ບັນດາສະມາຊິກສະພາຄົນສຳຄັນໆຂອງພັກເດໂມແຄຣັດ ພາກັນກ່າວໂຈມຕີທຳນຽບຂາວ ຊຶ່ງນຶ່ງໃນນັ້ນ ກ່າວຫາປະທານາທິບໍດີ ແລະຜູ້ຊ່ວຍຂອງທ່ານວ່າ ພະຍາຍາມທີ່ຈະຫຼອກໃຫ້ປະຊາຊົນຊາວອາເມຣິກັນ ເຊື່ອວ່າ ຂ່າວສືບລັບໃນການກ່າວຫາທີ່ວ່າຣັດເຊຍວາງແຜນຈະຈ່າຍເງິນລາງວັນ ໃຫ້ແກ່ພວກທີ່ໂຈມຕີກຳລັງທະຫານສະຫະລັດແລະພັນທະມິດໃນອັຟການິສຖານນັ້ນ ບໍ່ແມ່ນເລື້ອງທີ່ສຳຄັນ.
ການຕ້ອງຕິຂອງປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ໄດ້ມີຂຶ້ນ ຫຼັງຈາກທີ່ມີການລາຍງານຢ່າງເປັນທາງລັບໃນວັນພະຫັດວານນີ້ ໂດຍຜູ້ອຳນວຍການອົງການສືບລັບຊີໄອເອ ແລະອົງການຄວາມໝັ້ນຄົງແຫ່ງຊາດ ຕະຫຼອດທັງຜູ້ອຳນວຍການອົງການສືບລັບແຫ່ງຊາດ ທີ່ຫາກໍໄດ້ຮັບການຢືນຢັນ ໃນການເຂົ້າຮັບຕຳແໜ່ງເມື່ອໄວໆມານີ້.
ໃນຂະນະທີ່ທ່ານນາງ ເພໂລຊີ ໄດ້ປະຕິເສດ ທີ່ຈະໃຫ້ຄວາມເຫັນ ກ່ຽວກັບເລື້ອງ ໜ່ວຍສືບລັບ ແຕ່ທ່ານນາງກໍກ່າວວ່າ ຄວາມພະຍາຍາມ ຂອງປະທານາທິບໍດີ ດໍໂນລ ທຣຳ ແລະພວກເຈົ້າໜ້າທີ່ຂອງທ່ານ ທີ່ບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບຄວາມຮ້າຍແຮງຂອງຂໍ້ມູນດັ່ງກ່າວ ແມ່ນສ້າງຄວາມເສຍຫາຍ ໃຫ້ແກ່ກຳລັງສະຫະລັດ ຢູ່ໃນຂົງເຂດ.
ທ່ານນາງກ່າວຕໍ່ພວກນັກຂ່າວວ່າ “ເຈົ້າເຫັນການຫຼອກລວງ. ທຳນຽບຂາວໄດ້ນຳສະເໜີການຫຼອກລວງທີ່ວ່າ ຖ້າເຈົ້າບໍ່ມີຄວາມເຫັນຢ່າງເປັນເອກກະສັນ 100 ເປີເຊັນກ່ຽວກັບຂ່າວກອງແລ້ວມັນບໍ່ຄວນທີ່ຈະຖືວ່າມີຄວາມສຳຄັນສູງຂຶ້ນໃນລະດັບໃດລະດັບນຶ່ງ.”
ທ່ານນາງເພໂລຊີກ່າວຕື່ມວ່າ “ຢ່າເຊື່ອໃນເລື້ອງນັ້ນ ແລະເຊັ່ນດຽວກັນກັບປະຊາຄົມສືບລັບ. ພວກເຂົາເຈົ້າມີຂ່າວກອງພຽງພໍ ທີ່ຮູ້ຈັກວ່າ ພວກເຮົາຈະເຮັດຈັ່ງໃດ ກັບຂ່າວດັ່ງກ່າວ.”
ພວກເຈົ້າໜ້າທີ່ຂັ້ນສູງ ຂອງທຳນຽບຂາວ ຮວມທັງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານໂຣເບີດ ໂອບຣາຍເອັນ ໄດ້ກ່າວປ້ອງກັນຊ້ຳແລ້ວຊ້ຳອີກກ່ຽວກັບການຕັດສິນໃຈ ບໍ່ໄດ້ລາຍງານຂ່າວກອງທີ່ສະແດງໃຫ້ເຫັນວ່າ ໜ່ວຍສືບລັບຣັດເຊຍຈ່າຍເງິນລາງວັນໃຫ້ແກ່ພວກຫົວຮຸນແຮງ ທີ່ເປັນພັນທະມິດກັບພວກກະບົດຕາລີບານ ໃນການໂຈມຕີເພື່ອສັງຫານທະຫານອາເມຣິກັນ ແລະພັນທະມິດ ຢູ່ໃນອັຟການິສຖານ.
ທ່ານໂອບຣາຍເອັນໄດ້ໂຍນຄວາມຮັບຜິດຊອບກ່ຽວກັບການຕັດສິນໃຈ ບໍ່ໃຫ້ເຈົ້າໜ້າທີ່ອົງການຊີໄອເອ ລາຍງານຕໍ່ປະທານາທິບໍດີ ໂດຍກ່າວຕໍ່ພວກນັກຂ່າວວ່າ “ທ່ານນາງໄດ້ຕັດສິນໃຈຍ້ອນວ່າ ທ່ານນາງບໍ່ມີຄວາມເຊື່ອໝັ້ນ ກັບຂ່າວກອງໃນເລື້ອງດັ່ງກ່າວນີ້.”
ທ່ານທຣຳໃນມື້ວັນພຸດແລ້ວ ຂຽນລົງໃນທວີດເຕີ້ ບໍ່ໃຫ້ຄວາມສຳຄັນຕໍ່ການກ່າວຫານັ້ນວ່າ ເປັນເລື້ອງຂີ້ຕົວະ ທີ່ມີຈຸດປະສົງຈະສ້າງຄວາມເສຍຫາຍທາງດ້ານການເມືອງໃຫ້ແກ່ທ່ານ. ຊຶ່ງເປັນຂໍ້ຫາທີ່ທ່ານໄດ້ກ່າວຢ້ຳ ໃນລະຫວ່າງການໃຫ້ສຳພາດ ຕໍ່ລາຍການຂ່າວທຸລະກິດ ຟັອກສນິວສ໌.