ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ຈະກາຍເປັນ 'ປະເທດຄ້າອາວຸດໂດຍທາງເລືອກ' ສຳລັບພວກກໍ່ການຮ້າຍ ຖ້າການຫ້າມຂາຍອາວຸດ ໝົດອາຍຸລົງ


ການວາງສະແດງລູກສອນໄຟນຳວິຖີ ທີ່ວັດໃຫຍ່ອີໝຳໂກເມນີ ໃນນະຄອນຫຼວງເຕຫະຣ່ານ ເມື່ອວັນທີ 3 ກຸມພາ 2019.
ການວາງສະແດງລູກສອນໄຟນຳວິຖີ ທີ່ວັດໃຫຍ່ອີໝຳໂກເມນີ ໃນນະຄອນຫຼວງເຕຫະຣ່ານ ເມື່ອວັນທີ 3 ກຸມພາ 2019.

ອີຣ່ານຈະກາຍເປັນ “ຜູ້ຄ້າອາວຸດໂດຍທາງເລືອກ” ສໍາລັບພວກກໍ່ການຮ້າຍຖ້າຫາກປ່ອຍໃຫ້ ການຫ້າມຂາຍອາວຸດ ຂອງອົງການສະຫະປະຊາຊາດ ໝົດອາຍຸລົງ ນັ້ນຄືຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສສະຫະລັດທ່ານນຶ່ງ.

ທ່ານບຣາຍແອນ ຮຸກ (Brian Hook) ຜູ້ຕາງໜ້າພິເສດຂອງສະຫະປະຊາຊາດຮັບຜິດຊອບກ່ຽວກັບເລື້ອງອີຣ່ານ ກ່າວຕໍ່ອົງການຂ່າວເອພີ ໃນລະຫວ່າງ ເດີນ ທາງໄປຢ້ຽມຢາມສະຫະລັດອາຣັບເອເມີເຣັສ.

ອົງການສະຫະປະຊາຊາດ ໄດ້ຫ້າມບໍ່ໃຫ້ມີການຂາຍອາວຸດ ໃຫ້ແກ່ອີຣ່ານ ໃນປີ 2010 ແລະມີກໍາຈະໝົດອາຍຸລົງ ໃນເດືອນຕຸລາທີ່ຈະມາເຖິງນີ້.

ທ່ານຮຸກກ່າວວ່າ ໂລກບໍ່ຄວນເອົາຫົວຊາ ຕໍ່ການຂົ່ມຂູ່ຂອງອີຣ່ານ ທີ່ຈະຕອບໂຕ້ຄືນ ຖ້າຫາກມີການຕໍ່ອາຍຸ ການຫ້າມຂາຍອາວຸດດັ່ງກ່າວ.

ການຫ້າມຂາຍອາວຸດ ຂອງອົງການສະຫະປະຊາຊາດ ໄດ້ຫ້າມບໍ່ໃຫ້ອີຣ່ານ ຊື້ເຮືອບິນລົບ ລົດຖັງ ກຳປັ່ນລົບ ແລະອາວຸດຊະນິດອື່ນໆຢ່າງເປັນການເປີດເຜີຍ ແຕ່ກໍບໍ່ສາມາດຢຸດເຊົາອີຣ່ານ ຈາກການສົ່ງອາວຸດແບບລັບໆ ເຂົ້າໄປສູ່ເຂດສົງຄາມຕ່າງໆ ເຊັ່ນເຢເມນ ບ່ອນທີ່ອີຣ່ານໃຫ້ການສະໜັບສະໜຸນແກ່ພວກະບົດຮູຕີ.

ອີຣ່ານໄດ້ປະຕິເສດວ່າ ຕົນບໍ່ໄດ້ສົ່ງອາວຸດໄປໃຫ້ພວກກະບົດ ແຕ່ທ່ານຮຸກກ່າວວ່າ ຖ້າການຫ້າມຂາຍອາວຸດຕໍ່ອີຣ່ານໝົດອາຍຸລົງ ອີຣ່ານອາດຈະບໍ່ນຳໃຊ້ການກ່າວຫາກ່ຽວກັບກົນລະຍຸດໃນການລັກລອບສົ່ງອາວຸດອີກຕໍ່ໄປແລ້ວ.

ທ່ານກ່າວຕໍ່ອົງການຂ່າວເອພີວ່າ “ຖ້າເຮົາປ່ອຍໃຫ້ມັນໝົດອາຍຸ ພວກເຮົາແມ່ນເປັນທີ່ແນ່ນອນວ່າ ສິ່ງທີ່ອີຣ່ານ ເຄີຍເຮັດແບບລັບໆນັ້ນ ພວກເຂົາຈະເຮັດຢ່າງໂຈ່ງແຈ້ງ ຫຼາຍກວ່າທີ່ໄດ້ກ່າວໄປນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG