ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ສຫລ ສົ່ງເງິນ ກະຕຸ້ນເສດຖະກິດ 1.4 ຕື້ໂດລາ ໄປໃຫ້ ພວກທີ່ເສຍຊີວິດແລ້ວ


ເຊັກເງິນກະຕຸ້ນເສດຖະກິດ ຂອງອົງການ IRS ເພື່ອຊ່ວຍບັນເທົາ ພວກທີ່ໄດ້ຮັບຜົນກະທົບ ຈາກໄວຣັສໂຄໂຣນາ ທີ່ນະຄອນແຊນອານໂຕນິໂອ ລັດເທັກຊັສ ເມື່ອວັນທີ 23 ເມສາ 2020.
ເຊັກເງິນກະຕຸ້ນເສດຖະກິດ ຂອງອົງການ IRS ເພື່ອຊ່ວຍບັນເທົາ ພວກທີ່ໄດ້ຮັບຜົນກະທົບ ຈາກໄວຣັສໂຄໂຣນາ ທີ່ນະຄອນແຊນອານໂຕນິໂອ ລັດເທັກຊັສ ເມື່ອວັນທີ 23 ເມສາ 2020.

ຫ້ອງການຄຸ້ມຄອງຄວາມຮັບຜິດຊອບ ຂອງລັດຖະບານ ຫຼື GAO ຊຶ່ງເປັນອົງ ການສັງເກດການອິດສະຫຼະຂອງລັດຖະສະພາ ລາຍງານໃນວັນພະຫັດວານນີ້ວ່າ ມີການສົ່ງເງິນໄປໃຫ້ຊາວອາເມຣິກັນທີ່ເສຍຊີວິດແລ້ວຫຼາຍກວ່ານຶ່ງລ້ານຄົນ ໃນມູນຄ່າ 1 ພັນ 400 ລ້ານໂດລາໃນໄລຍະສອງສາມເດືອນທີ່ຜ່ານມານີ້ ອັນເປັນພາກສ່ວນນຶ່ງໃນຄວາມພະຍາຍາມຂອງລັດຖະບານ ທີ່ຈະລິເລີ້ມເສດຖະກິດຄືນ ໃນຂະນະທີ່ມີການລະບາດຮ້າຍແຮງສຸດຂອງໄວຣັສໂຄໂຣນາ.

ມີການຈ່າຍເງິນໃຫ້ແກ່ 160 ລ້ານກວ່າຄົນ ຊຶ່ງມີມູນຄ່າທັງໝົດ 269 ຕື້ໂດລາ ໃຫ້ແກ່ຊາວອາເມຣິກັນສ່ວນໃຫຍ່ ໂດຍຈ່າຍເງິນ 1,200 ໂດລາໃຫ້ແກ່ສ່ວນບຸກ ຄົນທີ່ມີລາຍໄດ້ກາຍ 98,000 ໂດລາຕໍ່ປີ ຫຼືຄູ່ສາມີພັນລະຍາທີ່ມີລາຍໄດ້ 198 ພັນໂດລາ.

ທັງໝົດແລ້ວ ມີຊາວອາເມຣິກັນ 90 ເປີເຊັນ ໄດ້ຮັບການຈ່າຍເງິນສົດດັ່ງກ່າວ ຮວມທັງ 500 ໂດລາ ສຳລັບພວກເດັກນ້ອຍ.

ອົງການ GAO ລາຍງານວ່າ ພວກທີ່ໄດ້ຮັບເງິນແມ່ນອີງຕາມລາຍຊື່ພວກທີ່ລາຍງານພາສີໃຫ້ລັດຖະບານກາງປີ 2018​ ແລະ 2019 ແຕ່ລັດຖະບານບໍ່ໄດ້ນັບຜູ້ຄົນທີ່ເສຍຊີວິດໃນເວລາຕໍ່ມາ.

ອົງການ GAO ກ່າວວ່າ ເພື່ອຈະໃຫ້ບັນລຸພາລະກິດ ທີ່ໄດ້ຮັບມອບໝາຍຈາກລັດຖະສະພາໃນການສົ່ງເງິນ “ໂດຍໄວເທົ່າທີ່ຈະໄວໄດ້” ນັ້ນທາງກະຊວງການເງິນ ແລະອົງການເກັບເງິນລາຍໄດ້ ຂອງລັດຖະບານກາງ ຫຼື IRS ຈຶ່ງໄດ້ສົ່ງ ເງິນສາມງວດທຳອິດອອກໄປໂດຍບໍ່ໄດ້ກວດເບິ່ງປະຫວັດຜູ້ເສຍຊີວິດ ທີ່ອົງການຄຸ້ມຄອງການຈ່າຍເງິນສົງເຄາະ.

ອົງການ GAO ກ່າວວ່າ ພວກທະນາຍຄວາມ ຂອງ IRS “ໄດ້ລົງຄວາມເຫັນວ່າ IRS ບໍ່ມີອໍານາດທາງກົດໝາຍທີ່ຈະປະຕິເສດການຈ່າຍເງິນໃຫ້ແກ່ພວກທີ່ໄດ້ເສຍພາສີໃນປີ 2019 ເຖິງແມ່ນພວກເຂົາເຈົ້າ ເສຍຊີວິດໄປແລ້ວກໍຕາມໃນເວລາທີ່ມີການຈ່າຍເງິນ” ແລະໄດ້ສະເໜີໃຫ້ມີການນຳໃຊ້ກົດລະບຽບແບບດຽວກັນສຳລັບພວກທີ່ໄດ້ລາຍງານພາສີໃນປີ 2018.

ພວກຍາດພີ່ນ້ອງຂອງຜູ້ເສຍຊີວິດທີ່ໄດ້ຮັບເງິນຂອງລັດຖະບານ ໃນຂັ້ນຕົ້ນຄິດວ່າພວກເຂົາເຈົ້າສາມາດເອົາເງິນນັ້ນໄດ້ ແຕ່ອົງການເກັບພາສີ ໄດ້ຕັດສິນໃນເດືອນພຶດສະພາຜ່ານມານີ້ວ່າ ເງິນຈຳນວນດັ່ງກ່າວ “ຄວນຖືກສົ່ງຄືນ.”

ແຕ່ແນວໃດກໍຕາມ ອົງການ GAO ກ່າວຢູ່ໃນລາຍງານຂອງຕົນວ່າ ໃນເວລານີ້ຍັງບໍ່ມີແຜນການ ຫຍັງເທື່ອ ທີ່ຈະແຈ້ງໃຫ້ພວກທີ່ໄດ້ຮັບເງິນ ແຕ່ບໍ່ມີສິດເຫຼົ່ານັ້ນ ຊຶ່ງເປັນຍາດພີ່ນ້ອງຂອງພວກທີ່ເສຍຊີວິດເກືອບ 1 ລ້ານ 1 ແສນຄົນ ພາຍໃນວັນທີ 30 ເມສານີ້ ກ່ຽວກັບວ່າຈະສົ່ງເງິນດັ່ງກ່າວຄືນແບບໃດ.

ໂດຍທີ່ເສດຖະກິດຂອງສະຫະລັດ ພວມດີ້ນຮົນ ເພື່ອໃຫ້ຕັ້ງໂຕໄດ້ ໃນຂະນະທີ່ຈຳນວນກໍລະນີຕິດເຊື້ອ ພວມຖີບໂຕສູງຂຶ້ນຢູ່ນີ້ ປະທານາທິບໍດີດໍໂນລ ທຣຳ ກ່າວວ່າ ທ່ານຢາກໃຫ້ມີການຈ່າຍເງິນກະຕຸກຊຸກຍູ້ເສດຖະກິດຮອບໃໝ່ອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG