ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ລາຍງານ ການເພີ້ມຂຶ້ນ ກໍລະນີໃໝ່ ຂອງໂຄວິດ-19 ຫຼາຍທີ່ສຸດ ພາຍໃນເວລານຶ່ງມື້


ຜູ້ຄົນກຳລັງມ່ວນຊື່ນ ໃນການກິນດື່ມທີ່ບາແຫ່ງນຶ່ງ ໃນນະຄອນບາເຊໂລນາ ປະເທດສະເປນ ເມື່ອວັນອາທິດ ທີ 21 ມິຖຸນາ 2020.
ຜູ້ຄົນກຳລັງມ່ວນຊື່ນ ໃນການກິນດື່ມທີ່ບາແຫ່ງນຶ່ງ ໃນນະຄອນບາເຊໂລນາ ປະເທດສະເປນ ເມື່ອວັນອາທິດ ທີ 21 ມິຖຸນາ 2020.

ອົງການອະນາໄມໂລກໃນວັນອາທິດວານນີ້ ໄດ້ລາຍງານການເພີ່ມຂຶ້ນທົ່ວໂລກ ຂອງ COVID-19 ທີ່ໄດ້ຮັບການຢືນຢັນ 183,000 ກໍລະນີໃໝ່, ເຊິ່ງແມ່ນ ການເພີ່ມຂຶ້ນທີ່ຫຼາຍທີ່ສຸດພາຍໃນມື້ດຽວ ທີ່ເຂົາເຈົ້າໄດ້ເກັບກຳສະຖິຕິ ນັບຕັ້ງ ແຕ່ໂຣກລະບາດດັ່ງກ່າວໄດ້ເລີ່ມຂຶ້ນ.

ບັນດາເຈົ້າໜ້າທີ່ອົງການອະນາໄມໂລກເວົ້າວ່າ ຫຼາຍອາທິດມາແລ້ວ ຈຸດເພັ່ງ ເລັງຂອງການລະບາດແມ່ນຢູ່ໃນບັນດາປະເທດ ອາເມຣິກາ, ແລະ ຕົວເລກ ຂອງວັນອາທິດວານນີ້ໄດ້ສະແດງໃຫ້ເຫັນການເພີ່ມຫຼາຍກວ່າ 116,000 ກໍລະນີ ພາຍໃນມື້ດຽວໃນພາກພື້ນດັ່ງກ່າວ.

ປະເທດ ບຣາຊິລ ນຳໜ້າດ້ວຍ 55,000 ກໍລະນີໃໝ່, ຕາມຫຼັງດ້ວຍ ສະຫະ ລັດ ຫຼາຍກວ່າ 36,000 ກໍລະນີ ແລະ ອິນເດຍ ປະມານ 15,000 ກໍລະນີ ໃໝ່.

ຫຼາຍກວ່າສິບລັດໃນ ສະຫະລັດ ໄດ້ເຫັນການເພີ່ມຂຶ້ນຂອງກໍລະນີໃໝ່. ດຣ. ທອມ ອິງໂກສບີ, ຜູ້ອຳນວຍການຂອງສູນກາງເພື່ອຄວາມປອດໄພດ້ານສຸຂະ ພາບ ຢູ່ໂຮງຮຽນສາທາລະນະສຸກ ບລູມເບີກ ຂອງມະຫາວິທະຍາໄລ ຈອນສ໌ ຮັອບ ກິນສ໌ ໄດ້ກ່າວໃນໂທລະພາບ Fox News Sunday ວ່າການເພີ່ມຂຶ້ນ ແມ່ນຍ້ອນການປະສົມກັນຂອງການກວດໂຣກເພີ່ມຂຶ້ນ ກັບ ການເພີ່ມຂຶ້ນໃນ ການຕິດເຊື້ອທີ່ແທ້ຈິງ.

ດຣ. ອິງໂກສບີ ໄດ້ກ່າວວ່າ “ເຈົ້າສາມາດແຍກແຍະໄດ້ວ່າແມ່ນຫຍັງແມ່ນການ ກວດໂຣກເພີ່ມເຕີມ ຈາກສິ່ງທີ່ເປັນເຊື້ອໂຣກທີ່ຮ້າຍແຮງກວ່າ ຈາກການເບິ່ງອັດ ຕາການເຂົ້າໂຮງໝໍ, ອັດຕາການເຂົ້າຫ້ອງມໍລະສຸມ, ແລະ ເປີ ເຊັນການກວດ ໂຣກເປັນຜົນບວກໂດຍລວມໃນລັດທີ່ວ່ານັ້ນ. ແລະ ໃນຫຼາຍລັດ, ໃນລັດທີ່ເຈົ້າ ໄດ້ສະແດງໃຫ້ເຫັນ, ໂດຍສະເພາະລັດ ອາຣິໂຊນາ, ເທັກຊັສ, ຄາໂຣໄລນາ ເໜືອ ແລະ ໃຕ້, ແລະ ຟລໍຣິດາ, ສິ່ງທີ່ພວກເຮົາກຳລັງເຫັນແມ່ນການເພີ່ມ ຂຶ້ນໃນການກວດທີ່ເປັນຜົນບວກ ແລະ ໃນຫຼາຍກໍລະນີເປັນການເຂົ້າໂຮງໝໍ ເພີ່ມຂຶ້ນ, ສະນັ້ນການເຈັບປ່ວຍທີ່ຮ້າຍແຮງແມ່ນກຳລັງເກີດຂຶ້ນ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຊໍ້າແລ້ວຊໍ້າອີກວ່າ ທ່ານເຊື່ອວ່າ ກໍລະນີ ທີ່ຖືກຢືນຢັນໃນ ສະຫະລັດ, ເຊິ່ງນຳໜ້າໝູ່ໃນໂລກ ດ້ວຍຫຼາຍກວ່າ ສອງລ້ານ ສອງແສນກໍລະນີນັ້ນ, ເປັນຜົນຂອງຄວາມພະຍາຍາມກວດໂຣກຂອງເຂົາເຈົ້າ.

ທ່ານໄດ້ຂຽນໃນທວິດເຕີໃນຕອນແລງວັນອາທິດວານນີ້ວ່າ “ການກວດໄວຣັສໂຄ ໂຣນາຂອງພວກເຮົາ ແມ່ນມີຫຼາຍກວ່າ ແລະ ມີຄວາມກ້າວໜ້າກວ່າຫຼາຍ, ຈົນ ມັນເຮັດໃຫ້ພວກເຮົາເບິ່ງຄືມີກໍລະນີ້ຫຼາຍກວ່າໝູ່, ໂດຍສະເພາະ ເບິ່ງຕາມສັດ ສ່ວນແລ້ວ, ແມ່ນຫຼາຍກວ່າປະເທດອື່ນໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG