ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເກົາຫຼີເໜືອ ປະຕິເສດ ຈະບໍ່ມີການເຈລະຈາ ຂະນະທີ່ ນັກການທູດ ສຫລ ຢ້ຽມຢາມໂຊລ


ຮູບຖ່າຍເມື່ອວັນທີ 30 ມິຖຸນາ 2019 ສະແດງໃຫ້ເຫັນວ່າ ທ່ານກິມ ຈົງ ອຶນ ຜູ້ນຳເກົາຫຼີເໜືອ (ຊ້າຍ) ແລະປະທານາທິບໍດີ ດໍໂນລ ທຣຳ ຈັບມືກັນ ໃນການພົບປະຢູ່ໃຕ້ເຂດປອດທະຫານ
ທີ່ແຍກເກົາຫຼີເໜືອ ອອກຈາກເກົາຫຼີໃຕ້.
ຮູບຖ່າຍເມື່ອວັນທີ 30 ມິຖຸນາ 2019 ສະແດງໃຫ້ເຫັນວ່າ ທ່ານກິມ ຈົງ ອຶນ ຜູ້ນຳເກົາຫຼີເໜືອ (ຊ້າຍ) ແລະປະທານາທິບໍດີ ດໍໂນລ ທຣຳ ຈັບມືກັນ ໃນການພົບປະຢູ່ໃຕ້ເຂດປອດທະຫານ ທີ່ແຍກເກົາຫຼີເໜືອ ອອກຈາກເກົາຫຼີໃຕ້.

ເກົາຫຼີເໜືອ ກ່າວວ່າ ຕົນບໍ່ມີຄວາມສົນໃຈ ໃນການເຈລະຈາ ກັບສະຫະລັດ ທ່າມກາງຄວາມພະຍາຍາມຂອງເກົາຫຼີໃຕ້ທີ່ຢາກຈັດໃຫ້ມີການເຈລະຈາກັນອີກຄັ້ງນຶ່ງ ລະຫວ່າງ ທ່ານກິມ ຈົງ ອຶນ ກັບປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ.

ທ່ານກວອນ ຈອງ ກຸນ (Kwon Jong Gun) ເຈົ້າໜ້າທີ່ກະຊວງການຕ່າງປະເທດເກົາຫຼີເໜືອ ຂຽນລົງໃນບົດຄວາມສະບັບນຶ່ງ ຂອງອົງການຂ່າວສູນກາງ ຫຼື KCNA ຂອງທາງການເກົາຫຼີເໜືອ ໃນວັນອັງຄານມື້ນີ້ວ່າ “ຂໍເວົ້າຢ່າງເປີດເຜີຍອີກຄັ້ງນຶ່ງ ພວກເຮົາບໍ່ມີຄວາມຕັ້ງໃຈທີ່ຈະນັ່ງ ໜ້າຕໍ່ໜ້າກັບສະຫະລັດອີກ.”

ບົດຄວາມດັ່ງກ່າວຖືກນຳອອກເຜີຍແຜ່ບໍ່ເທົ່າໃດຊົ່ວໂມງກ່ອນທີ່ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານສຕີບ ໄບເກິນ (Steve Biegun) ຫົວໜ້າຄະນະເຈລະຈາຂອງສະຫະລັດ ກັບເກົາຫຼີເໜືອ ມີກຳນົດເດີນທາງໄປເຖິງ ນະຄອນ ຫຼວງໂຊລ ເພື່ອເຂົ້າຮ່ວມປະຊຸມທີ່ແນໃສ່ວ່າ ຈະສ້າງຄວາມກ້າວໜ້າແບບໃດໃນການເຈລະຈາກ່ຽວກັບໂຄງການນິວເຄລຍຂອງເກົາຫຼີເໜືອ.

ການເຈລະຈາ ລະຫວ່າງສະຫະລັດ ກັບເກົາຫຼີເໜືອ ໄດ້ແຕກຫັກລົງ ໃນເດືອນກຸມພາປີ 2019 ເວລາທ່ານທຣຳ ແລະທ່ານກິມ ບໍ່ສາມາດບັນລຸການຕົກລົງໃນລະຫວ່າງກອງປະຊຸມສຸດຍອດຮາໂນ່ຍ ປະເທດຫວຽດນາມ. ເຖິງແມ່ນທັງສອງຝ່າຍໄດ້ພົບປະເຈລະຈາໃນລະດັບເຮັດວຽກເປັນເວລາສັ້ນໆໃນເດືອນຕຸລາກໍຕາມ ແຕ່ຫລັງຈາກນັ້ນ ເກົາຫຼີເໜືອບໍ່ຍອມພົບປະເຈລະຈາກັນອີກ.

ໃນຕົ້ນເດືອນນີ້ ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ ອິນ ກ່າວວ່າ ທ່ານຢາກຈະເຫັນປະທານາທິບໍດີທຣຳ ແລະທ່ານກິມ ພົບປະກັນອີກ ກ່ອນການເລືອກຕັ້ງປະທານາທິບໍດີສະຫະລັດ ໃນເດືອນພະຈິກທ້າຍປີນີ້.

ທ່ານທຣຳກ່າວວ່າ ຄວາມສຳພັນຂອງທ່ານ ກັບທ່ານກິມ ແມ່ນຍັງເຂັ້ມແຂງຢູ່ ແຕ່ເມື່ອໄວໆມານີ້ ທ່ານກໍບໍ່ໄດ້ໃຫ້ຄວາມເຫັນໃດໆ ກ່ຽວກັບໂອກາດທີ່ຈະມີການພົບປະສຸດຍອດກັນອີກຮອບໃໝ່. ທ່ານອາດຈະມີບູລິມະສິດແນວອື່ນ ຊຶ່ງຍັງມີເວລາເຫຼືອອີກບໍ່ຮອດສີ່ເດືອນ ກໍຈະມີການປ່ອນບັດກັນແລ້ວ ທ່ານທຣຳຍັງມີຄະແນນນຳຫຼັງ ທ່ານໂຈ ໄບເດັນ ຊຶ່ງຄາດກັນວ່າ ຈະເປັນຜູ້ລົງແຂ່ງຂັນ ຂອງພັກເດໂມແຄຣັດ ໃນການປ່ອນບັດດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG