາດຮ້າຍແຮງສຸດຂອງໂລກ ໃນຕອນຕົ້ນໆຂອງການລະບາດ ກ່ອນທີ່ໄດ້ມີການອອກມາດຕະການປິດເມືອງ ແບບເຄັ່ງຄັດ​ແລະມາດຕະການອື່ນໆອີກ ແຕ່ມີການພົບວ່າ ມີຈຳນວນຜູ້ຕິດພະຍາດເພີ້ມຂຶ້ນ ຫັງຈາກໄດ້ມີການຍົກເລີກ ມາດຕະການຕ່າງໆ ເພື່ອຄວບຄຸມການແຜ່ລະບາດຂອງໄວຣັສໂຄໂຣນາ ທີ່ພາໃຫ້ເປັນພະຍາດໂຄວິດ-19 ນັ້ນ. ຈາກການຕິດພະຍາດດັ່ງກ່າວໂດຍສະເລ່ຍ 132 ກໍລະນີ ໃນເດືອນມິຖຸນາຜ່ານມາ ສະເປັນແມ່ນມີຜູ້ຕິດພະຍາດເພີ້ມຂຶ້ນ ເປັນປະມານ 1,500 ກໍລະນີຕໍ່ມື້ ໃນໄລຍະ 10 ມື້ທຳອິດຂອງເດືອນສິງຫາ.

ທັງປະເທດສະເປນແລະອັງກິດ ແມ່ນຍັງນຳຫຼັງສະຫະລັດຢູ່ ກ່ຽວກັບຈຳນວນຜູ້ຕິດພະຍາດໂຄວິດ-19 ຊຶ່ງມີຜູ້ຕິດທັງໝົດ ຫຼາຍກວ່າ 5 ລ້ານຄົນແລ້ວ ແລະມີຜູ້ເສຍຊີວິດ 163,000 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG