ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂບລຕັນ ໃນການໃຫ້ສຳພາດ ກັບວີໂອເອ ເອີ້ນ ປ. ທຣຳ ວ່າ ບໍ່ແນ່ນອນ ແລະ ເປັນອັນຕະລາຍ


ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານຈອນ ໂບລຕັນ
ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານຈອນ ໂບລຕັນ

ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທໍານຽບຂາວ ທ່ານຈອນ ໂບລຕັນ ໄດ້ກ່າວຕ້ອງຕິປະທານາທິບໍດີດໍໂນລ ທຣຳ ຢ່າງແຮງວ່າ ເປັນຜູ້ນຳທີ່ “ບໍ່ແນ່ນອນ” ທີ່ຍິນດີ ຈະແລກປ່ຽນ ຄວາມໝັ້ນຄົງຂອງອາເມຣິກັນເພື່ອໃຫ້ມີໂອກາດຫຼາຍຂຶ້ນ ໃນການທີ່ທ່ານຈະຖືກເລືອກ ເຂົ້າຮັບຕຳແໜ່ງຄືນອີກໃນລະຫວ່າງການໃຫ້ສຳພາດກັບວີໂອເອ ໃນວັນພຸດແລ້ວ. Brian Padden ນັກຂ່າວຂອງວີໂອເອລາຍງານວ່າ ການກ່າວຫາຂອງ ທ່ານໂບລຕັນ ກ່ຽວກັບການກະທຳ ທີ່ບໍ່ຖືກຕ້ອງຂອງປະທານາທິບໍດີ ຕະຫຼອດທັງການຕອບໂຕ້ຄືນຂອງທຳ ນຽບຂາວທີ່ໂຈມຕີທ່ານໂບລຕັນວ່າເປັນຄົນຂີ້ຕົວະແລະເປີດເຜີຍຂໍ້ມູນຄວາມລັບ. ໄພສານ ຈະນຳເອົາລາຍລະອຽດຂອງເລື້ຶອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ໃນລະຫວ່າງການໃຫ້ສໍາພາດແກ່ສຽງອາເມຣິກາ ກັບ Greta Van Sus-teren ນັ້ນ ທ່ານຈອນ ໂບລຕັນ ເອີ້ນປະທານາທິບໍດີທຣໍາວ່າ ເປັນບຸກຄົນທີ່ອັນຕະລາຍແລະບໍ່ແນ່ນອນ ແລະກ່າວວ່າ ປະທານາທິບໍດີ ມີຄວາມຍິນດີຫຼາຍເກີນໄປໂພດທີີ່ຈະໃຫ້ການຜ່ອນສັ້ນຜ່ອນຍາວ ທີ່ເປັນອັນຕະລາຍ ຕໍ່ພວກສັດຕູຂອງອາເມຣິກາ ເພື່ອຈະເສີມຄວາມເຂັ້ມແຂງໃຫ້ແກ່ຊື່ສຽງທາງການເມືອງຂອງທ່ານ.

ທ່ານຈອນໂບລຕັນ ກ່າວວ່າ “ທ່ານເກືອບຈະຍອມເຮັດ ໃນສິ່ງທີ່ຖືກລໍ້ ກ່ຽວກັບການນັ່ງເຈລະຈາກັບພວກອາຢາໂທລາ ດັ່ງດຽວກັບທີ່ທ່ານຕ້ອງການໃນການນັ່ງເຈລະຈາກັບກິມຈົງອຶນ.”

ທ່ານຈອນໂບລຕັນ ຊຶ່ງເຂົ້າຮັບໜ້າທີ່ເປັນທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດໃຫ້ແກ່ທ່ານທຣຳມາໄດ້ປີເຄິ່ງແລ້ວນັ້ນ ແມ່ນຖືກເບິ່ງກັນໂດຍປະຊາຄົມນະໂຍບາຍການຕ່າງປະເທດຫຼາຍໆຄົນວ່າ ເປັນຜູ້ສະໜັບສະໜຸນບໍ່ຍອມໃຫ້ມີການຜ່ອນສັ້ນຜ່ອນຍາວທີ່ຮຸນແຮງເກີນໄປ ກ່ຽວກັບການກົດດັນທາງດ້ານເສດຖະກິດແລະດ້ານການທະຫານເພື່ອຮັບມືກັບໄພຂົ່ມຂູ່ທາງດ້ານຄວາມໝັ້ນຄົງແຫ່ງຊາດ.

ທ່ານໄມເກີລ ໂອແຮນລອນ​ ນັກວິເຄາະນະໂຍບາຍການຕ່າງປະເທດ ທີ່ສະຖາບັນບຣຸກກິງ ກ່າວວ່າ “ຈອນ ໂບລຕັນ ສ່ວນໃຫຍ່ແລ້ວແມ່ນຜິດພາດ ຕະຫຼອດອາຊີບຂອງລາວ ຊຶ່ງໃນນັ້ນໂດຍທົ່ວໄປແລ້ວ ພວກເຮົາຈະບໍ່ເຫັນອຳນາດການປົກຄອງຫົວຮຸນແຮງຈັດທີ່ໄດ້ຖືກບັງຄັບຢ່າງແທ້ຈິງໃຫ້ຈົນຕາແຈຫຼືຍອມຈຳນົນ.”

ທ່ານໂບລຕັນໄດ້ລາອອກຈາກທຳນຽບຂາວໃນເດືອນກັນຍາ ຫຼັງຈາກໄດ້ຄັດຄ້ານຕໍ່ການຕັດສິນໃຈຂອງປະທານາທິບໍດີທີ່ຈະພົບປະກັບທ່ານກິມຈົງອຶນ ຜູ້ນຳຂອງເກົາຫຼີເໜືອ ການບັນລຸຂໍ້ຕົກລົງສັນຕິພາບ ກັບພວກກະບົດຕາລີບານ ໃນອັຟການິສຖານ ແລະຫຼັງຈາກທ່ານທຣຳໄດ້ສັ່ງໃຫ້ຍົກເລີກ ການໂຈມຕີທາງທະຫານ ຕໍ່ອີຣ່ານ ເພື່ອເປັນການຕອບໂຕ້ ໃນການຍິງເຮືອບິນສອດແນມທີ່ບໍ່ມີຄົນຂັບຂອງສະຫະລັດ.

ທ່ານໂບລຕັນ ໃນເວລາຕໍ່ມາ ໄດ້ໃຫ້ການສະໜັບສະໜຸນຕໍ່ການທີ່ທ່ານທຣຳໄດ້ສັ່ງໃຫ້ເຮືອບິນບໍ່ມີຄົນຂັບ ທຳການໂຈມຕີໃນເດືອນມັງກອນ ທີ່ໄດ້ສັງຫານນາຍພົນຄົນສຳຄັນຂອງອີຣ່ານ ຫຼັງຈາກໄດ້ຖືກໂຈມຕີໂດຍກຸ່ມທີ່ອີຣ່ານໜຸນຫຼັງຢູ່ໃນອີຣັກ ທີ່ໄດ້ສັງຫານພະນັກງານສັນຍາຈ້າງຄົນນຶ່ງຂອງອາເມຣິກັນ.

ຢູ່ໃນປື້ມຫົວໃໝ່ທີ່ເປັນບັນຫາໂຕ້ແຍ້ງຂອງທ່ານ ທີ່ມີຊື່ວ່າ “ຫ້ອງບ່ອນທີ່ມັນເກີດຂຶ້ນ ຫຼື The Room Where It Happened” ທ່ານໂບລຕັນ ໄດ້ກ່າວຫາປະທານາທິບໍດີທຣຳວ່າ ເຮັດໃຫ້ຄວາມໝັ້ນຄົງແຫ່ງຊາດຕົກຢູ່ໃນອັນຕະລາຍ ຍ້ອນຜົນປະໂຫຍດທາງດ້ານການເມືອງຂອງທ່ານ.

ທ່ານກ່າວວ່າ ປະທານາທິບໍດີທຣຳ ໄດ້ຮ້ອງຂໍຢ່າງເປັນການເປີດເຜີຍຕໍ່ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃຫ້ຊື້ຜະລິດຕະພັນກະສິກຳຂອງສະຫະລັດ ເພື່ອຊ່ວຍໃຫ້ທ່ານຊະນະການເລືອກຕັ້ງເຂົ້າຮັບຕຳແໜ່ງຕື່ມອີກ.

ທ່ານກ່າວວ່າ ປະທານາທິບໍດີບໍ່ໄດ້ເອົາເລື້ອງ ກ່ຽວກັບແຜນການຂອງທ່ານສີ ທີ່ຈະສ້າງຄ້າຍນັກໂທດ ເພື່ອຄຸມຂັງຊາວມຸສລິມວີເກີ້ຫຼາຍກວ່ານຶ່ງລ້ານຄົນ.

ກ່ຽວກັບຂໍ້ຫາຕ່າງໆທີ່ເປັນຈຸດສູນກາງໃນການດຳເນີນຄະດີຟ້ອງຮ້ອງເພື່ອປົດຕຳແໜ່ງປະທານາທິບໍດີທຣຳ ໃນຕົ້ນປີນີ້ ທ່ານໂບລຕັນ ກ່າວຕໍ່ວີໂອເອວ່າ ປະທານາທິບໍດີໄດ້ກັກການຊ່ວຍເຫຼືອທາງດ້ານທະຫານແບບບໍ່ຖືກຕ້ອງ ຕໍ່ຢູເຄຣນເພື່ອກົດດັນຢາກໄດ້ຂໍ້ມູນທີ່ເສຍຫາຍ ກ່ຽວກັບຄູ່ແຂ່ງທາງດ້ານການເມືອງຈາກພັກເດໂມແຄຣັດຂອງທ່ານ.

ທ່ານໂບລຕັນ ກ່າວວ່າ “ຈຸດເພັ່ງເລັງຂອງເລື້ອງຢູເຄຣນທັງໝົດແລ້ວແມ່ນກ່ຽວກັບຂໍ້ມູນທີ່ເສຍຫາຍ ຕໍ່ຄູ່ແຂ່ງທາງການເມືອງ ຂອງທ່ານທຣຳ ທັງຕໍ່ທ່ານນາງຄລິນຕັນແລະທ່ານໄບເດັນ. ມັນບໍ່ມີິຫຍັງເລີຍ ທີ່ກ່ຽວຂ້ອງກັບການຄໍຣັບຊັ່ນ.”

ທ່ານໂບລຕັນໄດ້ກ່າວປ້ອງກັນ ການປະຕິເສດບໍ່ຍອມໄປໃຫ້ການຂອງທ່ານໃນລະຫວ່າງການຟ້ອງຮ້ອງ ດຳເນີນຄະດີປະທານາທິບໍດີ ໂດຍກ່າວວ່າ ການດຳເນີນຄະດີດັ່ງກ່າວໄດ້ກາຍເປັນການຂັດແຍ້ງລະຫວ່າງພັກການເມືອງທີ່ຮ້າຍແຮງຊຶ່ງໃນທີ່ສຸດ ສະພາສູງທີ່ຢູ່ພາຍໃຕ້ການນຳພາຂອງພັກຣີພັບບລີກັນກໍໄດ້ຕັດສິນໃຫ້ທ່ານທຣຳພົ້ນຂໍ້ຫາຕ່າງໆ.

ປະທານາທິບໍດີທຣຳ ເອີ້ນປື້ມຂອງທ່ານໂບລຕັນວ່າ “ການລວບລວມຄຳຂີ້ຕົວະ ແລະເລື້ອງທີ່ເສກສັນປັ້ນແຕ່ງ” ຊຶ່ງໃນຂະນະດຽວກັນກໍໄດ້ກ່າວຫາອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທ່ານວ່າ ເປີດເຜີຍຂໍ້ມູນຄວາມລັບ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ຢູ່ໃນຖະແຫຼງ ການ ກໍໄດ້ກ່າວປະນາມທ່ານໂບລຕັນວ່າ “ຄົນຂາຍຊາດ” ທີ່ໄດ້ຖືກກາວຫາວ່າ “ລະເມີດການໃຫ້ຄວາມເຊື່ອໝັ້ນທີ່ສັກສິດຕໍ່ທ່ານ” ໂດຍປະຊາຊົນຊາວອາເມຣິກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG