ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ້ຳຖ້ວມ ແລະດິນເຈື່ອນ ຢູ່ພາກໃຕ້ຍີປຸ່ນ ເຮັດໃຫ້ 34 ຄົນ ເສຍຊີວິດ


ອາຄານນ້ອຍຫຼັງນຶ່ງ ທີ່ຖືກນ້ຳຊຸເອົາໄປ ຫຼັງຈາກຝົນຕົກໜັກ ທີ່ຖະໜົນ ໃນເມືອງຮິໂຕໂຢຊິ ເຂດກູມາໂມໂຕະ ເມື່ອວັນທີ 5 ກໍລະກົດ 2020.
ອາຄານນ້ອຍຫຼັງນຶ່ງ ທີ່ຖືກນ້ຳຊຸເອົາໄປ ຫຼັງຈາກຝົນຕົກໜັກ ທີ່ຖະໜົນ ໃນເມືອງຮິໂຕໂຢຊິ ເຂດກູມາໂມໂຕະ ເມື່ອວັນທີ 5 ກໍລະກົດ 2020.

ພວກນັກພະຍາກອນອາກາດເຕືອນປະຊາຊົນ ໃນເຂດກູມາໂມໂຕະ ໃນພາກຕາເວັນຕົກສຽງໃຕ້ຂອງປະເທດຍີປຸ່ນ ໃຫ້ລະມັດລະວັງຍ້ອນຈະມີຝົນຕົກໜັກຕື່ມອີກ ຫຼັງຈາກໄດ້ເກີດນ້ຳຖ້ວມແລະດິນເຈື່ອນ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 34 ຄົນ ແລະອີກຫຼາຍສິບຄົນ ຍັງຫາຍສາບສູນ ຫຼືບໍ່ກໍຕົກຄ້າງ ຢູ່ໃນເຂດທີ່ຖືກນ້ຳຖ້ວມ.

ພວກນັກພະຍາກອນອາກາດ ກ່າວວ່າ ຄາດວ່າຝົນຈະຕົກລົງມາຢ່າງໜັກຕື່ມອີກຕະຫຼອດມື້ ທັງໃນວັນຈັນມື້ນີ້ ແລະວັນອັງຄານມື້ອື່ນ.

ເຈົ້າໜ້າທີ່ໃນເຂດກູມາໂມໂຕະກ່າວວ່າ ມີປະຊາຊົນຫຼາຍເຖິງ 200,000 ຄົນທີ່ບໍ່ເອົາໃຈໃສ່ຕໍ່ຄຳເຕືອນ ຍ້ອນຢ້ານໄວຣັສໂຄໂຣນາ ຢາກຢູ່ໃນເຮືອນຂອງຕົນ ເພື່ອສ່ຽງໃນການຮັບມືກັບຝົນຕົກໜັກ ໄດ້ຖືກຍົກຍ້າຍອອກຈາກເຂດດັ່ງກ່າວ.

ຝົນຕົກໜັກທີ່ສູງເຖິງ 100 ມິລລີແມັດຕໍ່ຊົ່ວໂມງ ເຮັດໃຫ້ແມ່ນ້ຳກູມາລົ້ນຝັ່ງຂຶ້ນຖ້ວມ. ດິນເຈື່ອນໃນຫຼາຍໆເຂດ ເຮັດໃຫ້ຄວາມພະຍາຍາມກູ້ໄພປະສົບກັບຄວາມຫຍຸ້ງຍາກ. ນອກນັ້ນ ຍັງເຮັດໃຫ້ສາຍໄຟຂາດ ຊຶ່ງເຮັດໃຫ້ປະຊາຊົນບໍ່ມີໄຟຟ້າໃຊ້ແລະການສື່ສານຖືກຕັດຂາດຢູ່ໃນຫຼາຍໆບ້ານໃນທົ່ວເຂດດັ່ງກ່າວ.

ເຈົ້າໜ້າທີ່ກ່າວວ່າ ພວກທີ່ເສຍຊີວິດແລະຫາຍສາບສູນຫຼາຍໆຄົນແມ່ນເປັນພວກຜູ້ສູງອາຍຸ ຈາກເຮືອນຜູ້ເຖົ້າທີ່ຕັ້ງແຄມນ້ຳ.

ອົງການຂ່າວກຽວໂດແຈ້ງວ່າ ພວກທີ່ຢູ່ເທິງເຮືອບິນເຮລີຄອບເຕີ້ລຳນຶ່ງ ທີ່ບິນຢູ່ເທິງເຂດດັ່ງກ່າວ ສາມາດແນມເຫັນ ພວກເຄາະຮ້າຍໂບກຜ້າ ຢູ່ໃກ້ໆກັບໂຕໜັງສື ທີ່ຂຽນໃສ່ພື້ນດິນວ່າ “ເຂົ້າ” “ນ້ຳ” ແລະກໍຊ່ວຍພວກເຮົາແດ່ ຫຼື SOS.

ຍີ່ປຸ່ນໄດ້ສົ່ງພວກທະຫານ ໜ່ວຍຍາມຝັ່ງ ແລະພວກມອດໄຟ ຫຼາຍກວ່າ 40 ພັນຄົນໄປຊ່ວຍໃນການປະຕິບັດງານກູ້ໄພໃນເຂດດັ່ງກ່າວ.

ອ່ານຂ່າວນື້ຕື່ມເປັນພາສາອັງກິດ

XS
SM
MD
LG