ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ. ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1) ບັນດານັກຮຽນຄູ ທີ່ຈົບໃໝ່ ໃນ ສປປ ລາວ ຈົ່ມບໍ່ມີວຽກເຮັດງານທຳ. 2) ສະຫະລັດ ອາຣັບເອເມເຣສ ໄດ້ສົ່ງຍານຂອງຕົນ ໄປຍັງດາວພະອັງຄານ ເປັນຄັ້ງທໍາອິດ. 3) ບໍ່ມີຕຽງນອນເຫຼືອ ໃນຫ້ອງມໍລະສຸມ ຢູ່ໂຮງໝໍ 50 ແຫ່ງ ຂອງລັດຟລໍຣິກາ. 4) ບັນດາຜູ້ນຳຂອງ EU ເລື່ອນການເຈລະຈາ ອອກໄປຕື່ມ ເພື່ອຫາຂໍ້ຕົກລົງ ໃນດ້ານງົບປະມານການຊ່ອຍເຫຼືອ. 5) ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ປະນາມພວກເຈົ້າໜ້າທີ່ ທີ່ຊັກຊ້າໃນການກໍ່ ສ້າງໂຮງໝໍໃໝ່ ຢູ່ນະຄອນຫຼວງພຽງຢາງ ແລະຂ່າວອື່ນໆ ອີກທີ່ໜ້າສົນໃຈ.