ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ກ່າວວ່າ ການລະບາດ ຂອງໂຄວິດ-19 ຍັງສືບຕໍ່ ມີຈຳນວນສູງຂຶ້ນ


ມີຄົນສ່ອງ ຈາກປ້ອງຢ້ຽມ ເບິ່ງໜ່ວຍກວດໂຄວິດ-19 ເຄື່ອນທີ່ ຂອງສະພາກາແດງ ແລະ ກອງທັບ ເຢຍຣະມັນ ທີ່ເມືອງ Verl ໃນເຂດພາກຕາເວັນຕົກ ຂອງເຢຍຣະມັນ ເມື່ອວັນທີ 23 ມິຖຸນາ 2020.
ມີຄົນສ່ອງ ຈາກປ້ອງຢ້ຽມ ເບິ່ງໜ່ວຍກວດໂຄວິດ-19 ເຄື່ອນທີ່ ຂອງສະພາກາແດງ ແລະ ກອງທັບ ເຢຍຣະມັນ ທີ່ເມືອງ Verl ໃນເຂດພາກຕາເວັນຕົກ ຂອງເຢຍຣະມັນ ເມື່ອວັນທີ 23 ມິຖຸນາ 2020.

ອົງການອະນາໄມໂລກກ່າວວ່າ ໂຣກລະບາດໄວຣັສໂຄໂຣນາແມ່ນຍັງເຕີບໂຕຢູ່ ແມ່ນກະທັງທີ່ປະເທດຕ່າງໆ ໄດ້ເລີ່ມຫຼຸດຜ່ອນການກັກບໍລິເວນລົງ ແລະ ການ ຫ້າມອື່ນໆແລ້ວກໍຕາມ.

ຫົວໜ້າໜ່ວຍສຸກເສີນອົງການອະນາໄມໂລກ ດຣ. ໄມເກິລ ຣາຍແອນ ໄດ້ກ່າວ ວ່າ “ໂຣກລະບາດປັດຈຸບັນນີ້ແມ່ນກຳລັງຢູ່ຈຸດສູງສຸດ ຫຼື ກຳລັງເຄື່ອນໄປສູ່ຈຸດ ສູງສຸດ ໃນປະເທດຈຳນວນຫຼາຍ.”

ຫຼາຍປະເທດລວມທັງ ເຢຍຣະມັນ, ອາຟຣິກາໃຕ້ ແລະ ອິນເດຍ ເຊິ່ງໄດ້ລາຍ ງານປະມານ 15,000 ກໍລະນີໃໝ່ຂອງ ໂຄວິດ-19 ທຸກມື້ນັ້ນ ແມ່ນກຳລັງ ພະຍາຍາມທີ່ຈະກຳນົດການກັກບໍລິເວນຄືນ ແລະ ກຽມທີ່ຈະປິ່ນປົວກໍລະນີໃໝ່ ຈຳນວນຫຼວງຫຼາຍ.

ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ທ່ານ ເທດຣອສ ອາດານົມ ເກເບຣ ເຢຊຸສ ໄດ້ກ່າວວ່າ ມັນໃຊ້ເວລາສາມເດືອນສຳລັບໂລກທີ່ຈະຢືນຢັນ 1 ລ້ານກໍລະນີທຳອິດຂອງເຂົາເຈົ້າ, ແຕ່ຫຼ້າສຸດນີ້ມັນໃຊ້ເວລາພຽງ 8 ວັນ ທີ່ຈະລະບຸ 1 ລ້ານກໍລະນີ.

ທ່ານ ເທດຣອສ ໄດ້ກ່າວໂດຍບໍ່ໄດ້ເອີ່ຍເຖິງປະເທດໃດຫຼືຜູ້ນຳຄົນໃດ ໂດຍສະ ເພາະເຈາະຈົງ ທີ່ທ່ານເຊື່ອວ່າໄດ້ປະສົບກັບຄວາມລົ້ມແຫຼວໂດຍກ່າວວ່າ “ໄພ ຂົ່ມຂູ່ທີ່ພວກເຮົາກຳລັງປະເຊີນໃນ ເວລານີ້ບໍ່ແມ່ນຕົວຂອງໄວຣັສເອງ. ມັນແມ່ນ ການຂາດຄວາມສາມັກຄີໃນໂລກ ແລະ ການນຳພາໃນໂລກ.”

ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ໄດ້ນັບຫຼາຍກວ່າ 9 ລ້ານກໍລະນີ ແລະ ເສຍຊີວິດແລ້ວ 474,000 ຄົນ.

ສະຫະລັດ ນຳໜ້າໝູ່ໃນໂລກໃນທັງສອງປະເພດປັດຈຸບັນນີ້. ຜູ້ຊ່ຽວຊານໂຣກ ຕິດຕໍ່ລະດັບສູງຂອງເຂົາເຈົ້າ, ດຣ. ແອນໂທນີ ຟາວຈີ ໄດ້ກ່າວຕໍ່ຄະນະກຳມະ ການລັດຖະສະພາໃນວັນອັງຄານວານນີ້ວ່າ ມັນຈະມີການກວດໂຣກເພີ່ມຂຶ້ນ, ບໍ່ແມ່ນໜ້ອຍລົງ, ແມ່ນກະທັ້ງຫຼັງຈາກທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂໍໃຫ້ ບັນດາເຈົ້າໜ້າທີ່ສາທາລະນະສຸກກວດໂຣກຊ້າລົງກໍຕາມ.

ທຳນຽບຂາວໄດ້ກ່າວວ່າ ທ່ານປະທານາທິບໍດີບໍ່ໄດ້ຈິງຈັງ ເວລາທີ່ທ່ານເວົ້າວ່າ ການກວດໂຣກຫຼາຍຂຶ້ນ ແມ່ນເຫດຜົນ ທີ່ມັນມີຫຼາຍກໍລະນີ ໃນ ສະຫະລັດ, ແຕ່ທ່ານ ທຣຳ ໄດ້ກ່າວໃນວັນອັງຄານວານນີ້ວ່າ ທ່ານບໍ່ໄດ້ລໍ້ຫຼິ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG