ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວກາເມຣູນ ທີ່ສົ່ງຂ່າວໃຫ້ວີໂອເອ ຖືກຕຳຫຼວດຮາວີລົບກວນ


ແຜນທີ່ປະເທດກາເມຣູນ.
ແຜນທີ່ປະເທດກາເມຣູນ.

ນັກຂ່າວກາເມຣູນຄົນນຶ່ງ ທີ່ເຮັດວຽກຢ່າງເປັນອິດສະຫຼະໃຫ້ແກ່ວີໂອເອ ກ່າວວ່າ ລາວໄດ້ຖືກຮາວີລົບກວນ ໂດຍຕຳຫຼວດ ທີ່ໄດ້ຍຶດເອົາອຸບປະກອນຂອງລາວ ຢູ່ນະຄອນຫຼວງຢາອຸນເດ ໃນມື້ວັນເສົາທີ່ຜ່ານມາ.

ທ່ານໂມກີ ເອັດວິນ ກິນເຊກາ (Moki Edwin Kindzeka) ກ່າວວ່າ ລາວໄດ້ຖືກສັ່ງໃຫ້ເວົ້າແຕ່ພາສາຝຣັ່ງເທົ່ານັ້ນ.

ໃນການຂຽນລົງທາງສື່ສັງຄົມນັ້ນ ທ່ານກິນເຊກາ ເວົ້າວ່າ “ພວກຜູ້ຊາຍເຫຼົ່ານີ້ບໍ່ຄວນທຳຮ້າຍຄົນ ພຽງແຕ່ເຂົາເຈົ້າເວົ້າພາສາອັງກິດ.”

ສະມາຄົມນັກຂ່າວກາເມຣູນ ທີ່ເວົ້າພາສາອັງກິດ ໄດ້ປະນາມ ຜ່ານທາງທວີດເຕີ້ “ໃນການກະທຳນີ້ ດ້ວຍຄຳເວົ້າທີ່ແຮງສຸດ.” ສະມາຄົມດັ່ງກ່າວໄດ້ທວງໃຫ້ມີການຂໍຂະມາໂທດ.

[[ https://twitter.com/CamasejN/status/1276998429227601920 ]]

ທ່ານກິນເຊກາ ຍັງເປັນນັກຂ່າວ ເຮັດວຽກໃຫ້ແກ່ໂທລະພາບ ຂອງທາງການກາເມຣູນ CRTV.

ວາລະສານ Timescape ລາຍງານວ່າ ການໂຈມຕີຕໍ່ທ່ານກນິເຊກາ ມີຂຶ້ນໃນລະຫວ່າງການບຸກເຂົ້າໄປກວດຄົ້ນຂອງພວກທະຫານໃນມື້ວັນເສົາແລ້ວ ຢູ່ທີ່ຄຸ້ມ Anglaphone ໃນນະຄອນຫຼວງກາເມຣູນ ຊຶ່ງມີຫຼາຍໆຄົນໄດ້ຖືກຈັບ ແລະຖືກສັ່ງໃຫ້ເວົ້າແຕ່ພາສາຝຣັ່ງ.

ກາເມຣູນພວມປະເຊີນກັບບັນຫາການແບ່ງແຍກດິນແດນ ທີ່ກຳລັງດຳເນີນຢູ່ ຊຶ່ງອົງການສະຫະປະຊາຊາດກ່າວວ່າ ມີຜູ້ເສຍຊີວິດໄປແລ້ວຫຼາຍກວ່າ 3,200 ຄົນ ແລະຫຼາຍກວ່າ 5 ແສນຄົນຕ້ອງໄດ້ອົບພະຍົບຫລົບໄພ.

ບັນຫາຂັດແຍ້ງດັ່ງກ່າວນີ້ ເລີ້ມຂຶ້ນໃນປີ 2016 ເວລາພວກນາຍຄູແລະທະນາຍ ຄວາມທີ່ເວົ້າພາສາອັງກິດພາກັນປະທ້ວງຕໍ່ຕ້ານພວກຊາວກາເມຣູນທີ່ເວົ້າພາສາ ຝຣັ່ງ ພາໃຫ້ບາງຄົນຕ້ອງໄດ້ຈັບອາວຸດລຸກຂຶ້ນຕໍ່ສູ້.

ກອງທັບກາເມຣູນໄດ້ປະກາດສົງຄາມກັບພວກກະບົດ ຊຶ່ງໄດ້ພາກັນເລີ້ມຕໍ່ສູ້ມາແຕ່ປີ 2017 ເພື່ອສ້າງຕັ້ງປະເທດເອກກະລາດ ທີ່ປາກພາສາອັງກິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG