ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄື່ອງບັນທຶກຂໍ້ມູນ ຂອງເຮືອບິນໂດຍສານຢູເຄຣນ ທີ່ຖືກຍິງຕົກ ຢູ່ອີຣ່ານ ຖືກສົ່ງໄປຝຣັ່ງ ເພື່ອວິເຄາະ


ພະນັກງານສາຍການບິນຢູເເຄຣນ ຖືດອກໄມ້ໄປຮ່ວມພິທີໄວ້ອາໄລ ໃຫ້ຜູ້ໂດຍສານແລະພະນັກງານ ປະຈຳຖ້ຽວບິນ ຂອງເຮືອບິນໂດຍສານ ໂບອິ້ງ 737-800 ຂອງຢູເຄຣນ ທີ່ຖືກຍິງຕົກ ຢູ່ນະຄອນເຕຫະຣ່ານ, ຈັດຂຶ້ນທີ່ສະໜາມບິນສາກົນ Borispil ນອກນະຄອນຫຼວງກີິຢິບ ປະເທດຢູເຄຣນ.
ພະນັກງານສາຍການບິນຢູເເຄຣນ ຖືດອກໄມ້ໄປຮ່ວມພິທີໄວ້ອາໄລ ໃຫ້ຜູ້ໂດຍສານແລະພະນັກງານ ປະຈຳຖ້ຽວບິນ ຂອງເຮືອບິນໂດຍສານ ໂບອິ້ງ 737-800 ຂອງຢູເຄຣນ ທີ່ຖືກຍິງຕົກ ຢູ່ນະຄອນເຕຫະຣ່ານ, ຈັດຂຶ້ນທີ່ສະໜາມບິນສາກົນ Borispil ນອກນະຄອນຫຼວງກີິຢິບ ປະເທດຢູເຄຣນ.

ລັດຖະມົນຕີການຕ່າງປະເທດການາດາ ທ່ານຟຣັງຊົວ-ຟີລິບ ຊາມປາຍ ກ່າວວ່າ ເຄື່ອງບັນທຶກຂໍ້ມູນຖ້ຽວບິນ ຂອງເຮືອບິນໂດຍສານຢູເຄຣນ ທີ່ຖືກຍິງຕົກໂດຍລູກສອນໄຟອີຣ່ານ ຢູ່ທີ່ນະຄອນຫຼວງປາຣີ ບ່ອນທີ່ຄາດກັນວ່າ ຈະຖືກສົ່ງໄປຍັງໜ່ວຍສືບສວນອົງການໆບິນພົນລະເຮືອນຂອງຝຣັ່ງ ເພື່ອການວິເຄາະໃນວັນຈັນມື້ນີ້.

ທ່ານຊາມປາຍກ່າວຜ່ານທາງທວີດເຕີ້ວ່າ ພວກເຈົ້າໜ້າທີ່ຈາກອົງການຄຸ້ມຄອງຄວາມປອດໄພໃນດ້ານການຂົນສົ່ງຂອງການາດາ ກໍຈະໄປຮ່ວມການສືບສວນດັ່ງກ່າວນີ້.

ຜູ້ໂດຍສານສ່ວນໃຫຍ່ຂອງຈຳນວນທັງໝົດ 176 ຄົນ ຢູ່ເທິງເຮືອບິນໂດຍສານລຳນັ້ນ ແມ່ນເປັນຄົນສັນຊາດຫຼືພວກທີ່ຢູ່ອາໄສໃນປະເທດການາດາ ຫຼືບໍ່ກໍພວມເດີນທາງໄປຍັງປະເທດດັ່ງກ່າວ.

ອີຣ່ານກ່າວວ່າ ກອງທັບຂອງຕົນໄດ້ຍິງເຮືອບິນໂດຍສານຂອງຢູເຄຣນຕົກຍ້ອນອຸບັດຕິເຫດ ເມື່ອເດືອນມັງກອນຕົ້ນປີນີ້ ບໍ່ດົນຫຼັງຈາກເຮືອບິນລຳດັ່ງກ່າວ ບິນຂຶ້ນຈາກສະໜາມບິນເຕຫະຣ່ານ ໂດຍເຂົ້າໃຈຜິດຄິດວ່າເປັນລູກສອນໄຟທີ່ພວມຍິງມາໃສ່ອີຣ່ານ.

ອຸບັນຕິເຫດນີ້ ເກີດຂຶ້ນໃນລະຫວ່າງທີ່ພວມເກີດຄວາມເຄັ່ງຕຶງສູງສຸດ ລະຫວ່າງອີຣ່ານແລະສະຫະລັດຫຼັງຈາກອີຣ່ານໄດ້ເລີ້ມຍິງລູກສອນໄຟໂຈມຕີຄ້າຍທະຫານຫຼາຍໆແຫ່ງໃນອີຣັກເພື່ອເປັນການຕອບໂຕ້ຕໍ່ການສັງຫານນາຍພົນອີຣ່ານ ທ່ານຄາສຊິມ ຊູເລມານີ.

ການາດາ ຢູເຄຣນ ແລະປະເທດອື່ນໆທີ່ມີພົນລະເມືອງຂອງຕົນຢູ່ເທິງເຮືອບິນໂດຍສານລຳນັ້ນ ໄດ້ທວງໃຫ້ມີອີຣ່ານທຳການສືບສວນຢ່າງລະອຽດຖີິີ່ຖ້ວນແລະການວິເຄາະໃນອັນທີ່ເອີ້ນວ່າ ກ່ອງບັນທຶກສີດຳ ທີ່ໄດ້ຄົ້ນພົບຢູ່ຕາມຊາກເພພັງຂອງເຮືອບິນໂດຍສານ ໄດ້ຖືກນຳມາເຈລະຈາຕໍ່ລອງກັນ.

ເຮືອບິນໂດຍສານຂອງຢູເຄຣນ ແມ່ນຜະລິດໂດຍບໍລິສັດໂບອິ້ງຂອງສະຫະລັດ ແລະຍ້ອນການລົງໂທດຂອງສະຫະລັດ ຕໍ່ອີຣ່ານ ສະຫະລັດຈຶ່ງໄດ້ປະຕິເສດບໍ່ຍອມສົ່ງອຸບປະກອນທີ່ຈຳເປັນ ເພື່ອຖອດລະຫັດຂໍ້ມູນຢູ່ໃນເຄື່ອງບັນທຶກຂໍ້ມູນດັ່ງ
ກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG