ທຳນຽບຂາວຖິ້ມໂທດໃສ່ພວກເຈົ້າໜ້າທີ່ສືບລັບທີ່ໄດ້ປ່ອຍຂ່າວ ກ່ຽວກັບໂຄງການໃຫ້ເງິນລາງວັນ ຂອງຣັດເຊຍ ຕາມທີ່ໄດ້ມີການກ່າວຫາຢູ່ໃນອັຟການິສຖານ ເພື່ອຈະທຳລາຍເກືອບທຸກໂອກາດທີ່ຈະມີຄວາມເຫັນພ້ອມນຳກັນກ່ຽວກັບວ່າໄພຂົ່ມຂູ່ນັ້ນມີຄວາມຈິງຫຼືບໍ່.
ໂຄສົກຂອງທຳນຽບຂາວ ທ່ານນາງ ເຄເລ ແມັກອີນານີ ໃນວັນອັງຄານວານນີ້ໄດ້ຕ້ອງຕິ “ພວກເຈົ້າໜ້າທີ່ສືບລັບທີ່ບໍ່ມີລະບຽບວິໄນ” ທີ່ໄດ້ປ່ອຍໃຫ້ຊີວິດຂອງພວກທະຫານອາເມຣິກັນຕົກຢູ່ໃນອັນຕະລາຍ ໃນຂະນະທີ່ກ່າວປ້ອງກັນການຕັດສິນໃຈ ທີ່ບໍ່ໄດ້ແຈ້ງໃຫ້ປະທານາທິບໍດີດໍໂນລ ທຣຳ ຊາບ ກ່ຽວກັບຂໍ້ມູນສືບລັບທີ່ຍັງບໍ່ທັນໄດ້ຮັບການຢືນຢັນວ່າເປັນຄວາມຈິງນັ້ນ.
ທ່ານນາງແມັກອີນານີ ຍັງໄດ້ໃຊ້ການເລີ້ມໃຫ້ຄວາມເຫັນຂອງທ່ານນາງ ຕຳໜິຕິ ຕຽນ ໜັງສືພິມນິວຢອກໄທມ໌ ຊຶ່ງເປັນຜູ້ທຳອິດທີ່ໄດ້ອອກຂ່າວກ່ຽວກັບການກ່າວຫາທີ່ວ່າ ຣັດເຊຍໄດ້ໃຫ້ເງິນລາງວັນແກ່ພວກນັກລົບຕາລີບານສັງຫານທະຫານອາເມຣິກັນ ແລະກຳລັງປະສົມໃນອັຟການິສຖານ.
ທ່ານນາງກ່າວຕໍ່ພວກນັກຂ່າວວ່າ “ບໍ່ມີບົດສະຫຼຸບທີ່ດີໃດໆອັນເປັນຜົນຂອງເລື້ອງ ນີ້. ໃຜລະທີ່ຕ້ອງການຈະຮ່ວມມືກັບປະຊາຄົມສືບລັບສະຫະລັັດ? ໃຜລະທີ່ຕ້ອງ ການຈະເປັນແຫຼ່ງຂ່າວ ຫຼືໃຫ້ຂໍ້ມູນຖ້າເຂົາເຈົ້າຫາກຮູ້ວ່າ ເລື້ອງລາວຂອງເຂົາເຈົ້າຈະຖືກເປີດເຜີຍ?”
ທ່ານນາງແມັກອີນານີ ຍັງໄດ້ເຕືອນຕື່ມວ່າ ການເຮັດໃຫ້ຂໍ້ມູນຮົ່ວໄຫຼ ແລະການໃຫ້ຄວາມສົນໃຈ ຕໍ່ການກ່າວຫາທີ່ຍັງບໍ່ທັນໄດ້ຮັບການພິສູດເທື່ອນັ້ນ ໂດຍລວມແລ້ວ ຍັງໄດ້ສ້າງຄວາມອ່ອນແອໃຫ້ແກ່ປະເທດຊາດນຳດວ້ຍ.
ທ່ານນາງກ່າວວ່າ “ຂ່າວນອງນັນ ແລະຄວາມຂັດແຍ້ງກັນ ໃນລະດັບນີ້ ມີແຕ່ຈະຕົກເປັນເຄື່ອງມືໂດຍກົງຂອງຣັດເຊຍ ແລະບໍ່ເປັນຈັ່ງໂຊກ ຮັບໃຊ້ຜົນປະໂຫຍດຂອງພວກເຂົາ.”
ການໃຫ້ຄວາມເຫັນດ່ັງກ່າວມີຂຶ້ນໃນຂະນະທີ່ສະມາຊິກສະພາແລະຜູ້ທີ່ເບິ່ງຊົງວ່າຈະເປັນຄູ່ແຂ່ງຂອງທ່ານທຣຳໃນການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກຈະມາ ຄືອະດີດຮອງປະທານາທິບໍດີໂຈ ໄບເດັນ ໄດ້ໃຊ້ເວລາໃນມື້ວານນີ້ ສະ ແດງຄວາມຄິດຄວາມເຫັນກ່ຽວກັບການຖະແຫຼງຂ່າວຂອງທຳນຽບຂາວໃນຂະນະທີ່ລາຍລະອຽດຕ່າງໆຂອງພວກເຈົ້າໜ້າທີ່ສືບລັບພວມປາກົດອອກມາໃຫ້ເຫັນ.
ອົງການຂ່າວຕ່າງໆ ຮວມທັງໜັງສືພິມນິວຢອກໄທມ໌ ແລະ CNN ແຈ້ງໃຫ້ຊາບຂໍ້ມູນບາງຢ່າງກ່ຽວກັບການກ່າວຫາ ໃນການວາງແຜນຂອງຣັດເຊຍທີ່ຮວມຢູ່ ໃນການລາຍງານປະຈຳວັນ ຕໍ່ປະທານາທິບໍດີ ຄືການສະຫລຸບ ບັນຫາທີ່ສຳຄັນໆໃນດ້ານສືບລັບຕໍ່ປະທານາທິບໍດີໃນແຕ່ລະມື້ ໃນເດືອນກຸມພາທີ່ຜ່ານມາ. ສ່ວນລາຍງານອື່ນໆສະເໜີແນະວ່າ ທ່ານທຣຳຍັງໄດ້ຮັບລາຍງານ ທີ່ເປັນລາຍລັກອັກສອນກ່ຽວກັບເລື້ອງດັ່ງກ່າວ ໃນຕົ້ນປີນີ້.