ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັຟການິສຖານ ຈະປ່ອຍຊະເລີຍ ຕາລີບານ 400 ຄົນ ກ່ອນການເຈລະຈາ ສັນຕິພາບ


ປະທານາທິບໍດີອັຟການິສຖານ ທ່ານອາສຣາຟ ການິ (ກາງຊ້າຍ) ທີ່ໃສ່ໜ້າກາກ ເພ່ືອປ້ອງກັນບໍ່ໃຫ້ໄວຣັສໂຄໂຣນາແຜ່ລະບາດ ໃນມື້ສຸດທ້າຍຂອງກອງປະຊຸມຊົນເຜົ່າ ໂລຢາ ເຈີກາ ທີ່ນະຄອນຫຼວງກາບູລ ໃນວັນອາທິດທີ 9 ສິງຫາ 2020.
ປະທານາທິບໍດີອັຟການິສຖານ ທ່ານອາສຣາຟ ການິ (ກາງຊ້າຍ) ທີ່ໃສ່ໜ້າກາກ ເພ່ືອປ້ອງກັນບໍ່ໃຫ້ໄວຣັສໂຄໂຣນາແຜ່ລະບາດ ໃນມື້ສຸດທ້າຍຂອງກອງປະຊຸມຊົນເຜົ່າ ໂລຢາ ເຈີກາ ທີ່ນະຄອນຫຼວງກາບູລ ໃນວັນອາທິດທີ 9 ສິງຫາ 2020.

ປະທານາທິບໍດີອັຟການິສຖານ ທ່ານອາສຣາຟ ການີ ໄດ້ປະກາດໃນວັນອາທິດວານນີ້ ໃຫ້ປ່ອຍພວກຊະເລີຍຕາລີບານຈຸສຸດທ້າຍ 400 ຄົນ ເພື່ອແຜ້ວທາງໄປສູ່ການເປີດການເຈລະຈາສັນຕິພາບທີ່ໄກ່ເກ່ຍໂດຍສະຫະລັດ ກັບກຸ່ມກະບົດອິສລາມດັ່ງກ່າວ.

ການຕັດສິນໃຈຂອງທ່ານການີ ມີຂຶ້ນຫຼັງຈາກໄດ້ມີກອງປະຊຸມປະຊາຊົນຂະໜາດໃຫຍ່ ທີ່ໄດ້ຮັບຄວາມອຸບປະຖຳໂດຍລັດຖະບານ ທີ່ຮູ້ກັນໃນນາມ ສະພາໃຫຍ່ຊົນເຜົ່າ ໂລຢາ ເຈີກາ (Loya Jirga) ແນະນຳທ່ານ ໃຫ້ປ່ອຍພວກຊະເລີຍເສິກ ທີ່ເປັນພາກສ່ວນນຶ່ງ ຂອງຂໍ້ຕົກລົງ ຄັ້ງປະຫວັດສາດ ລະຫວ່າງກຸ່ມຕາລີບານແລະສະຫະລັດ ທີ່ແນໃສ່ເພື່ອຍຸຕິສົງຄາມ ທີ່ໄດ້ດຳເນີນມາເປັນເວລາ 2 ທົດສະວັດ ຢູ່ໃນອັຟການິສຖານ.

ຂໍ້ຕົກລົງສະບັບວັນທີ 29 ກຸມພາ ຮຽກຮ້ອງໃຫ້ປ່ອຍພວກຊະເລີຍຕາລີບານ 5 ພັນຄົນ ເພື່ອເປັນການແລກປ່ຽນກັບພວກເຈົ້າໜ້າທີ່ຮັກສາຄວາມສະຫງົບອັຟການິສຖານ 1,000 ຄົນ ທີ່ຖືກພວກກະບົດຕາລີບານຈັບໄວ້.

ພວກກະບົດໄດ້ປ່ອຍພວກຊະເລີຍທີ່ເຂົາເຈົ້າຈັບໄວ້ທັງໝົດແລ້ວໃນຂັ້ນຕອນການແລກປ່ຽນ. ລັດຖະບານທ່ານການີກໍໄດ້ປ່ອຍພວກຊະເລີຍຕາລີບານ ຍົກເວັ້ນແຕ່ຈຳນວນ 400 ຄົນ ແລະໄດ້ເປີດກອງປະຊຸມສະພາຊົນເຜົ່າໂລຢາ ເຈີກາ ເປັນເວລາ 3 ມື້ ໃນມື້ວັນສຸກແລ້ວເພື່ອຂໍຄຳແນະນຳໂດຍກ່າວວ່າ ໃນທາງກົດໝາຍແລ້ວ ທ່ານບໍ່ຖືກມອບໝາຍ ເພື່ອໃຫ້ອະໄພຍະໂທດ ແກ່ພວກຊະເລີຍຕາລີບານຍ້ອນວ່າພວກເຂົາໄດ້ກໍ່ “ອາຊະຍາກຳທີ່ຮ້າຍແຮງ.”

ໃນຕອນທ້າຍຂອງກອງປະຊຸມອະພິປາຍນັ້ນ ສະພາປະຊາຊົນອັຟການິສຖານທີ່ມີຜູ້ແທນເຂົ້າຮ່ວມຫຼາຍກວ່າ 3,000 ຄົນ ໄດ້ຮຽກຮ້ອງໃຫ້ທ່ານການີ ປ່ອຍພວກຊະເລີຍທັງຍັງເຫຼືອ ໃນຄຳປະກາດ 25 ຂໍ້.

ຄຳປະກາດດັ່ງກ່າວເວົ້າວ່າ “ເພື່ອຈະກຳຈັດອຸບປະສັກ ທີ່ຈະອຳນວຍໃຫ້ມີການເລີ້ມຕົ້ນຂອງຂັ້ນຕອນສັນຕິພາບ ແລະຍຸຕິການນອງເລືອດ ທາງສະພາໂລຢາ ເຈີກາ ຈຶ່ງໃຫ້ການອະນຸມັດຕໍ່ການປ່ອຍຊະເລີຍຕາລີບານ 400 ຄົນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG