ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈຳນວນຜູ້ຕິດ ພະຍາດໂຄວິດ-19 ເພີ້ມຂຶ້ນກາຍ 4 ລ້ານຄົນແລ້ວ ຢູ່ໃນສະຫະລັດ


ພະນັກງານທຳຄວາມສະອາດເຄື່ອງມື ຢູ່ນອກໂຮງໝໍ Memorial West Hospital ບ່ອນທີ່ພວກຄົນປ່ວຍຍ້ອນໂຄວິດ-19 ໄດ້ຮັບການປິ່ນປົວ ທີ່ເມືອງ Pembroke Pines ໃນລັດ Florida ເມື່ອວັນທີ 13 ກໍລະກົດ ປີ 2020.
ພະນັກງານທຳຄວາມສະອາດເຄື່ອງມື ຢູ່ນອກໂຮງໝໍ Memorial West Hospital ບ່ອນທີ່ພວກຄົນປ່ວຍຍ້ອນໂຄວິດ-19 ໄດ້ຮັບການປິ່ນປົວ ທີ່ເມືອງ Pembroke Pines ໃນລັດ Florida ເມື່ອວັນທີ 13 ກໍລະກົດ ປີ 2020.

ໃນຂະນະທີ່ການຕິດແປດຂອງພະຍາດໂຄວິດ-19 ຢູ່ໃນສະຫະລັດ ມີຈຳນວນເພີ້ມຂຶ້ນກາຍ 4 ລ້ານກໍລະນີແລ້ວນັ້ນ ກໍມີພວກຄົນງານອາເມຣິກັນຫຼາຍຮ້ອຍພັນຄົນຂໍການຊ່ວຍເຫຼືອຍ້ອນຫວ່າງງານ ໃນຂະນະທີ່ລັດຖະສະພາສະຫະລັດອະພິປາຍກັນກ່ຽວກັບການໃຫ້ເງິນຊ່ວຍເຫຼືອກ້ອນໃໝ່.

ມະຫາວິທະຍາໄລຈອນສ໌ ຮອບກິນສ໌ ລາຍງານວ່າ ມີການຕິດໂຄວິດ-19 ທີ່ໄດ້ຮັບການຢືນຢັນແລ້ວ ຢູ່ໃນສະຫະລັດ 4,034,057 ກໍລະນີ ໃນວັນພະຫັດວານນີ້ ຄືຫຼາຍກວ່ານຶ່ງສ່ວນສີ່ຂອງກໍລະນີຕິດເຊື້ອທັງໝົດ 15 ລ້ານ 3 ແສນກໍລະນີຢູ່ໃນທົ່ວໂລກ. ນອກນັ້ນສະຫະລັດຍັງນຳໜ້າປະເທດອື່ນໆໃນໂລກໃນການເສຍຊີວິດຍ້ອນໂຄວິດ-19 ຄືມີທັງໝົດ ເກືອບ 144,223 ຄົນຫຼາຍກວ່າປະເທດບຣາຊີລ ທີ່ຕິດອັນດັບ 2 ຊຶ່ງມີຜູ້ເສຍຊີວິດ 84,082 ຄົນ ແລະຜູ້ຕິດເຊື້ອທັງໝົດຈຳນວນ 2,287,475 ກໍລະນີິ.

ໃນຂະນະທີ່ຈຳນວນຜູ້ຕິດເຊື້ອໄວຣັສໂຄໂຣນາໃໝ່ເພີ້ມຂຶ້ນຢູ່ນີ້ ຈຶ່ງໄດ້ບັງຄັບໃຫ້ພວກທຸລະກິດຫຼາຍໆຢ່າງປິດ ຫຼືບໍ່ກໍຫຼຸດກິດຈະການຂອງຕົນລົງ ຊຶ່ງນອກນັ້ນຍັງມີພວກຄົນງານອາເມຣິກັນຫຼາຍຂຶ້ນ ໄດ້ຍື່ນຄຳຮ້ອງຂໍເງິນຫວ່າງງານ ໃນອາທິດແລ້ວນີ້. ກະຊວງແຮງງານຂອງສະຫະລັດ ລາຍງານໃນວັນພະຫັດວານນີ້ວ່າ ມີ ຄົນງານ 1 ລ້ານ 4 ແສນຄົນ ທີ່ໄດ້ຮັບຜົນກະທົບບໍ່ໃນຮູບໃດກໍໃນຮູບນຶ່ງ ຈາກການມາດຕະການປິດເມືອງໄດ້ຍື່ນຄຳຮ້ອງຂໍເງິນຫວ່າງງານ ເຮັດໃຫ້ການຫຼຸດລົງເປັນເວລາ 15 ອາທິດລຽນຕິດໃນການຂໍເງິນຊ່ວຍເຫຼືອ ສິ້ນສຸດລົງ.

ໂຕເລກຄົນຫວ່າງງານດັ່ງກ່າວ ໄດ້ມີການເປີດເຜີິຍໃຫ້ຮູ້ ໃນຂະນະທີ່ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານມິຈ ແມັກຄອນແນລ ພວມກະກຽມທີ່ຈະເປີດເຜີຍແຜນການຊ່ວຍເຫຼືອຮັບມືກັບໂຄວິດ-19ໃນມູນຄ່າ 1 ພັນຕື້ໂດລາ. ສ່ວນສະພາຕ່ຳທີ່ນຳພາໂດຍພັກເດໂມແຄຣັດ ໄດ້ຮັບຜ່ານແຜນການຊ່ວຍເຫຼືອ 3 ພັນ 500 ຕື້ໂດລາ ເມື່ອສອງເດືອນກ່ອນ ແລະຮຽກຮ້ອງຂໍເງິນຕື່ມອີກຫຼາຍກວ່ານັ້ນ ເພື່ອຊ່ວຍລັດຖະບານຂອງລັດແລະທ້ອງຖິ່ນຕ່າງໆທີ່ພວມຂາດລາຍໄດ້ຈາກການເກັບພາສີແລະຄ່າທຳນຽມຕ່າງໆຍ້ອນການລະບາດຂອງໂຄວິດ-19.

ສະພາສູງ ພາຍໃຕ້ການນຳພາຂອງພັກຣີິພັບບລີກັນ ຢືນຢັດວ່າ ຈະຈຳກັດເງິນຊ່ວຍເຫຼືອໃນຈຳນວນປະມານ 1 ພັນຕື້ໂດລາ ແລະໃຊ້ເງິນດັ່ງກ່າວໃນການປົກປ້ອງທາງດ້ານກົດໝາຍສຳລັບໂຮງຮຽນ ທຸລະກິດ ອົງການການກຸສົນຕ່າງໆ ທີ່ຈະເລີ້ມເປີດກິດຈະການຂອງຕົນຄືນ.

ປະທານາທິບໍດີ ດໍໂນລ ທຣຳ ຢາກໄດ້ເງິນ 105 ຕື້ໂດລາ ເພື່ອເປັນທຶນການສຶກສາ ໃນຮ່າງກົດໝາຍບັນເທົາທຸກໂຄວິດໂດຍກ່າວວ່າ ທ່ານຕ້ອງການຢາກໃຫ້ໂຮງຮຽນທັງຫຼາຍໄດ້ຮັບທຶນ ເພື່ອເປັນສິນນ້ຳໃຈ ໃນການເປີດຄືນໃນລະດູໃບໄມ້ຫຼົ່ນທີ່ຈະມານີ້ແລະສຳລັບຄອບຄົວທີ່ຈະມີທາງເລືອກໃນເລື້ອງໂຮງຮຽນ.

ທັງໂຮງຮຽນຫຼວງແລະໂຮງຮຽນເອກກະຊົນເກືອບທັງໝົດ ໄດ້ເລີ້ມປິດມາຕັ້ງແຕ່ເດືອນມີນາ ແລະພວກນັກຮຽນໄດ້ພາກັນຮຽນຈາກໄລຍະໄກຫຼືທາງອອນລາຍນ໌.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG