ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ບຣາຊີລ ກວດພົບ ຕິດພະຍາດໂຄວິດ-19


ປະທານາທິບໍດີບຣາຊີລ ທ່ານແຈ ໂບລໂຊນາໂຣ ໃຫ້ການຢືນຢັນວ່າ ກວດພົບຕິດພະຍາດໂຄວິດ-19 ທີ່ນະຄອນບຣາຊີເລຍ ເມື່ອວັນທີ 7 ກໍລະກົດ 2020.
ປະທານາທິບໍດີບຣາຊີລ ທ່ານແຈ ໂບລໂຊນາໂຣ ໃຫ້ການຢືນຢັນວ່າ ກວດພົບຕິດພະຍາດໂຄວິດ-19 ທີ່ນະຄອນບຣາຊີເລຍ ເມື່ອວັນທີ 7 ກໍລະກົດ 2020.

ປະທານາທິບໍດີບຣາຊີລ ທ່ານແຈ ໂບລໂຊນາໂຣ ໄດ້ກວດພົບວ່າ ຕິດເຊື້ອໄວຣັສໂຄໂຮນາ ບໍ່ເທົ່າໃດມື້ຫຼັງຈາກທ່ານມີອາການ ຮວມທັງເປັນໄຂ້.

ທ່ານໄດ້ປະກາດໃຫ້ຊາບ ໃນວັນອັງຄານວານນີ້.

ກ່ອນໜ້ານີ້ ທ່ານໂບລໂຊນາໂຣ ບໍ່ໄດ້ໃຫ້ຄວາມສຳຄັນ ກ່ຽວກັບຄວາມສ່ຽງ ທີ່ຈະຕິດໄວຣັສ ໂຄໂຣນາ ຊຶ່ງໃນຄັ້ງນຶ່ງ ທ່ານໄດ້ບອກພວກສະໜັບສະໜຸນວ່າ ຍ້ອນທ່ານມີປະຫວັດ ເປັນຄົນແຂງແຮງແບບນັກກິລາ ທ່ານຈຶ່ງບໍ່ເປັນຫ່ວງ ທີ່ຈະຕິດພະຍາດນີ້.

ທ່ານກ່າວວ່າ ທ່ານບໍ່ມີຄວາມຮູ້ສຶກເລີຍ ມັນເປັນແບບໄຂ້ຫວັດທີ່ບໍ່ຮ້າຍແຮງ ຫຼືຄືກັນກັບພາຍໃຕ້ສະພາບອາກາດທີ່ບໍ່ດີ.

ການທີ່ທ່ານໂບລໂຊນາໂຣ ບໍ່ໃຫ້ຄວາມສຳຄັນຕໍ່ຜົນກະທົບຮ້າຍແຮງ ຂອງເຊື້ອໄວຣັສນີ້ ເຮັດໃຫ້ທ່ານໄດ້ທ້າທາຍ ຕໍ່ການເອົາມາດຕະການປ້ອງກັນຕ່າງໆຕໍ່ເຊື້ອໄວຣັສ ເຊັ່ນວ່າເຮັດໃຫ້ມາດຕະການບັງຄັບໃຫ້ຄົນໃສ່ໜ້າກາກໃນທີ່ສາທາລະນະ
ອ່ອນແອລົງ.

ອົງການຂ່າວເອພີິລາຍງານວ່າ ທ່ານໂບລໂຊນາໂຣໄດ້ກວດບໍ່ຕິດເຊື້ອໂຄວິດ-19 ເຖິງສາມເທື່ອ ຫຼັງຈາກຜູ້ຊ່ວຍຂອງທ່ານຫຼາຍຄົນ ກວດພົບວ່າຕິດເຊື້ອໄວຣັສດັ່ງ ກ່າວໃນເດືອນມີນາຜ່ານມາ ຫຼັງຈາກການພົບປະ ກັບປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່ບ້ານຕາກອາກາດ ມາອາລາໂກ ຂອງທ່ານທຣຳໃນລັດຟລໍຣິດາ.

ບຣາຊີລເປັນປະເທດນຶ່ງ ທີ່ໄດ້ຮັບຜົນກະທົບຮ້າຍແຮງສຸດຈາກໄວຣັສໂຄໂຣນາ ຊຶ່ງໃນປັດຈຸບັນນີ້ ມີກໍລະນີຕິດເຊື້ອໄວຣັສດັ່ງກ່າວຫຼກາຍກວ່າ 1 ລ້ານ 6 ແສນຄົນ ແລະ 65,000 ກວ່າຄົນ ເສຍຊີວິວດໄປແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG