ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການລະບາດ ຂອງໄວຣັສ ໂຄໂຣນາ ຮອບໃໝ່ ໃນ ສຫລ ມີຜູ້ຕິດ ເກືອບສູງເປັນປະຫວັດການ


ອາສາສະໝັກ ກຽມເຄື່ອງບໍລິຈາກ ເພື່ອສົ່ງໄປໃຫ້ພວກທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ໃນເຂດຊົນເຜົ່າ ທີ່ເມືອງແທັມປີ ລັດອາຣິໂຊນາ ເມື່ອວັນທີ 25 ມິຖຸນາ 2020.
ອາສາສະໝັກ ກຽມເຄື່ອງບໍລິຈາກ ເພື່ອສົ່ງໄປໃຫ້ພວກທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ໃນເຂດຊົນເຜົ່າ ທີ່ເມືອງແທັມປີ ລັດອາຣິໂຊນາ ເມື່ອວັນທີ 25 ມິຖຸນາ 2020.

ຈຳນວນກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ ພາຍໃນເວລານຶ່ງມື້ ຢູ່ໃນສະຫະລັດເກືອບສູງເປັນປະຫວັດການ ໃນຂະນະທີ່ລັດຖະບານເປີດເຜີຍໃຫ້ຊາບວ່າ ອາດມີຫຼາຍກວ່າ 20 ລ້ານຄົນຢູ່ໃນສະຫະລັດຕິດເຊື້ອໄວຣັສດັ່ງກ່າວ.

ລັດຕ່າງໆ ລາຍງານກໍລະນີຕິດເຊື້ອໃໝ່ 39,327 ກໍລະນີໃນວັນພະຫັດວານນີ້ ອີງຕາມໜັງສືພິມວໍຊິງຕັນໂພສທ໌ ຊຶ່ງເປັນຈຳນວນຮວມກັນທີ່ຫຼາຍທີ່ສຸດ ນັບແຕ່ເລີ້ມມີການລະບາດມາ ໃນເດືອນທັນວາແລ້ວ.

ມະຫາວິທະຍາໄລຈອນສ໌ ຮັອບກິນສ໌ ຈົດບັນທຶກ 34,400 ກໍລະນີ ໃນມື້ວັນພຸດຜ່ານມາ ແຕ່ຍັງບໍ່ຮອດ 36,400 ກໍລະນີ ທີ່ໄດ້ມີການລາຍງານ ເມື່ອວັນທີ 24 ເມສາທີ່ຜ່ານມາ.

ຜູ້ອຳນວຍການ ສະຖາບັນສາທາລະນະສຸກໂລກ ຂອງມະຫາວິທະຍາໄລຮາເວີດ ທ່ານອາຊິສ ຈາ (Ashish Jha) ກ່າວຢູ່ໃນການໃຫ້ສໍາພາດ ຕໍ່ລາຍການ ທູເດ ຂອງໂທລະພາບ NBC ໃນວັນພະຫັດວານນີ້ວ່າ ການເພີ້ມຂຶ້ນຂອງຈຳນວນຜູ້ຕິດເຊື້ອ ຢູ່ໃນສະຫະລັດ ເມື່ອໄວໆມານີ້ ແມ່ນເປັນຍ້ອນການເປີດເສດຖະກິດຂອງປະເທດຄືນ ໄວເກີນໄປໂພດ ໃນຂະນະທີ່ຍັງບໍ່ມີ ລະບຽບການໃນການຄຸ້ມຄອງຄວາມປອດໄພທີ່ເໝາະສົມ.

ຂະນະດຽວກັນ ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDCກ່າວໃນວັນພະຫັດວານນີ້ວ່າ ກໍລະນີຕິດເຊື້ອ ອາດມີຈຳນວນ 10 ເທົ່າ ສູງກວ່າທີ່ໄດ້ມີການລາຍງານ.

ການນັບຈຳນວນຜູ້ຕິດເຊື້ອ ຂອງມະຫາວິທະຍາໄລຈອນສ໌ ຮັອບກິນສ໌ ໃນເວລານີ້ແມ່ນມີ 2 ລ້ານ 5 ແສນຄົນ.

ແຕ່ຈຳນວນທີ່ແທ້ຈິງ ຂອງກໍລະນີທີ່ມີການກະປະມານກັນນັ້ນ ອີງຕາມສູນກາງຄວບຄຸມແລະປ້ອງກັນພະຍາດແລ້ວ ແມ່ນປະມານ 20 ລ້ານຄົນ.

ພວກເຈົ້າໜ້າ ທີ່ໄດ້ເຊື່ອກັນມາ ເປັນເວລາດົນນານແລ້ວວ່າ ຈຳນວນກໍລະນີຕິດ ເຊື້ອທີ່ແທ້ຈິງ ອາດບໍ່ໄດ້ມີການນັບເອົາທັງໝົດ. ສູນກາງຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດກ່າວວ່າ ຕົນໄດ້ອີງການຄາດຄະເນໃໝ່ຂອງຕົນ ຫຼັງຈາກໄດ້ສຶກສາເບິ່ງໂຕຢ່າງເລືອດ ໃນທົ່ວປະເທດ. ອົງການ CDC ກ່າວວ່າ ຫຼາຍໆກໍລະນີບໍ່ໄດ້ມີການນັບຍ້ອນວ່າ ການກວດໃນຂັ້ນຕົ້ນ ແມ່ນມີຂຶ້ນແບບຈຳກັດ ຫຼືໄດ້ດຳເນີນໄປ ກໍຕໍ່ເມື່ອຜູ້ຄົນເຫຼົ່ານັ້ນ ສະແດງອາການອອກມາ.

ອົງການ CDC ກະປະມານວ່າ 6 ເປີເຊັນຂອງປະຊາກອນສະຫະລັດ ຕິດພະ ຍາດໂຄວິດ-19. ເຈົ້າໜ້າທີ່ລາຍງານວ່າ ຈຳນວນຜູ້ເສຍຊີວິດຢູ່ໃນສະຫະລັດໄດ້ຫຼຸດລົງໃນອາທິດແລ້ວ ແຕ່ຈຳນວນກໍລະນິຕິດເຊື້ອໃໝ່ ປາກົດວ່າເພີ້ມຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG