ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະພາບຢູໂຣບ ຍົກເລີກ ຂໍ້ຈຳກັດ ໃນການເດີນທາງ ຕໍ່ 14 ປະເທດ ແຕ່ບໍ່ຮວມ ສຫລ


ຜູ້ໂດຍສານທີ່ເດີນທາງໄປເຖິງສະໜາມບິນບາເຊໂລນາ ປະເທດສະເປນ ເມື່ອວັນທີ 30 ມິຖຸນາ 2020.
ຜູ້ໂດຍສານທີ່ເດີນທາງໄປເຖິງສະໜາມບິນບາເຊໂລນາ ປະເທດສະເປນ ເມື່ອວັນທີ 30 ມິຖຸນາ 2020.

ສະຫະພາບຢູໂຣບໄດ້ຍົກເລີກການຫ້າມເດີນທາງ ທີ່ພົວພັນກັບໂຄວິດ-19 ຕໍ່ພວກນັກທ່ອງທ່ຽວ 14 ປະເທດ ແຕ່ລາຍຊື່ດັ່ງກ່າວ ແມ່ນຍົກເວັ້ນພວກນັກທ່ອງທ່ຽວຊາວອາເມຣິກັນ.

ພວກເດີນທາງຈາກອາລຈີເຣຍ ອອສເຕຣເລຍ ການາດາ ຈໍເຈຍ ຍີປຸ່ນ ມອນເຕ-ນິໂກຣ ໂມຣົກໂກ ນິວຊີແລນ ຣວັນດາ ເຊີເບຍ ເກົາຫຼີໃຕ້ ໄທ ຕູນີເຊຍ ແລະ ອູຣຸໄກວ ຈະໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າໄປໃນ 31 ປະເທດໃນຢູໂຣບ ອີງຕາມຖະແຫຼງການທີ່ນຳອອກເຜີຍແຜ່ໃນວັນອັງຄານວານນີ້.

ແຕ່ພວກເດີນທາງຈາກປະເທດຕ່າງໆ ທີ່ຍັງມີກໍລະນີຕິດເຊື້ອໂຄວິດ-19 ເພີ້ມຂຶ້ນຢູ່ນັ້ນ ຮວມທັງສະຫະລັດ ບຣາຊິລ ແລະອິນເດຍ ຍັງບໍ່ທັນໄດ້ຮັບອະນຸຍາດໃຫ້ເຂົ້າໄປເທື່ອໃນເວລານີ້.

ປະຊາຊົນຈີນຈະໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າໄປໃນສະຫະພາບຢູໂຣບໄດ້ ຕາບໃດທີ່ຈີນ ຍັງບໍ່ໄດ້ວາງຂໍ້ຈຳກັດ ໃນການເດີນທາງຕໍ່ປະຊາຊົນຊາວຢູໂຣບ. ສ່ວນປະເທດອື່ນໆທີ່ມີລາຍຊື່ຢູ່ໃນບັນຊີ ແມ່ນຄາດວ່າ ຈະຕ້ອງໄດ້ຍົກເລີກການຫ້າມໃນການເດີນທາງຂອງພວກເຂົາເຈົ້າຕໍ່ສະຫະພາບຢູໂຣບ.

ປະເທດຕ່າງໆຈະຖືກເພີ້ມເຂົ້າໃສ່ ຫຼືລຶບຊື່ອອກຈາກບັນຊີດັ່ງກ່າວ ໃນທຸກໆສອງອາທິດ ອີງຕາມການລະບາດຂອງໂຄວິດ-19 ຢູ່ໃນປະເທດເຂົາເຈົ້າ ແຕ່ກໍເບິ່ງຊົງວ່າ ສະຫະລັດຈະບໍ່ໄດ້ຢູ່ໃນບັນຊີລາຍຊື່ດັ່ງກ່າວໄປຊົ່ວຂະນະນຶ່ງ.

ເງື່ອນໄຂຂອງສະຫະພາບຢູໂຣບ ແມ່ນກຳນົດວ່າ ກໍລະນີຕິດເຊື້ອໄວຣັສໃໝ່ຂອງປະເທດຕ່າງໆໃນໄລຍະ 14 ມື້ຜ່ານມາ ຈະໃກ້ກັບຫຼືໜ້ອຍກວ່າຈຳນວນສະເລ່ຍຂອງຕົນ ແລະກໍລະນີຕິດເຊື້ອໂດຍທົ່ວໄປ ແມ່ນຢູ່ໃນລະດັບທີ່ຄົງໂຕ ຫຼືຫລຸດລົງແລ້ວ.

ສະຫະລັດໃນເວລານີ້ ແມ່ນເປັນຈຸດສູນກາງ ໃນການລະບາດຂອງໄວຣັສໂຄໂຣນາ ຊຶ່ງມີ 2 ລ້ານ 7 ແສນກໍລະນີ ໄດ້ຮັບການຢືນຢັນ ແລະເກືອບ 130 ພັນຄົນເສຍຊີວິດ ອີງຕາມຂໍ້ມູນທີ່ເກັບກຳໂດຍມະຫາວິທະຍາໄລຈອນສ໌ ຮອບກິນສ໌. ຈຳນວນດັ່ງກ່າວແມ່ນຫຼາຍເກືອບສອງເທົ່າຂອງກໍລະນີຕິດເຊື້ອຢູ່ບຣາຊີລ ຊຶ່ງເປັນປະເທດທີ່ໄດ້ຮັບຜົນກະທົບຮອງລົງມາ. ຈຳນວນກໍລະນີຕິດເຊື້ອໃໝ່ຢູ່ໃນສະຫະລັດໄດ້ເພີ້ມຂຶ້ນ ນັບແຕ່ລັດຕ່າງໆເລີ້ມເປີດທຸລະກິດຂອງຕົນຄືນ ໃນເດືອນມິຖຸນາຜ່ານມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG