ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ປ. ທຣຳ ຈຳກັດແຮງງານຕ່າງດ້າວ ທ່າມກາງການລະບາດ ຂອງໄວຣັສໂຄໂຣນາ


ວີຊາ H-1B
ວີຊາ H-1B

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ງົດການອອກວີຊາຫຼາຍໆປະເພດ ໃຫ້ແກ່ພວກຄົນງານຕ່າງດ້າວສຳລັບປີນີ້ໂດຍອ້າງຄວາມເສຍຫາຍທີ່ເກີດຈາກການລະບາດຂອງໄຣັສໂຄໂຣນາ ຮວມທັງການສູນເສຍວຽກເຮັດງານທຳຂອງພວກຄົນງານອາເມຣິກັນ.

ການງົດດັ່ງກ່າວແມ່ນມີຕໍ່ການອອກວີຊາກ່ຽວກັບການເຮັດວຽກງານທີ່ບໍລິສັດເທັກໂນໂລຈີແລະຕົກແຕ່ງສວນຫຼາຍໆບໍລິສັດຕ້ອງການໃຊ້ ທີ່ເອີ້ນວ່າ ວີຊາ H-1B ພ້ອມກັບວີຊາ J-1 ສຳລັບແລກປ່ຽນພວກນັກສຶກສາ ແລະວີຊາ L-1 ສຳລັບຜູ້ຈັດການບໍລິສັດລະຫວ່າງປະເທດ.

ການງົດດັ່ງກ່າວແມ່ນຍັງຮວມທັງການອອກວີຊາ H-2B ສຳລັບພວກຄົນງານທີ່ເຮັດວຽກບໍ່ແມ່ນໃນດ້ານການກະເສດ ເຖິງຢ່າງໃດກໍຕາມ ແມ່ນຍັງມີຂໍ້ຍົກເວັ້ນບາງຢ່າງ ເຊັ່ນພວກຄົນງານທີ່ເຮັດວຽກໃນການຜະລິດອາຫານ ຄົນງານທີ່ເຮັດວຽກໃນດ້ານສາທາລະນະສຸກແລະພວກຄົນງານທີ່ເຮັດວຽກເບິ່ງແຍງເດັກ. ພວກທີ່ເຮັດວຽກໃນດ້ານການກະເສດກໍໄດ້ຮັບການຍົກເວັ້ນເຊັ່ນດຽວກັນ.

ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ການເຄື່ອນໄຫວທີ່ວ່ານີ້ ແມ່ນມີຄວາມຈຳເປັນເພື່ອປົກປ້ອງພວກຄົນງານອາເມຣິກັນ ຫຼັງຈາກໄດ້ມີການສູນເສຍວຽກເຮັດງານທຳເປັນຈຳນວນຫຼວງຫຼາຍໃນລະຫວ່າງທີ່ເກີດການລະບາດຂອງໄວຣັສໂຄໂຣນາ ແລະປ້ອງກັນບໍ່ໃຫ້ພວກຄົນງານຕ່າງດ້າວເຂົ້າໄປເຮັດການຢູ່ໃນ 525,000 ວຽກຮວມທັງໝົດແລ້ວມີຊາວອາເມຣິກັນ 45 ລ້ານ 5 ແສນຄົນ ໄດ້ຍື່ນຄຳຮ້ອງຂໍເງິນຫວ່າງງານ ນັບແຕ່ກາງເດືອນມີນາເປັນຕົ້ນມາ ຊຶ່ງເປັນຈຳນວນຫຼາຍກວ່ານຶ່ງສ່ວນສີ່ຂອງແຮງງານສະຫະລັດທັງໝົດທີ່ມີຢູ່ 164 ລ້ານ 6 ແສນຄົນ. ໃນເວລານີ້ ຈຳນວນພວກຄົນງານທີ່ໄດ້ຮັບການຊ່ວຍເຫຼືອ ໄດ້ຫລຸດລົງມາເຫຼືອຢູ່ປະມານ​ 20 ລ້ານ 5 ແສນຄົນ ໃນຂະນະທີ່ພວກຄົນງານອີກຫຼາຍໆລ້ານຄົນໄດ້ພາກັນກັບຄືນໄປເຮັດວຽກເຮັດການຂອງຸພວກເຂົາເຈົ້າແລ້ວ.

ພວກຕ້ອງຕິກ່າວວ່າ ປະທານາທິບໍດີທຣຳ ໄດ້ສວຍໃຊ້ການລະບາດຂອງໄວຣັສໂຄນາເພື່ອກ້າວໄປສູ່ໃນການບັນລຸເປົ້າໝາຍຂອງທ່ານທີ່ຈະຫລຸດການເຂົ້າເມືອງມາໃນສະຫະລັດໃຫ້ໜ້ອຍລົງ. ທ່ານທຣຳທີ່ພວມລົງສະໝັກແຂ່ງຂັນເອົາຕຳແໜ່ງຕື່ມອີກໃນເດືອນພະຈິກນີ້ ໄດ້ເອົາທ່າທີຢ່າງແຂງຂັນໃນດ້ານຄົນເຂົ້າເມືອງເປັນຈຸດໃຈກາງໃນການໂຄສະນາຫາສຽງຂອງທ່ານ.

ກຸ່ມບໍລິສັດຂະໜາດໃຫຍ່ ຮວມທັງບໍລິສັດເທັກໂນໂລຈີທີ່ສຳຄັນໆ ຕະຫຼອທັງສະພາການຄ້າຂອງສະຫະລັດ ໄດ້ສະແດງການຄັດຄ້ານຕໍ່ການງົດອອກວີຊາຄົນເຂົ້າເມືອງ ໂດຍເວົ້າວ່າ ພວກຄົນງານຕ່າງດ້າວຈຳນວນຫຼວງຫຼາຍ ແມ່ນມີຄວາມຈຳ ເປັນ ແລະການຂາດເຂີນແຮງງານຕ່າງດ້າວຈະເຮັດໃຫ້ເສດຖະກິດຂອງປະເທດຟື້ນໂຕຄືນໄດ້ຍາກ ຫຼັງຈາກທີ່ໄດ້ເກີດການລະບາດຂອງໄວຣັສໂຄໂຣນາແລ້ວ.

ນອກນັ້ນ ໃນວັນຈັນວານນີ້ລັດຖະບານທ່ານທຣຳຍັງໄດ້ຕໍ່ອາຍຸການຫ້າມໃນການອອກບັດຂຽວຢູ່ຕ່າງປະເທດ ຊຶ່ງກຳນົດຈະໝົດອາຍຸລົງນັ້ນ. ການເຄື່ອນໄຫວດັ່ງ ກ່າວ ສ່ວນໃຫຍ່ແລ້ວຈະມີຜົນກະທົບ ຕໍ່ສະມາຊິກໃນຄອບຄົວ ເຖິງແມ່ນວ່າ ຄົນອາເມຣິກັນຍັງສາມາດສະເໜີໃຫ້ການສະໜັບສະໜຸນແກ່ຄູ່ສົມລົດແລະພວກເດັກທີ່ອາຍຸຍັງນ້ອຍໄດ້ຢູ່.

ການງົດເຫຼົ່ານີ້ ແມ່ນເລີ້ມມີຜົນບັງຄັບໃຊ້ໃນທັນທີ ຂະນະທີ່ກົງສຸນຕ່າງໆຂອງສະຫະລັດໃນທົ່ວໂລກຍັງປິດຢູ່ ສຳລັບການອອກວີຊາຕາມປົກກະຕິ ຍ້ອນການລະ ບາດຂອງໄວຣັສໂຄໂຣນາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG