ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການກ່າວຫາ ຣັດເຊຍວ່າ ພະຍາຍາມ ລັກຂໍ້ມູນເຮັດຢາວັກຊີນ ກັນໂຄວິດ-19


ການສັກຢາວັກຊີນ ກັນໂຄວິດ-19 ໃຫ້ຄົນຜູ້ນຶ່ງ ທີ່ຜະລິດໂດຍ ບໍລິສັດ Moderna ທີ່ຫ້ອງການຄົ້ນຄວ້າ Kaiser Permanente ຢູ່ນະຄອນຊີອາໂຕ້ ລັດວໍຊິງຕັນ.
ການສັກຢາວັກຊີນ ກັນໂຄວິດ-19 ໃຫ້ຄົນຜູ້ນຶ່ງ ທີ່ຜະລິດໂດຍ ບໍລິສັດ Moderna ທີ່ຫ້ອງການຄົ້ນຄວ້າ Kaiser Permanente ຢູ່ນະຄອນຊີອາໂຕ້ ລັດວໍຊິງຕັນ.

ເຈົ້າໜ້າທີ່ສະຫະລັດ ອັງກິດ ແລະການາດາ ໄດ້ກ່າວຫາວັງເຄຣັມລິນ ໃນວັນພະຫັດວານນີ້ວ່າ ຢູ່ເບື້ອງຫຼັງການໂຈມຕີເຈາະຂໍ້ມູນທາງອິນເຕີແນັດ ທີ່ກຳລັງມີຂຶ້ນ ໂດຍແນໃສ່ເພື່ອລັກຂະໂມຍຂໍ້ມູນຈາກບໍລິສັດຜະລິດຢາ ແລະສະຖາບັນການສຶກສາຂອງປະເທດຕາເວັນຕົກທີ່ໄດ້ທຳການຄົ້ນຄວ້າກ່ຽວກັບໄວຣັສໂຄໂຣນາແລະການປິ່ນປົວຕ່າງໆ.

ຢູ່ໃນຖະແຫລງການຮ່ວມສະບັບນຶ່ງ ລັດຖະບານຂອງປະເທດທັງ 3 ກ່າວວ່າ ການໂຈມຕີເຈາະຂໍ້ມູນເລີ້ມຂຶ້ນໃນເດືອນກຸມພາຜ່ານມາ ແລະຕັ້ງແຕ່ນັ້ນມາກໍບໍ່ໄດ້ມີການຢຸດເຊົາ.

ສູນກາງຄວາມໝັ້ນຄົງແຫ່ງຊາດທາງດ້ານໄຊເບີ້ຂອງອັງກິດ ຊຶ່ງເປັນພາກສ່ວນນຶ່ງຂອງອົງການດັກຟັງການເຄື່ອນໄຫວຕ່າງໆຂອງອັງກິດ ທີ່ເອີ້ນຫຍໍ້ວ່າ GCHQ ໄດ້ອອກຖະແຫຼງການ ຊຶ່ງໄດ້ມີການປະສານງານ ກັບພະແນກການທີ່ກ່ຽວຂ້ອງຂອງສະຫະລັດ ແລະການາດາ. ເຈົ້າໜ້າທີ່ໄດ້ລະບຸກຸ່ມເຈາະຂໍ້ມູນຂອງຣັດເຊຍນັ້ນວ່າ APT29 ຊຶ່ງມີຊື່ຫຼິ້ນວ່າ Cozy Bear ເປັນຜູ້ຢູ່ເບື້ອງຫຼັງການໂຈມຕີເຈາະຂໍ້ມູນດັ່ງກ່າວ.

ທ່ານນາງແອນ ນິວເບີເກີ (Anne Neuberger) ຜູ້ອໍານວຍການຄວາມໝັ້ນຄົງດ້ານໄຊເບີ້ ທີ່ອົງການຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດກ່າວຢູ່ໃນຖະແຫຼງການວ່າ “ກຸ່ມ APT29 ມີປະຫວັດມາດົນນານແລ້ວ ທີ່ໄດ້ແນເປົ້າໝາຍໃສ່ອົງການຂອງລັດຖະບານ ນັກການທູດ ສະຖາບັນວິໄຈ ອົງການຮັກສາສຸຂະພາບ ແລະອົງການພະລັງງານຕ່າງໆ ເພື່ອຊອກຫາຂໍ້ມູນລັບ ດັ່ງນັ້ນພວກເຮົາຈຶ່ງຂໍຊຸກຍູ້ໃຫ້ທຸກໆຄົນຖືວ່າການຂົ່ມຂູ່ນີ້ ເປັນເລື້ອງແທ້ຈິງ ແລະນຳໃຊ້ເພື່ອເປັນການຜ່ອນຜັນໃນການອອກຄຳແນະນຳຕ່າງໆ.”

ໂຄສົກ ຂອງວັງເຄຣັມລິນ ທ່ານດີມີຕຣີ ແພັສຄອບ ບໍ່ໄດ້ໃຫ້ຄວາມສຳຄັນໃດໆກ່ຽວກັບການໂຈມຕີ ເຈາະຂໍ້ມູນດັ່ງກ່າວ. ທ່ານກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫຼວງຂອງປະເທດຣັດເຊຍວ່າ “ພວກເຮົາບໍ່ມີຂໍ້ມູນໃດໆກ່ຽວກັບວ່າ ແມ່ນໃຜເປັນ ຜູ້ໂຈມຕີເຈາະຂໍ້ມູນບໍລິສັດເຮັດຢາ ແລະສູນກາງການຄົ້ນຄວ້າຢູ່ປະເທດອັງກິດ. ພວກເຮົາສາມາດເວົ້າໄດ້ແຕ່ພຽງສິ່ງດຽວວ່າ ຣັດເຊຍບໍ່ມີສ່ວນກ່ຽວຂ້ອງໃດໆກັບ ຄວາມພະຍາຍາມເຫຼົ່ານັ້ນ” ແລະທ່ານກ່າວຕື່ມວ່າ “ພວກເຮົາຂໍປະຕິເສດຕໍ່ການກ່າວຫາໃນທຳນອງນີ້.”

ສ່ວນທ່ານພອລ ຊີແຊັສເຕີ (Paul Chichester) ຜູ້ອຳນວຍການດ້ານການປະຕິບັດງານຂອງສູນກາງຄວາມໝັ້ນຄົງແຫ່ງຊາດທາງດ້ານໄຊເບີ້ ກ່າວວ່າ “ພວກເຮົາຂໍປະນາມການໂຈມຕີທີ່ຕ່ຳຊ້າເຫຼົ່ານີ້ຕໍ່ພວກທີ່ກຳລັງເຮັດວຽກອັນຈຳເປັນເພື່ອກຳຈັດການລະບາດຂອງໄວຣັສໂຄໂຣນາ.”

ທ່ານຊີແຊັສເຕີ ກ່າວວ່າ ກຸ່ມ Cozy Bear “ແມ່ນເກືອບເປັນທີ່ນອນແລ້ວວ່າປະຕິບັດງານໃນຖານະທີ່ເປັນສ່ວນນຶ່ງຂອງໜ່ວຍສືບລັບຮັດເຊຍ.”

ປະເທດພັນທະມິດຕາເວັນຕົກທັງສາມ ພວມເຮັດວຽກເພື່ອຫາທາງຄຸ້ມຄອງການຄົ້ນຄວ້າທີ່ພົວພັນກັບໄວຣັສໂຄໂຣນາແລະໄດ້ອອກຄຳເຕືອນໃໝ່ທາງດ້ານໄຊເບີ້ຕໍ່ບໍລິສັດຜະລິດຢາ ມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG