ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ທຣຳ ຈະເຮັດໃຫ້ກົດໝາຍ ອະນຸລັກສິ່ງແວດລ້ອມ ທີ່ສຳຄັນ ອ່ອນແອລົງ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຮຳ ຖະແຫຼງກ່ຽວກັບ ພື້ນຖານໂຄງລ່າງຂອງອາເມຣິກັນ ທີ່ສະໜາມບິນ UPS Hapeville Airport Hub ໃນນະຄອນແອັດແລນຕາ ເມື່ອວັນທີ 15 ກໍລະກົດ 2020.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຮຳ ຖະແຫຼງກ່ຽວກັບ ພື້ນຖານໂຄງລ່າງຂອງອາເມຣິກັນ ທີ່ສະໜາມບິນ UPS Hapeville Airport Hub ໃນນະຄອນແອັດແລນຕາ ເມື່ອວັນທີ 15 ກໍລະກົດ 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເປີດເຜີຍຂັ້ນຕອນການທົບທວນທີ່ຖືກປັບປຸງໃໝ່ຈາກລຸ່ມຫາເທິງ ສຳລັບໂຄງການໂຄງລ່າງພື້ນຖານ ທີ່ບັນດານັກວິຈານໂຕ້ແຍ້ງວ່າ ຈະກໍ່ໃຫ້ເກີດການແຕກຫັກຄັ້ງໃຫຍ່ ໃນພື້ນຖານກົດໝາຍການອະນຸລັກ.

ທ່ານ ທຣຳ ໄດ້ກ່າວຢູ່ເຂດນອກຂອງສະໜາມບິນຂອງນະຄອນ ແອັດແລນຕ້າ ລັດ ຈໍເຈຍ ໃນວັນພຸດວານນີ້ວ່າ “ນີ້ແມ່ນສິ່ງທີ່ບໍ່ມີໃຜຄິດວ່າເປັນໄປໄດ້.” ທ່ານໄດ້ໂຕ້ແຍ້ງວ່າ “ສິ່ງກີດຂວາງທີ່ເປັນຕາຢ້ານ“ ຍ້ອນກົດລະບຽບສິ່ງແວດລ້ອມນັ້ນ ໄດ້ເຮັດສູນເສຍເງິນ “ຫຼາຍພັນຕື້ໂດລາ“ ໃນຫຼາຍປີທີ່ຜ່ານມາ.

ທ່ານປະທານາທິບໍດີ ໄດ້ກ່າວວ່າ ກົດລະບຽບໃໝ່ຂອງທ່ານ “ຈະເຮັດໃຫ້ຂັ້ນຕອນການທົບທວນມີຄວາມທັນສະໄໝຢ່າງສິ້ນເຊີງ ພາຍໃຕ້ກົດໝາຍນະໂຍບາຍສິ່ງແວດລ້ອມແຫ່ງຊາດຂອງປີ 1969,” ເຊິ່ງຈະຕັດໄລຍະເວລາສຳລັບ ໂຄງການໃຫຍ່, ລວມທັງທາງດ່ວນ ຈາກເຖິງ 20 ປີລົງມາເປັນ 2 ​ປີ ຫຼື ຕໍ່າກວ່ານັ້ນ.

ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ຂັ້ນຕອນທີ່ຖືກປັບປຸງໃຫ້ມີປະສິດທິພາບສູງດັ່ງກ່າວວ່າ “ເຈົ້າຈະບໍ່ອຸທິດໄລຍະທີ່ມີໃນຊີວິດໃຫ້ການເຮັດໂຄງການທີ່ບໍ່ໄດ້ ຖືກອະນຸມັດ. ມັນຈະໄວຫຼາຍ, ແມ່ນ ຫຼື ບໍ່, ຫຼັງຈາກການສຶກສາ.”

ໃນຄຳປາໄສຂອງທ່ານ ຢູ່ສູນກາງສະໜາມບິນ ເຮບວິລ ຂອງບໍລິສັດຈັດສົ່ງ ເຄື່ອງຂອງ ແລະ ບໍລິຫານຕ່ອງໂສ້ການສະໜອງ ຫຼື UPS ນັ້ນ, ທ່ານ ທຣຳ ໄດ້ເວົ້າ ກ່ຽວກັບ ວິທີທ່ານໄດ້ປະສົບກັບຄວາມກົດດັນໂດຍສ່ວນຕົວກັບ “ກອງ ສະກັອດສີແດງ“ ມາຫຼາຍທົດສະວັດ ໃນອຸດສາຫະກຳອະສັງຫາລິມະຊັບ.

ທ່ານໄດ້ກ່າວເຖິງ “ການຕໍ່ສູ້ຄະດີ ແລະ ຄວາມວຸ້ນວາຍຫຼາຍ ແລະ ຫຼາຍປີ“ ໃນ ຂັ້ນຕອນການອະນຸມັດທີ່ຊັບຊ້ອນ ທີ່ໄດ້ກໍ່ໃຫ້ເກີດການເລື່ອນເວລາຄັ້ງໃຫຍ່ ສຳລັບ ໂຄງການຂອງທ່ານ ແລະ ຜູ້ພັດທະນາຄົນອື່ນໆນັ້ນແນວໃດ.

ສຳລັບວັນທີສອງຕິດຕໍ່ກັນ, ທ່ານ ທຣຳ ໄດ້ຫັນຈາກການປະກາດລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ໄປເປັນການໂຈມຕີຄູ່ແຂ່ງຂອງທ່ານໃນການເລືອກ ຕັ້ງຂອງປີນີ້ ໃສ່ອະດີດຮອງປະທານາທິບໍດີ ແລະ ຜູ້ທີ່ຄາດວ່າຈະຖືກສະເໜີຊື່ ຕາງໜ້າໃຫ້ພັກເດໂມແຄຣັດ ທ່ານ ໂຈ ໄບເດັນ.

ທ່ານປະທານາທິບໍດີສັງກັດພັກຣີພັບບລີກັນໄດ້ກ່າວວ່າ “ຮອງປະທານາທິບໍດີຄົນ ທີ່ຜ່ານມາຂອງພວກເຮົາ ໄດ້ຄັດຄ້ານການປະຕິຮູບທີ່ຖືກອຳນວຍໃຫ້ທຸກຄັ້ງ.”

ການຜ່ອນຜັນລົງຕໍ່ກົດໝາຍດັ່ງກ່າວ, ເຊິ່ງເປັນທີ່ຮູ້ຈັກໂດຍຊື່ຫຍໍ້ຂອງມັນວ່າ NEPA, ອາດຈະຖືກກຳຈັດ ດ້ວຍການລົງຄະແນນສຽງສ່ວນຫຼາຍ ທີ່ງ່າຍໆ ໃນລັດຖະສະພາ ແລະ ລາຍເຊັນຂອງປະທານາທິບໍດີ, ເປັນສິ່ງທີ່ພັກຝ່າຍຄ້ານ ເກືອບແນ່ນອນວ່າຈະໂຈມຕີ, ມັນຂຶ້ນກັບຜົນທີ່ອອກມາຂອງການເລືອກຕັ້ງ ໃນ ເດືອນພະຈິກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG