ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າມກາງການລະບາດ ຂອງໄວຣັສໂຄໂຣນາ ຢູ່ນັ້ນ ປ. ທຣຳ ກ່າວຍ້ອງຍໍ ກຳແພງຊາຍແດນ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ພວມຈະເຊັນຊື່ ໃສ່ປ້າຍຕິດກຳແພງຫຼືຮົ້ວເຫຼັກ ຂະນະທີ່ໄປຢ້ຽມເຂດຊາຍແດນ ໃນເມືອງເຊນຫຼຸຍ ລັດອາຣີໂຊນາ ເມື່ອວັນທີ 23 ມິຖຸນາ 2020.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ພວມຈະເຊັນຊື່ ໃສ່ປ້າຍຕິດກຳແພງຫຼືຮົ້ວເຫຼັກ ຂະນະທີ່ໄປຢ້ຽມເຂດຊາຍແດນ ໃນເມືອງເຊນຫຼຸຍ ລັດອາຣີໂຊນາ ເມື່ອວັນທີ 23 ມິຖຸນາ 2020.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວຊົມເຊີຍໃນອັນທີ່ທ່ານບັນລະຍາຍວ່າ ເປັນກຳແພງທີ່ “ແຂງແຮງ ແລະສົມບູນແບບ” ເລາະລຽບຕາມເຂດຊາຍແດນທາງໃຕ້ ຂອງປະເທດ ໃນວັນອັງຄານວານນີ້ ໂດຍໄດ້ເນັ້ນໜັກວ່າ ນັ້ນແມ່ນນຶ່ງໃນຄຳໝັ້ນສັນຍາທີ່ສຳຄັນ ຊຶ່ງໄດ້ໃຫ້ໄວ້ໃນລະຫວ່າງການໂຄສະນາຫາສຽງເມື່ອສິີ່ປີກ່ອນ ເພື່ອຄຸ້ມຄອງຊາຍແດນຂອງສະຫະລັດ.

ນຶ່ງມື້ ຫຼັງຈາກໄດ້ສັ່ງໃຫ້ມີການຈຳກັດການອອກວີຊາຫຼາຍໆປະເທດແລ້ວ ທ່ານ ທຣຳກໍໄດ້ເດີນທາງໄປຢ້ຽມຢາມກຳແພງທີ່ສ້າງຂຶ້ນໃໝ່ ໃນລັດອາຣີໂຊນາ ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ. ຫຼັງຈາກໄດ້ເຊັນຊື່ໃສ່ແຜ່ນປ້າຍຕິດຢູ່ກຳແພງສີດຳທີ່ເມືອງເຊນຫຼຸຍແລ້ວ ປະທານາທິບໍດີ ໃນການຕອບຄຳຖາມ ຂອງວີໂອເອ ກ່າວວ່າ ການກໍ່ສ້າງໃໝ່ນີ້ແມ່ນ “ດີຫຼາຍ ແທ້ໆ.”

ທ່ານກ່າວຕື່ມວ່າ “ເຈົ້າມີທຸກໆຢ່າງທີ່ເຈົ້າຢາກມີ. ນີ້ແມ່ນສິ່ງທີ່ເຂົາເຈົ້າຕ້ອງການ ແລະນັ້ນຄືສິ່ງທີ່ພວກເຮົາ ໄດ້ສ້າງໃຫ້.”

ປະທານາທິບໍດີ ໄດ້ຖືກຕິດຕາມໄປຍັງເຂດຊາຍແດນ ໂດຍຮັກສາການຊົ່ວຄາວລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ຂອງສະຫະລັດ ທ່ານແຊດ ໂວລຟ໌ (Chad wolf) ແລະຮັກສາການຊົ່ວຄາວກຳມາທິການພາສີແລະຄຸ້ມຄອງຊາຍແດນ ທ່ານມາກ ມໍແກນ (Mark Morgan) ຜູ້ຊຶ່ງໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ກ່ຽວກັບຄວາມໝັ້ນຄົງຊາຍແດນຮ່ວມກັບປະທານາທິບໍດີ ທີ່ເມືອງຢູມາ.

ທ່ານທຣຳກ່າວຢູ່ໃນພິທີດັ່ງກ່າວ ຊຶ່ງຍັງເຂົ້າຮ່ວມໂດຍພວກເຈົ້າໜ້າທີ່ ແລະຜູ້ນຳປະຊາຄົມໃນເຂດທ້ອງຖິ່ນໂດຍເວົ້າວ່າ “ຊາຍແດນຂອງພວກເຮົາບໍ່ເຄີຍມີຄວາມໝັ້ນຄົງແບບນີ້ມາກ່ອນ. ນີ້ແມ່ນການສ້າງກຳແພງຊາຍແດນທີ່ແຂງແຮງແລະສົມ ບູນທີ່ສຸດໃນໂລກ.”

ທ່ານເດວິດ ບາຍເອີ (David Bier) ນັກວິເຄາະນະໂຍບາຍຄົນເຂົ້າເມືອງທີ່ສູນກາງອິດສະຫຼະ ພາບແລະຄວາມອຸດົມຮັ່ງມີຂອງໂລກ ຢູ່ສະຖາບັນເຄໂຕ ກ່າວຕໍ່ວີໂອເອວ່າ “ກຳແພງໃໝ່ຢູ່ໃນຫຼາຍເຂດ ແມ່ນສູງສອງເທົ່າ ຂອງກຳແພງເກົ່າ ແລະຍາວຫຼາຍໆໄມລ໌ ແມ່ນຖືກສ້າງຂຶ້ນ ໃນບໍລິເວນຊຶ່ງແຕ່ກ່ອນ ບໍ່ມີຫຍັງເລີຍ ມີແຕ່ເຄື່ອງກັນລົດເທົ່ານັ້ນ ທີ່ຫຼາຍໆຄົນອາດຈະເອີ້ນວ່າຮົ້ວ. ເຖິງແມ່ນໄດ້ມີການປັບ ປຸງໃຫ້ດີຂຶ້ນ ຮົ້ວໃໝ່ເຫຼົ່ານັ້ນກໍໄດ້ມີການລະເມີດ ແລະມີການປີນຂ້າມແລ້ວ ແລະ ພວກຄົນເຂົ້າເມືອງ ໄດ້ພາກັນອ້ອມໄປເຂດອື່ນ. ຄວາມຈິງແລ້ວໃນປີ 2019 ລັດ ຖະບານໄດ້ກ່າວເຖິງຈໍານວນຜູ້ຄົນທີ່ພາກັນຫຼົບຫຼີກການກວດກາຢູ່ເຂດຊາຍແດນ ທີ່ຈິງແລ້ວ ແມ່ນມີຈຳນວນເພີ້ມຂຶ້ນ.”

ທ່ານທຣຳ ທີ່ພວມລົງສະໝັກແຂ່ງຂັນເພື່ອໃຫ້ຖືກເລືອກເຂົ້າຮັບຕຳແໜ່ງຕື່ມອີກສະໄໝນຶ່ງໃນເດືອນພະຈິກປີນີ້ ກ່າວໃນວັນອັງຄານວານນີ້ວ່າ ການສ້າງກຳແພງທີ່ຍາວເຖິງ 760 ກິໂລແມັດ ອາດຈະແລ້ວສໍາເລັດ ພາຍໃນທ້າຍປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG