ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການໂຈມຕີ ຂອງກຸ່ມຫົວຮຸນແຮງ ອາລ-ຊາບັບ ໃນໂຊມາເລຍ ສັງຫານ 7 ຄົນ


ແຜນທີ່ເມືອງວັນລາເວນ (Wanlaweyn) ໃນປະເທດໂຊມາເລຍ
ແຜນທີ່ເມືອງວັນລາເວນ (Wanlaweyn) ໃນປະເທດໂຊມາເລຍ

ມີຢ່າງໜ້ອຍ 7 ຄົນຖືກຂ້າຕາຍໃນການໂຈມຕີ 2 ຄັ້ງໂດຍກຸ່ມຫົວຮຸນແຮງອາລ-ຊາບັບ ຢູ່ໂຊມາເລຍ ໃນຮອບ 24 ຊົ່ວໂມງຜ່ານມາ.

ການໂຈມຕີຮ້າຍແຮງດັ່ງກ່າວເກີດຂຶ້ນທີ່ເມືອງວັນລາເວນ (Wanlaweyn) 90 ກິໂລແມັດ ຫ່າງ ຈາກນະຄອນຫຼວງໂມກາດິສຊູໄປທາງທິດຕາເວັນຕົກເວລາລະເບີດເຮັດຂຶ້ນເອງທີ່ຫ້າງໄວ້ໃກ້ໆເຮືອນຂອງນາຍທະຫານຄົນນຶ່ງ ໄດ້ແຕກຂຶ້ນ ໃນຕອນຄ່ຳ ຂອງຄືນວັນເສົາແລ້ວ. ບໍ່ດົນຕໍ່ມາ ລະເບີດລູກທີ 2 ກໍໄດ້ແຕກຂຶ້ນ ໃນຂະນະທີ່ຜູ້ຄົນຫຸ້ມໄປເບິ່ງ ຢູ່ບ່ອນລະເບີດລູກທຳອິດແຕກ.

ມີ 5 ຄົນເສຍຊີວິດ ຮວມທັງເມຍນາຍທະຫານ ຜູ້ທີ່ບໍ່ໄດ້ຢູ່ເຮືອນ ໃນເວລາທີ່ລະເບີດແຕກຂຶ້ນ.

ຮອງເຈົ້າແຂວງໆໂລເວີຊາແບລ (Lower Shabelle) ທ່ານອາເໝັດ ຢູຊຸບໃຫ້ການຢືນຢັນກ່ຽວກັບເມຍນາຍທະຫານທີ່ເສຍຊີວິດ ຕໍ່ວີໂອເອ ພະແນກພາສາ ໂຊມາເລຍ.

ທ່ານກ່າວວ່າ “ເມຍນາຍທະຫານໄດ້ເສຍຊີວິດ ຂໍໃຫ້ພະອາລລ່າ ມອບຄວາມເຂັ້ມແຂງໃຫ້ແກ່ລາວ. ລູກກົກຂອງລາວ ແມ່ນຮວມຢູ່ໃນຈຳນວນພວກທີ່ໄດ້ຮັບບາດເຈັບ.”

ທ່ານຢູຊຸບກ່າວວ່າ ມີຜູ້ຕ້ອງສົງໄສຫຼາຍໆຄົນຖືກຈັບ ແລະການສືບສວນພວມດຳເນີນຢູ່ໃນເວລານີ້.

ໃນອີກດ້ານນຶ່ງ ການໂຈມຕີສະຫຼະຊີບດ້ວຍລົດລະເບີດ ແຕກຂຶ້ນທີ່ດ່ານກວດຢູ່ນອກຄ້າຍທະຫານແຫ່ງນຶ່ງ ໃນເມືອງບາອາດເວນ (Ba’adweyne) 170 ກິໂລ ແມັດ ຫ່າງຈາກເມືອງກາລກາໂຢ (Galkayo) ທີ່ຕັ້ງຢູ່ໃນພາກກາງຂອງໂຊມາເລຍ ໄປທາງທິດຕາເວັນອອກສຽງໃຕ້. ປະຊາຊົນແຈ້ງໃຫ້ວີໂອເອພະແນກພາສາໂຊມາເລຍຊາບວ່າ ມີທະຫານ 2 ຄົນຖືກຂ້າຕາຍ ເຖິງແມ່ນທາງກອງທັບໂຊມາເລຍໄດ້ປະຕິເສດວ່າ ບໍ່ໄດ້ຜູ້ໃດບາດເຈັບລົ້ມຕາຍ.

ຜູ້ບັນຊາການກອງພົນທີ 21 ຂອງກອງທັບແຫ່ງຊາດໂຊມາເລຍ ນາຍພົນອັຟດີອາຊິສ ອັຟດູລລາຮີ ໂຮໂກລລອຟ (Abdiaziz Abdullahi Hogollof) ກ່າວຕໍ່ວີໂອເອພະແນກພາສາໂຊມາເລຍວ່າ ທະຫານທີ່ຢູ່ປາກທາງເຂົ້າຄ້າຍ ແມ່ນກຽມພ້ອມ ແລະໄດ້ຂັດຂວາງບໍ່ໃຫ້ລົດທີ່ບັນຈຸລະເບີດແລ່ນເຂົ້າໄປໃນຄ້າຍ.

ກຸ່ມອາລ-ຊາບັບໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີທັງສອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG