ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສຫລ ສັ່ງປິດ ກົງສຸນຈີນ ຢູ່ຮູສຕັນ ຍ້ອນລັກຂະໂມຍ ຊັບສິນທາງປັນຍາ


ສະຖານກົງສຸນໃຫຍ່ຈີນ ທີ່ນະຄອນຮູສຕັນ ເມື່ອວັນທີ 22 ກໍລະກົດ 2020.
ສະຖານກົງສຸນໃຫຍ່ຈີນ ທີ່ນະຄອນຮູສຕັນ ເມື່ອວັນທີ 22 ກໍລະກົດ 2020.

ສະຫະລັດ ໄດ້ສັ່ງໃຫ້ປິດສະຖານກົງສຸນຂອງ ຈີນ ໃນນະຄອນ ຮູສຕັນ, ລັດ ເທັກຊັສ ຍ້ອນບັນຫາທີ່ມີຢູ່ຕະຫຼອດມາຂອງ ຈີນ ກ່ຽວກັບ ການລັກຊັບສິນ ທາງປັນຍາຂອງ ສະຫະລັດ, ອີງຕາມການກ່າວຂອງລັດຖະມົນຕີການຕ່າງປະ ເທດ ທ່ານ ໄມຄ໌ ພອມພຽວ ໃນວັນພຸດວານນີ້.

ຫົວໜ້ານັກການທູດຂອງ ສະຫະລັດ ໄດ້ເວົ້າໃນກອງປະຊຸມຖະແຫຼງຂ່າວ ໃນ ປະເທດ ເດັນມາກ ວ່າ “ພວກເຮົາໄດ້ສະແດງອອກການຄາດໝາຍ ກ່ຽວກັບ ວິທີທີ່ພັກຄອມມູນິສ ຈີນ ຈະປະພຶດ.”

ທ່ານກ່າວວ່າ “ແລະ ເມື່ອພວກເຂົາບໍ່ເຮັດ, ພວກເຮົາຈະເອົາມາດຕະການເພື່ອ ປົກປ້ອງປະຊາຊົນ ອາເມຣິກັນ, ປົກປ້ອງຄວາມປອດໄພຂອງພວກເຮົາ, ຄວາມ ປອດໄພແຫ່ງຊາດຂອງພວກເຮົາ ແລະ ປົກປ້ອງເສດຖະກິດ ແລະ ວຽກງານ ຂອງພວກເຮົາເຊັ່ນກັນ.”

ຈີນ ມີເວລາທີ່ຈະປິດກົງສຸນຂອງເຂົາເຈົ້າໃນນະຄອນ ຮູສຕັນ ຈົນຮອດຕອນ ບ່າຍວັນສຸກນີ້, ເຊິ່ງມີພະນັກງານປະມານ 60 ຄົນ, ແລະ ປະທານາທິບໍດີ ທຣຳ ໄດ້ກ່າວວ່າ ການປິດກົງສຸນຕື່ມອີກແມ່ນ “ມີຄວາມເປັນໄປໄດ້ຕະຫຼອດ ເວລາ.”

ຄຳສັ່ງໃຫ້ປິດຫ້ອງການໃນນະຄອນ ຮູສຕັນ ໄດ້ເພີ້ມຄວາມເຄັ່ງຕຶງຂຶ້ນຢ່າງ ກະທັນຫັນລະຫວ່າງ ສະຫະລັດ, ເຊິ່ງມີເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ແລະ ຈີນ, ທີສອງ.

ມັນໄດ້ເກີດຂຶ້ນມື້ນຶ່ງຫຼັງຈາກທ່ານ ທຣຳ ໄດ້ຮັບຮູ້ວ່າ ໂຣກລະບາດໄວຣັສໂຄ ໂຣນາ ທີ່ໄດ້ກຳເນີດຂຶ້ນໃນ ຈີນ ນັ້ນ ແມ່ນມີຄວາມເປັນໄປໄດ້ວ່າຈະຮ້າຍແຮງ ກວ່າເກົ່າໃນ ສະຫະລັດ ກ່ອນທີ່ມັນຈະດີຂຶ້ນ.

ທ່ານ ທຣຳ ໄດ້ເອີ້ນ ໂຄວິດ-19 ວ່າ “ໄວຣັສ ຈີນ” ຢ່າງເປັນປະຈຳ ແຕ່ໄດ້ ປະຕິເສດ ກ່ຽວກັບ ການຈຳແນກເຊື້ອເຊື້ອຜິວພັນ ຢູ່ເບື້ອງຫຼັງຊື່ດັ່ງກ່າວ.

ທ່ານ ພອມພຽວ ໄດ້ກ່າວວ່າ ການປັດຕິບັດການໃນ ຮູສຕັນ ຂອງ ຈີນ ມີຜົນ ກະທົບຢ່າງກວ້າງຂວາງ.

ທ່ານກ່າວວ່າ “ມັນບໍ່ແມ່ນພຽງຊັບສິນທາງປັນຍາຂອງຊາວ ອາເມຣິກັນ ຖືກລັກ ຂະໂມຍໄປເທົ່ານັ້ນ. ມັນມີຊັບສິນທາງປັນຍາ ຂອງຊາວ ຢູໂຣບ ດ້ວຍ, ເຊິ່ງ ເຮັດໃຫ້ສູນເສຍວຽກງານຫຼາຍຮ້ອຍພັນຕຳແໜ່ງ, ວຽກງານທີ່ດີໆສຳລັບປະຊາ ຊົນທີ່ເຮັດວຽກຢ່າງໜັກໃນທົ່ວ ຢູໂຣບ ແລະ ອາເມຣິກາ, ທີ່ຖືກລັກໄປໂດຍພັກ ຄອມມູນິສ ຈີນ ນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG