ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານພອມພຽວ ເອີ້ນກົດໝາຍ ຄວາມໝັ້ນຄົງ ຂອງຈີນ ຢູ່ຮົງກົງວ່າ ເປັນການ 'ປະໝາດຕໍ່ທຸກປະເທດ'


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານໄມຄ໌ ພອມພຽວ ພວມກ່າວຢູ່ກອງປະຊຸມຖະແຫຼງຂ່າວ ທີ່ກະຊວງຕ່າງປະເທດ ເມື່ອວັນທີ 1 ກໍລະກົດ State 2020.
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານໄມຄ໌ ພອມພຽວ ພວມກ່າວຢູ່ກອງປະຊຸມຖະແຫຼງຂ່າວ ທີ່ກະຊວງຕ່າງປະເທດ ເມື່ອວັນທີ 1 ກໍລະກົດ State 2020.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວໃນວັນພຸດວານນີ້ວ່າ ກົດໝາຍວ່າດ້ວຍຄວາມ​ໝັ້ນຄົງແຫ່ງຊາດຂອງຈີນສະບັບໃໝ່ສຳລັບຮົງກົງ ທີ່ຫາກໍປະກາດໃຊ້ ແມ່ນ “ການສົບປະໝາດຕໍ່ທຸກໆປະເທດ” ແລະວໍຊິງຕັນພວມເອົາບາດກ້າວ ເພື່ອຍຸຕິການໃຫ້ອະນຸຍາດພິເສດຕໍ່ດິນແດນດັ່ງກ່າວຂອງຈີນ.

ທ່ານພອມພຽວກ່າວວ່າ “ສະຫະລັດມີຄວາມເປັນຫ່ວງເລິກເຊິ່ງ ກ່ຽວກັບຂໍ້ກຳນົດຕ່າງໆ ທີ່ມີຂອບເຂດຢ່າງກວ້າງຂວາງຂອງກົດໝາຍນີ້ ແລະຄວາມປອດໄພຂອງທຸກໆຄົນ ທີ່ອາໄສຢູ່ໃນດິນແດນດັ່ງກ່າວ ຮວມທັງຊາວອາເມຣິກັນນຳດ້ວຍ.”

ສະພານິຕິບັນຢັດຂອງຈີນ ກໍຄື ສະພາປະຊາຊົນແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ ສຳລັບຮົງກົງ ໃນວັນອັງຄານຜ່ານມາ ນຶ່ງມື້ກ່ອນວັນຄົບຮອບ 23 ປີ ໃນການມອບໂອນຮົງກົງ ໃຫ້ກັບຄືນໄປຢູ່ພາຍໃຕ້ການປົກຄອງຂອງຈີນ.

ກົດໝາຍໃໝ່ນີ້ ໄດ້ສະເໜີແນະໃຫ້ມີການລົງໂທດຢ່າງໜັກຕໍ່ຄວາມຜິດຕ່າງໆທີ່ມີການລະບຸຢ່າງຄຸມເຄືອ ເຊັ່ນ “ການສົົມຮູ້ຮ່ວມຄິດກັບຕ່າງປະເທດ.” ຄວາມຜິດເຊັ່ນການທຳລາຍລະບົບຂົນສົ່ງສາທາລະນະ ອາດຖືກພິຈາລະນາວ່າເປັນການກໍ່ການຮ້າຍ ທີ່ອາດຖືກລົງໂທດຈຳຄຸກຕະຫຼອດຊີວິດ. ພວກນັກຊ່ຽວຊານທາງດ້ານກົດໝາຍກ່າວວ່າ ໃນພາກຕົວຈິງແລ້ວ ມັນໄດ້ເຮັດໃຫ້ ອິດສະຫຼະພາບທາງດ້ານການເມືອງ ທີ່ປະຊາຊົນໃນຮົງກົງ ເຄີຍສະແດງອອກ ຊຶ່ງຄວາມຄິດຄວາມເຫັນທາງດ້ານການເມືອງ ຂອງພວກເຂົາເຈົ້າ ຢ່າງເປັນການເປີດເຜີຍນັ້ນ ສິ້ນສຸດລົງ ທີ່ໄດ້ຊ່ວຍເຮັດໃຫ້ດິນແດນດັ່ງກ່າວນີ້ ກາຍເປັນສູນກາງ ທາງດ້ານທຸລະກິດລະ ຫວ່າງປະເທດ.

ທ່ານພອມພຽວກ່າວວ່າ “ມາດຕາ 38 ຂອງກົດໝາຍສະບັບໃໝ່ ຍັງໄດ້ອະທິ ບາຍເຖິງການນຳໃຊ້ຕໍ່ຄວາມຜິດຕ່າງໆທີ່ກໍ່ຂຶ້ນຢູ່ນອກຮົງກົງ ໂດຍພວກທີ່ບໍ່ແມ່ນປະຊາຊົນຂອງຮົງກົງແລະນີ້ເບິ່ງຊົງແລ້ວແມ່ນຮວມທັງຊາວອາເມຣິກັນນຳດ້ວຍ. ນີ້ແມ່ນເປັນທີ່ໂກດແຄ້ນ ແລະສົບປະໝາດຕໍ່ທຸກໆປະເທດ.”

ໃນຂະນະທີ່ປັກກກິ່ງ ພວມຫາທາງຄວບຄຸມຮົງກົງ ເຂັ້ມງວດຕື່ມຂຶ້ນນັ້ນ ພວກຜູ້ນຳສະຫະລັດກ່າວວ່າ ການກະທຳຂອງຈີນເປັນໄພຂົ່ມຂູ່ຕໍ່ຜົນປະໂຫຍດທາງດ້ານເສດຖະກິດ ຄວາມໝັ້ນຄົງ ແລະຫຼັກຄຸນຄ່າ ຂອງສະຫະລັດ.

ພວກນັກວິເຄາະກ່າວວ່າ ຄວາມສຳພັນລະຫວ່າງປະເທດທັງສອງ ພວມຕົກຢູ່ໃນຈຸດທີ່ຕ່ຳສຸດ ໃນຮອບຫຼາຍໆທົດສະວັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG